HomeBaby-ແມ່ແລະເດັກ7 ວິທີກໍາຈັດນໍ້າມູກໃຫ້ລູກນ້ອຍ ໃນເວລາເປັນຫວັດ

7 ວິທີກໍາຈັດນໍ້າມູກໃຫ້ລູກນ້ອຍ ໃນເວລາເປັນຫວັດ

Published on

ອາກາດເລີ່ມໜາວແລ້ວ ດູແລຕົວເອງຍັງບໍ່ພໍ ຍັງຕ້ອງໄດ້ດູແລລູກນ້ອຍອີກ ທີ່ມີອາການເປັນຫວັດນໍ້າມູກໄຫຼ, ເັດກນ້ອຍເມື່ອເຂົາເປັນຫວັດເຮົາຕ້ອງເບິ່ງແຍງເຂົາເປັນພິເສດ ເພາະເຂົາເຈັບ ເຂົາປ່ວຍບ່ອນໃດເຂົາກໍບໍ່ຮູ້ບອກເຮົາ, ເມື່ອເວລາເຂົາເປັນຫວັດເຂົາກໍຈະຫາຍໃຈຍາກ ເພາະນໍ້າມູກຕັນດັງ, ດັ່ງນັ້ນຄວນກຳຈັດນໍ້າມູກໃຫ້ລູກ ດ້ວຍ 7 ວິທີດັ່ງຕໍ່ໄປນີ້:

  1. ຈັດທ່ານອນໃຫ້ຖືກຕ້ອງ: ໃຫ້ລູກນ້ອຍນອນສະແຄງ ໃຊ້ໝອນໝູນຫົວລູກໃຫ້ສູງເລັກໜ້ອຍ ຈະຊ່ວຍໃຫ້ສານເມືອກ ໄຫຼໄປຢູ່ໃນດັງເບື້ອງດຽວ ເພື່ອເຫຼືອອີກເບື້ອງໃຫ້ລູກໄດ້ຫັນໃຈສະດວກຂຶ້ນ
  2. ຫຼີກລຽງການນອນຫ້ອງແອ: ຄວາມຊື້ນເຮັດໃຫ້ເຍື່ອໃນດັງແຫ້ງ, ເຮັດໃຫ້ເຊື້ອພະຍາດກະຈາຍຕົວໄດ້ດີໃນອາກາດແບບນີ້, ຄວນໃຫ້ເດັກຢູ່ໃນຫ້ອງທີ່ອາກາດຖ່າຍເທສະດວກ, ຫາກເປີດພັດລົມກໍຄວນເປີດໃຫ້ໄກຈາກລູກ ຫຼືຖ້າອາກາດຮ້ອນກໍບໍ່ຈຳເປັນຫົ່ມຜ້າ
  3. ດື່ມນໍ້າ: ນໍ້າຈະຊ່ວຍໃຫ້ນໍ້າມູກ ແລະຂີ້ກະເທິອ່ອນຕົວ, ຫຼຸດໄຂ້ ແລະຊ່ວຍໃຫ້ເຍື່ອບຸຕ່າງໆມີຄວາມຊຸ່ມຊື່ນ, ລູກກໍຈະຫາຍໃຈໄດ້ສະດວກ, ຖ້າຫາກລູກດື່ມນໍ້າໄດ້ໜ້ອຍກໍຄວນໃຫ້ລູກກິນນໍ້າຕົ້ມ, ນໍ້າໝາກໄມ້ ແລະຫາກລູກດູດນົມແລ້ວຫາຍໃຈລຳບາກ ກໍຄວນປ້ອນດ້ວຍບ່ວງເອົາ
  4. ອູ້ມລູກ: ເປັນເລື່ອງທາງຈິດໃຈທີ່ຊ່ວຍໄດ້ ເພາະເວລາທີ່ເຮົາບໍ່ສະບາຍ ເຮົາຍັງຕ້ອງການໃຫ້ຄົນອື່ນດູແລເອົາໃຈໃສ່, ເດັກນ້ອຍກໍເຊັ່ນດຽວກັນ ກາງຄືນລູກນອນຫາຍໃຈລຳບາກ ກໍຄວນອູ້ມລູກນອນພາດບ່າ ຈະຊ່ວຍໃຫ້ລູກຫາຍໃຈໄດ້ໂລ່ງຂຶ້ນ ເພາະຫົວຂອງເດັກນ້ອຍສູງ
  5. ໃຊ້ຢາບັນເທົາອາການ: ດ້ວຍການໃຊ້ຢາບັນເທົາຫວັດ ຢອດລົງຜ້າອ້ອມ ແລ້ວເອົາມັດໄວ້ບໍລິເວນລຳຄໍລູກ ເພື່ອໃຫ້ກິ່ນລະເຫີຍໄປດັງຂອງລູກ
  6. ຫົວຫອມບົ່ວແດງ: ດ້ວຍການໃຊ້ຫົວຫອມບົ່ວ 2-3 ຫົວ ມາປະໄວ້ແຖວຫົວນອນຂອງລູກໃນຊ່ວງລູກນອນຫຼັບ ຫຼືອີກວິທີໜຶ່ງຕົ້ມນໍ້າໃຫ້ຮ້ອນ ຈາກນັ້ນເອົາລົງແລ້ວທັບຫົວຫອມ 5-6 ຫົວ ແລ້ວປະສົມດ້ວຍນໍ້າເຢັນ ເພື່ອໃຫ້ເປັນນໍ້າອຸ່ນໄວ້ເຊັດຕົວລູກ ຫຼືອາບໃຫ້ລູກ
  7. ເຄື່ອງດູດນໍ້າມູກ: ເປັນຕົວຊ່ວຍທີ່ໄດ້ຮັບຜົນດີ ແລະຊ່ວຍດູດນໍ້າມູກອອກມາໄດ້ຢ່າງດີ ແຕ່ຫ້າມເອົາປາກດູດອອກເດັດຂາດ ເພາະແມ່ອາດຈະແຜ່ເຊື້ອພະຍາດໃຫ້ລູກໄດ້ ຫຼືລູກອາດແຜ່ເຊື້ອໃຫ້ແມ່ ຈະເຮັດໃຫ້ບໍ່ສະບາຍນຳກັນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...