Homeນານາສາລະຈຳນວນຜູ້ທຸກຍາກແຕ່ລະແຂວງໃນ ສປປ ລາວ

ຈຳນວນຜູ້ທຸກຍາກແຕ່ລະແຂວງໃນ ສປປ ລາວ

Published on

ອີງຕາມຜົນງານສຳຫຼວດຜົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດຄັ້ງທີ IV ປີ 2015 ຂອງສູນສະຖິຕິແຫ່ງຊາດ ສປປ ລາວ ມີຄົນທຸກຍາກທັງໝົດ 1,554,992 ຄົນ ແຂວງ ສະຫວັນນະເຂດ ມີຜູ້ທຸກຍາກຫຼາຍທີ່ສຸດ ແລະ ແຂວງ ສາລາວັນ ມີອັດຕາສ່ວນຜູ້ທຸກຍາກຫຼາຍທີ່ສຸດ ເຊິ່ງໃນແຕ່ລະແຂວງມີຜູ້ທຸກຍາກດັ່ງນີ້:

  1. ນະຄອນຫຼວງວຽງຈັນ ມີຜູ້ທຸກຍາກ 65,695 ຄົນ, ອັດຕາສ່ວນຄວາມທຸກຍາກ 8.5
  2. ແຂວງ ຜົ່ງສາລີ ມີຜູ້ທຸກຍາກ 38,894 ຄົນ, ອັດຕາສ່ວນຄວາມທຸກຍາກ 22.7
  3. ແຂວງ ຫຼວງນ້ຳທາ ມີຜູ້ທຸກຍາກ 35,524 ຄົນ, ອັດຕາສ່ວນຄວາມທຸກຍາກ 21.1
  4. ແຂວງ ອຸດົມໄຊ ມີຜູ້ທຸກຍາກ 75,327 ຄົນ, ອັດຕາສ່ວນຄວາມທຸກຍາກ 25.5
  5. ແຂວງ ບໍ່ແກ້ວ ມີຜູ້ທຸກຍາກ 43,738 ຄົນ, ອັດຕາສ່ວນຄວາມທຸກຍາກ 25.5
  6. ແຂວງ ຫຼວງພະບາງ ມີຜູ້ທຸກຍາກ 95,575 ຄົນ, ອັດຕາສ່ວນຄວາມທຸກຍາກ 22.9
  7. ແຂວງ ຫົວພັນ ມີຜູ້ທຸກຍາກ 105,680 ຄົນ, ອັດຕາສ່ວນຄວາມທຸກຍາກ 37.0
  8. ແຂວງ ໄຊຍະບູລີ ມີຜູ້ທຸກຍາກ 74,325 ຄົນ, ອັດຕາສ່ວນຄວາມທຸກຍາກ 20.2
  9. ແຂວງ ຊຽງຂວາງ ມີຜູ້ທຸກຍາກ 67,336 ຄົນ, ອັດຕາສ່ວນຄວາມທຸກຍາກ 28.2
  10. ແຂວງ ວຽງຈັນ ມີຜູ້ທຸກຍາກ 67,298 ຄົນ, ອັດຕາສ່ວນຄວາມທຸກຍາກ 16.2
  11. ແຂວງ ບໍລິຄຳໄຊ ມີຜູ້ທຸກຍາກ 54,781 ຄົນ, ອັດຕາສ່ວນຄວາມທຸກຍາກ 20.7
  12. ແຂວງ ຄຳມ່ວນ ມີຜູ້ທຸກຍາກ 103,978 ຄົນ, ອັດຕາສ່ວນຄວາມທຸກຍາກ 27.1
  13. ແຂວງ ສະຫວັນນະເຂດ ມີຜູ້ທຸກຍາກ 302,264 ຄົນ, ອັດຕາສ່ວນຄວາມທຸກຍາກ 32.0
  14. ແຂວງ ສາລະວັນ ມີຜູ້ທຸກຍາກ 188,354 ຄົນ, ອັດຕາສ່ວນຄວາມທຸກຍາກ 48.2
  15. ແຂວງ ເຊກອງ ມີຜູ້ທຸກຍາກ 34,469 ຄົນ, ອັດຕາສ່ວນຄວາມທຸກຍາກ 31.4
  16. ແຂວງ ຈຳປາສັກ ມີຜູ້ທຸກຍາກ 154,054 ຄົນ, ອັດຕາສ່ວນຄວາມທຸກຍາກ 22.8
  17. ແຂວງ ອັດຕະປື ມີຜູ້ທຸກຍາກ 25,652 ຄົນ, ອັດຕາສ່ວນຄວາມທຸກຍາກ 18.9
  18. ແຂວງ ໄຊສົມບູນ ມີຜູ້ທຸກຍາກ 22,048 ຄົນ, ອັດຕາສ່ວນຄວາມທຸກຍາກ 27.8

 

ແຫລ່ງຂ່າວຈາກ: Idsala ອິດສະຫຼະ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...