Homeສຸຂະພາບ ແລະ ສີ່ງແວດລ້ອມ4 ພະຍາດຮ້າຍແຮງ ທີ່ເກີດຈາກຄວາມຄຽດ ໃຜມັກເຈັບຫົວເບື້ອງດຽວຕ້ອງລະວັງ

4 ພະຍາດຮ້າຍແຮງ ທີ່ເກີດຈາກຄວາມຄຽດ ໃຜມັກເຈັບຫົວເບື້ອງດຽວຕ້ອງລະວັງ

Published on

ຄວາມເຄັ່ງຄຽດ ເປັນສາເຫດທີ່ເຫັນໄດ້ຫຼາຍທີ່ສຸດຂອງຄົນທີ່ເຮັດວຽກ ເຊິ່ງຈະມີອາການເຈັບຫົວ ແລະມັກມີອາການເຈັບຫົວຕໍ່ເນື່ອງດົນເປັນມື້ ຫຼືຈົນເປັນອາທິດ ເຊິ່ງຈະເຈັບພໍລຳຄານ ຫຼືເຮັດໃຫ້ຮູ້ສຶກບໍ່ສະບາຍ ແລະຈະເຈັບຕະຫຼອດ, ເຊິ່ງຖືວ່າເປັນອັນຕະລາຍຮ້າຍແຮງຫຼາຍ ເຊິ່ງອາການເຈັບຫົວເຫຼົ່ານີ້ ສາມາດກໍ່ໃຫ້ເກີດພະຍາດຮ້າຍແຮງໄດ້

  1. ໄມເກຣນ: ຜູ້ທີ່ມີອາການເຈັບຫົວເບື້ອງດຽວ ໜ້ອຍສຸດທີ່ຈະເປັນພ້ອມກັນ, ມີອາການປວດຮາກ ດົນເຖິງ 4-72 ຊົ່ວໂມງ ມັນຈະເປັນໆດີໆ ທຸກຄັ້ງທີ່ມີອາການມັກຈະເກີດຈາກສິ່ງກະຕຸ້ນເຊັ່ນ: ແສງ, ສຽງ, ກິ່ນ ເຊິ່ງຈະເລີ່ມເປັນຕັ້ງແຕ່ໄວລຸ້ນ ຫາໄວໜຸ່ມສາວ
  2. ເນື້ອງອກໃນສະໝອງ: ຜູ້ປ່ວຍຈະມີອາການເຈັບທົ່ວຫົວ, ເຈັບຫຼາຍເວລາຕື່ນນອນຕອນເຊົ້າ, ພໍສວາຍໆກໍຄ່ອຍໆເຊົາ ບໍ່ເຈັບໝົດມື້, ຈະເປັນແຮງຕໍ່ເນື່ອງທຸກມື້ ຈົນສະດຸ້ງຕື່ນແຕ່ເຊົ້າຍ້ອນຮູ້ສຶກເຈັບ ແລະຈະປວດດົນຂຶ້ນທຸກມື້ ຈົນໃນທີ່ສຸດຈະເຈັບຕະຫຼອດເວລາ
  3. ພະຍາດທາງສະໝອງອື່ນໆ: ຄົນເຈັບຈະມີອາການເຈັບຫົວຮຸນແຮງ ແລະຮາກ ຕັ້ງແຕ່ມື້ທຳອິດທີ່ເຈັບ ບາງຄົນອາດເປັນໄຂ້ສູງຮ່ວມນຳ
  4. ເຈັບຕາຮຸນແຮງ: ຄົນເຈັບຈະມີອາການເຈັບຕາ ແລະຫົວເບື້ອງດຽວຢ່າງຮຸນແຮງ ແລະກະທັນຫັນ,​ຕາມົວ ແສບຕາເບື້ອງທີ່ເຈັບປວດ ຈະມີສິ່ງລົບກວນ, ຕາແດງ ບໍລິເວນຕາຂາວ, ອາການເຈັບປວດຈະຕໍ່ເນື່ອງເປັນມື້ ເຊິ່ງກິນຢາແກ້ປວດກໍບໍ່ດີ

ບົດຄວາມຫຼ້າສຸດ

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບລັດຖະບານອົດສະຕຣາລີ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສຶກສາ.

ກະຊວງສຶກສາທິການ ແລະ ກິລາ (ສສກ), ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ, ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການໃນວັນທີ 4 ສິງຫາ 2026. ກອງປະຊຸມແມ່ນພາຍໃຕ້ການເປັນປະທານຂອງ ທ່ານ ປອ...

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ...