Homeຂ່າວການພັດທະນາວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກມີຜົນສຳເລັດສູງ

ວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກມີຜົນສຳເລັດສູງ

Published on

ຄະນະພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກໃຫ້ຮູ້ວ່າ: ຕະຫຼອດໄລຍະຜ່ານມາເຫັນວ່າບັນດາຂະແໜງການ ແລະ ທ້ອງຖິ່ນໄດ້ເອົາໃຈໃສ່ຫັນລົງສູ່ຮາກຖານເພື່ອສຸມໃສ່ການສ້າງບ້ານ ແລະ ຈຸດສຸມພັດທະນາຕາມ 4 ເນື້ອໃນ ແລະ 4 ຄາດໝາຍບົນຈິດໃຈ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໂດຍໄດ້ເຮັດທົດລອງຢູ່ 51 ເມືອງ ແລະ 108 ບ້ານເປົ້າໝາຍ, ຊຶ່ງເຫັນວ່າການຫັນລົງຮາກຖານໄດ້ເປັນຂະບວນການແຂງແຮງກວ່າເກົ່າ

ມາຮອດປັດຈຸບັນ ໄດ້ມີພະນັກງານລົງເຮັດວຽກກໍ່ສ້າງພື້ນຖານ ການເມືອງປະຈຳຢູ່ບ້ານ ແລະ ກຸ່ມບ້ານຈຳນວນ 8.685 ຄົນ, ໃນນັ້ນມີພະນັກງານຂັ້ນສູນກາງ 1.065 ຄົນ, ແຂວງ 1.196 ຄົນ, ເມືອງ 6.424 ຄົນ ແລະ ນັກສຶກສາຈຳນວນໜຶ່ງ ອັນໄດ້ຊ່ວຍໃຫ້ລະບົບການເມືອງຢູ່ຂັ້ນບ້ານ ແລະ ກຸ່ມບ້ານໄດ້ຮັບການປັບປຸງໜັກແໜ້ນເຂັ້ມແຂງເທື່ອລະກ້າ, ສາມາດສ້າງໄດ້ໜ່ວຍພັກແຂວງ ຮູ້ນຳພາຮອບດ້ານເພີ່ມຂຶ້ນ 72%, ເປັນບ້ານ ປກຊ ກວມເຖິງ 82,38%, ບ້ານປອດຢາເສບຕິດກວມ 69% ແລະ ບ້ານປອດຄະດີກວມ 66,2% ແລະ ໄດ້ສຸມໃສ່ການກໍ່ສ້າງໂຄງລ່າງພື້ນຖານເສດຖະກິດຢູ່ຮາກຖານຄື: ມາຮອດປັດຈຸບັນໄດ້ມີເສັ້ນທາງເຂົ້າຫາບ້ານກວມເອົາ 84,2% ຂອງຈຳນວນບ້ານທັງໝົດ, ໄດ້ສຳເລັດການປັບປຸງ ແລະ ກໍ່ສ້າງເສັ້ນທາງລົດເຂົ້າຫາ 6 ເມືອງທຸກຍາກກວ່າໝູ່ເຊັ່ນ: ເມືອງກະລຶມ, ດັກຈຶ້ງ, ສະໝ້ວຍ, ໄຊຈຳພອນ, ໄຊສະຖານ ແລະ ໂພນທອງ, ພ້ອມກັນນັ້ນກໍໄດ້ສືບຕໍ່ເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາ, ສາທາລະນະສຸກ ແລະ ລະບົບນ້ຳສະອາດລົງສູ່ຊົນນະບົດບ່ອນຫ່າງໄກສອກຫລີກ ແລະ ທຸກຍາກໄດ້ຢ່າງທົ່ວເຖິງ.

ຈາກຜົນຂອງການປະເມີນຄວາມທຸກຍາກ ແລະ ມາດຖານບ້ານພັດທະນາເຫັນວ່າບ້ານທີ່ໄດ້ປະກາດໃຫ້ເປັນບ້ານສຳເລັດການສຶກສາພາກບັງຄັບ (ຈົບຊັ້ນປະຖົມ) ເພີ່ມຂຶ້ນຈາກ 80% ໃນປີ 2011 ມາເປັນ 98,3% ໃນປີ 2014 ແລະ ປະກາດບ້ານແບບຢ່າງດ້ານສາທາລະນະສຸກເພີ່ມຂຶ້ນຈາກ 24,5% ໃນປີ 2011 ມາເປັນ 54,57% ໃນປີ 2014, ການຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ, ການພັດທະນາຕາມຊາຍແດນ ແລະ ຈຸດສຸມຕ່າງໆ ຂອງລັດຖະບານໄດ້ເຮັດໃຫ້ຫລາຍຄອບຄົວໃນເຂດດັ່ງກ່າວມີການຫັນອາຊີບຈາກການຖາງປ່າເຮັດໄຮ່ປູກເຂົ້າມາຜະລິດເປັນສິນຄ້າຕາມທ່າແຮງຂອງທ້ອງຖິ່ນຕົນ, ມີບ່ອນທຳມາຫາກິນຖາວອນອາຊີບໝັ້ນທ່ຽງ, ມີການຫັນ ປ່ຽນແບບແຜນການດຳລົງຊີວິດແບບເກົ່າຂຶ້ນກັບທຳມະຊາດມານຳໃຊ້ເຕັກນິກ-ວິທະຍາສາດ ເຮັດໃຫ້ການແກ້ໄຂຄວາມທຸກຍາກ,ການສ້າງບ້ານພັດທະນາ,ການພັດທະນາຈຸດສຸມ ແລະ ຕົວເມືອງໃໝ່ໄດ້ມີຄວາມຄືບໜ້າຫລາຍດ້ານ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...