Homeຂ່າວເຫດການລາວ ເປັນເຈົ້າພາບກອງປະຊຸມ ຂະແໜງການເງິນ-ທະນາຄານອາຊຽນ+3

ລາວ ເປັນເຈົ້າພາບກອງປະຊຸມ ຂະແໜງການເງິນ-ທະນາຄານອາຊຽນ+3

Published on

ສປປ ລາວ ໄດ້ຮັບກຽດເປັນປະທານຮ່ວມກອງປະຊຸມຮອງລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາ ຄານອາຊຽນ+3 ( AFCDM+3 ) ທີ່ຈັດຂຶ້ນໃນວັນທີ 10-11 ທັນວາເດືອນ 2016 ຜ່ານມາ ທີ່ເມືອງກຸຍຢາງ, ສປ ຈີນ   ໂດຍມີທ່ານນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເປັນປະທານ ຮ່ວມກັບຝ່າຍຈີນທີ່ມີກະຊວງການເງິນ ແລະທະນາຄານປະຊາຊົນຈີນ, ນອກນີ້ຍັງມີບັນດາຮອງ ລັດຖະມົນຕີການເງິນ ແລະຮອງຜູ້ວ່າການທະນາຄານກາງອາຊຽນ+3 ( ລວມມີເຂດປົກຄອງພິເສດຮົງກົງ ), ກອງເລຂາອາຊຽນ, ຫົວໜ້າ ແລະຮອງຫົວໜ້າອົງການຈັດຕັ້ງສາກົນ ເປັນຕົ້ນ ທະນາຄານ ພັດທະນາອາຊີ (ADB), ກອງທຶນການເງິນສາກົນ (IMF), ຫ້ອງການຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາ ຊຽນ+3 (AMRO) ແລະອົງການຈັດຕັ້ງສາກົນອື່ນໆເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນພາຍໃຕ້ການຮ່ວມມືລະຫວ່າງອາຊຽນ ແລະ 3 ປະເທດຄູ່ຮ່ວມມືຄື: ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໂດຍສະເພາະວຽກງານທີ່ຕິດພັນກັບຂໍ້ລິເລີ່ມຊຽງໃໝ່ ພາຍໃຕ້ການຮ່ວມມືແບບຫຼາຍຝ່າຍ (CMIM) ຊຶ່ງເປັນກົນໄກຊ່ວຍເຫຼືອທາງດ້ານການເງິນ ໃນເວລາຂາດສະພາບຄ່ອງໄລຍະສັ້ນ ເພື່ອປ້ອງກັນວິກິດການ ທາງດ້ານການເງິນໃນພາກພື້ນ ເປັນຕົ້ນການປັບປຸງເນື້ອໃນສັນຍາກົນໄກການກູ້ຢືມລະຫວ່າງສະມາຊິກໃນກອງທຶນ CMIM ໂດຍສະເພາະຄວາມເປັນໄປໄດ້ໃນການເພີ່ມອັດຕາສ່ວນການກູ້ຢືມໃຫ້ສາມາດກູ້ຢືມໄດ້ຫຼາຍຂຶ້ນ; ໄດ້ຮັບຮອງບັນດາຕົວຊີ້ວັດຕ່າງໆ ເພື່ອໃຊ້ໃນການປະເມີນສະພາບເສດຖະກິດມະຫາພາກ ຂອງແຕ່ລະປະເທດສະມາຊິກ ເພື່ອສາມາດຈັດຕັ້ງປະຕິບັດກົນໄກ CMIM ໄດ້ມີປະສິດທິພາບຍິ່ງຂຶ້ນ; ຮັບຮອງເອົາແຜນການທົບທວນ ສັນຍາ CMIM ແຕ່ນີ້ຈົນເຖິງປີ 2018 ຄຽງຄູ່ກັບການເຮັດທົດລອງເຫດການຕົວຈິງ (Test Run) ໃນເວລາປະເທດສະມາຊິກໃດໜື່ງມີຂໍ້ຫຍຸ້ງຍາກດ້ານສະພາບຄ່ອງ.

ສ່ວນວຽກງານການປັບປຸງຫ້ອງການ ຕິດຕາມສະພາບເສດຖະກິດມະຫາພາກຂອງພາກພື້ນອາຊຽນ+3 (AMRO) ພາຍຫຼັງທີ່ຫັນເປັນອົງການຈັດຕັ້ງສາກົນເມື່ອບໍ່ດົນມານີ້ ກໍ່ມີການປຶກສາຫາລື ແລະຕົກລົງກັນຫຼາຍບັນ ຫາ, ສໍາຄັນແມ່ນການຮັບຮອງເອົາທິດທາງຍຸດທະສາດຂອງຫ້ອງການ AMRO ແລະການປັບປຸງຂີດຄວາມສາມາດຂອງຫ້ອງການ AMRO ເພື່ອຊ່ວຍຂັບເຄື່ອນວຽກງານ CMIM ອີກແຮງໜຶ່ງ; ນອກນີ້ຕິດພັນກັບວຽກງານຂໍ້ລິເລີ່ມຕະຫຼາດພັນທະບັດອາຊີ (ABMI) ເຫັນວ່າມີຄວາມຄືບໜ້າເປັນລໍາດັບ ເຊິ່ງກອງປະຊຸມໄດ້ເນັ້ນໜັກເອົາໃສ່ໃຈໃນການຈັດຕັ້ງປະຕິບັດແຜນທິດທາງໃນການພັດທະນາ ແລະຊຸກຍູ້ວຽກງານສົ່ງເສີມການອອກພັນທະບັດຂ້າມແດນໃນພາກພື້ນໃຫ້ເປັນຮູບປະທໍາ ໂດຍຜ່ານຫຼາຍຊ່ອງທາງໃນການຂະຫຍາຍຕາໜ່າງການລະດົມທຶນຈາກພາກພື້ນໃຫ້ຫຼາຍຂຶ້ນ ໂດຍສະເພາະໃນຊຸມປີຕໍ່ໜ້ານີ້ ຈະໄດ້ສຸມໃສ່ການອອກພັນທະບັດສີຂຽວ ແລະບັນດາຜົນສໍາເລັດທີ່ກ່າວມານັ້ນ ເປັນການຢັ້ງຢືນຜົນງານຄັ້ງຍິ່ງໃຫຍ່ໃນຮອບ 10 ປີ ຂອງການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ກໍຄື ທຫລ ທີ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງສົມກຽດ ແລະສໍາເລັດລົງຢ່າງຈົບງາມ.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...