Homeຂ່າວຕ່າງປະເທດຂໍ້ຕົກລົງຢຸດຍິງໃນຊີເຣຍຮອບໃໝ່ເລີ່ມມີຜົນ

ຂໍ້ຕົກລົງຢຸດຍິງໃນຊີເຣຍຮອບໃໝ່ເລີ່ມມີຜົນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ດາມັສກັສ ປະເທດ ຊີເຣຍ ເມື່ອວັນທີ 30 ທັນວາ ວ່າ. ອົງການສັງເກດການສິດທິມະນຸດຊີເຣຍ (ເອສໂອເອຊອາຣ໌) ລາຍງານວ່າ ມາດຕະການຢຸດຍິງຄັ້ງໃໝ່ທົ່ວຊີເຣຍ ທີ່ເປັນຜົນຈາກການຜັກດັນຮ່ວມກັນລະຫວ່າງ ຊີເຣຍ ກັບ ຕັວກກີ ໂດຍໄດ້ຮັບຄວາມເຫັນດີຈາກທັງປະທານາທິບໍດີ ບາຊາຣ໌ ອັລ-ອັສຊາດ ແລະ ຜູ້ແທນຂອງຝ່າຍກະບົດ ຮວມເຖິງກອງກຳລັງປົດປ່ອຍຊີເຣຍ (ເອຟເອສເອ) ເຊິ່ງເປັນກອງກຳລັງຕໍ່ຕ້ານລັດຖະບານອັສຊາດຂະໜາດໃຫຍ່ທີ່ສຸດ ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການຕັ້ງແຕ່ຕອນທ່ຽງຄືນຕາມເວລາທ້ອງຖິ່ນ ຫຼື 05.00 ໂມງ ຕາມເວລາບ້ານເຮົາ

ກ່ອນທີ່ມີການກຳນົດຢຸດຍິງຈະເລີ່ມຕົ້ນຂຶ້ນ ປະທານາທິບໍດີ ວາລາດີເມຍ ປູຕິນ ກ່າວວ່າ ລັດຖະບານມອສກູ  ແລະ ລັດຖະບານອັງກາຣາ ຈະເປັນ “ຜູ້ຄ້ຳປະກັນ” ໃຫ້ກັບການຢຸດຍິງຄັ້ງນີ້ ແຕ່ຈະເດີນໜ້າປະຕິບັດການທາງການທະ ຫານເພື່ອປາບປາມກຸ່ມກໍ່ການຮ້າຍທີ່ຍັງແຝງຕົວຢູ່ໃນຊີເຣຍຕໍ່ໄປ

ດ້ານ ທ່ານ ສະຕາຟຟານ ເດິ ມິສຕູຣາ ທູດພິເສດດ້ານກິດຈະການຊີເຣຍຂອງສະຫະປະຊາຊາດ (ຢູເອັນ) ກ່າວສະແດງຄວາມຄວາມຊື່ນຊົມຕໍ່ການຢຸດຍິງຄັ້ງນີ້ ທີ່ເພີ່ມຄວາມຫວັງໃຫ້ແກ່ການຢຸດຕິສົງຄາມກາງເມືອງທີ່ຍືດເຍື້ອເຂົ້າສູ່ປີທີ 6 ແລ້ວ ພ້ອມທັງຫວັງວ່າຈະເປັນໂອກາດເພີ່ມຄວາມຊ່ວຍເຫຼືອດ້ານສິດທິມະນຸດແກ່ຊາວຊີເຣຍທົ່ວປະເທດ ແລະ ການເຈລະຈາຕາມພິທີການທູດຄັ້ງໃໝ່ ສ່ວນກະຊວງການຕ່າງປະເທດຂອງສະຫະລັດຍັງບໍ່ໄດ້ອອກມາສະແດງທ່າທີຫຍັງຫຼາຍກ່ຽວກັບເລື່ອງນີ້ ແຕ່ໄດ້ກ່າວວ່າຂໍ້ຕົກລົງຢຸດຍິງຄັ້ງນີ້ ຄື “ພັດທະນາການທາງບວກ” ຕໍ່ຊາວຊີເຣຍ

ຄລິບປະກອບຈາກ : Euronews

 

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/545807
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...