- ເຮັດໃຫ້ຄົນອື່ນຮູ້ສຶກວ່າເຂົາເປັນຄົນທີ່ສໍາຄັນສະເໝີ: ໂດຍທໍາະຊາດແລ້ວຄວາມປາຖະໜາຂອງມະນຸດ ຢາກເປັນຄົນທີ່ສໍາຄັນນັ້ນ ຈະເປັນຄວາມຕ້ອງການທີ່ຝັງຢູ່ໃຕ້ຈິດສໍານຶກຂອງມະນຸດ ຄວາມຮູ້ສຶກຢາກເປັນຄົນທີ່ສໍາຄັນ ມັນຄືກັບອາຫານທີ່ມະນຸດທຸກຄົນໂຫຍຫາ ຈົ່ງໃຫ້ເຂົາ ແລ້ວພວກເຂົາຈະໃຫ້ທ່ານທຸກຢ່າງ.
- ຖະໜອມຖ່ອມຕົວ: ເສັ້ນທາງສູ່ຄວາມສໍາເລັດນັ້ນ ບໍ່ສາມາດຫຼີກເວັ້ນຈາກອຸປະສັກໄດ້ ຈະພົບກັບຄົນທີ່ຮັກ ແລະຄົນທີ່ຊັງ, ມີທັງມິດ ແລະສັດຕູ ດັງນັ້ນ ຖ້າເຮົາເປັນຄົນອວດອົ່ງທະນົງຕົວຫຼາຍເທົ່າໃດແລ້ວ ເຮົາກໍຍິ່ງໄດ້ພົບກັບສັດຕູຫຼາຍເທົ່ານັ້ນເຊັ່ນວ່າ ຖ້າຕ້ອງການສັດຕູແມ່ນຈົ່ງເຮັດໃຫ້ຕົວເຮົາສູງກວ່າຄົນອື່ນ, ແຕ່ຖ້າຕ້ອງການໝູ່ເພື່ອນ ຈົ່ງເຮັດໃຫ້ຄົນອື່ນສູງກວ່າຕົວເຮົາ.
- ຟັງຫຼາຍກວ່າເວົ້າ: ເຄີຍສັງເກດບໍວ່າ ໃນວົງສົນທະນາຄົນສ່ວນໃຫຍ່ມັກຍາດກັນເວົ້າ ໂດຍບໍ່ຄ່ອຍມີໃຜມັກເປັນຜູ້ຟັງ ແລະຜູ້ເວົ້າສ່ວນໃຫຍ່ກໍມັກເວົ້າແຕ່ເລື່ອງກ່ຽວກັບຕົນເອງ ບາງທີ່ຕ້ອງໄດ້ເວົ້າແຊກຂຶ້ນຈຶ່ງມີໂອກາດໄດ້ເວົ້າ ໂດຍທໍາມະຊາດຂອງຄົນເຮົາແລ້ວມີເຖິງ 95% ທີ່ມັກເວົ້າແຕ່ເລື່ອງຂອງຕົນເອງໃຫ້ຄົນອື່ນຟັງ ຊຶ່ງມີພຽງແຕ່ 5% ທີ່ເປັນປະເພດມັກຟັງຄົນອື່ນເວົ້າເປັນສ່ວນໃຫຍ່ ສະນັ້ນຖ້າທ່ານເປັນ 1 ໃນຈໍານວນກຸ່ມຄົນຂອງນັກຟັງ 5% ເມື່ອໃດແລ້ວ ພວກນັກເວົ້າ 95% ກໍຈະຮູ້ສຶກວ່າທ່ານເປັນຄົນທີ່ຮູ້ໃຈພວກເຂົາທັນທີ
- ເວົ້າແຕ່ໃນສິ່ງທີ່ຄົນອື່ນຢາກຟັງ: ຖ້າມີໂອກາດໄດ້ເວົ້າ ຄວນໃຊ້ຄໍາເວົ້າທີ່ເປັນລັກສະນະທີ່ຈູງໃຈ ແລະສົ່ງເສີມແນວຄິດຂອງຜູ້ຟັງ ຫຼືເວົ້າແຕ່ໃນສິ່ງທີ່ເຂົາຢາກຟັງ ແລະມີຄວາມສຸກທີ່ຈະຮັບຟັງ ໝາຍຄວາມວ່າຖ້າຄົນທີ່ກໍາລັງສົນທະນານໍາຢູ່ນັ້ນສົນໃຈໃນສິ່ງໃດໜຶ່ງ ເຈົ້າກໍຄວນເວົ້າເຖິງແຕ່ສິ່ງນັ້ນ ດ້ວຍການຍ້ອງຍໍຊົມເຊີຍ.
- ຍ້ອງຍໍຊົມເຊີຍ ແລະໃຫ້ກໍາລັງໃຈຄົນອື່ນ: ຄົນເຮົາບໍ່ວ່າຈະເປັນຫົວໜ້າ ຫຼືລູກນ້ອງ, ເປັນຄົນເຮັ່ງມີ ຫຼືທຸກຍາກ ກໍລ້ວນແຕ່ຕ້ອງການຢາກໄດ້ຮັບຄໍາຍ້ອງຍໍຊົມເຊີຍຈາກຄົນອື່ນ ເພາະວ່າການຍ້ອງຍໍຊົມເຊີຍ ກໍຄືດັ່ງຢາວິເສດທີ່ຈະຊ່ວຍສ້າງພະລັງ ເພີ່ມຄວາມເຂັ້ມແຂງທາງດ້ານຈິດໃຈ ແລະຄວາມເຊື້ອໝັ້ນໃຫ້ຕົນເອງເຊັ່ນວ່າ “ຍ້ອງຍໍຊົມເຊີຍຄົນອື່ນດ້ວຍວາຈາ ມັນມີຄ່າກວ່າການມອບໄຂ່ມຸກເປັນຂອງຂວັນ ສ່ວນການທໍາລາຍຄົນອື່ນດ້ວຍວາຈາ ມັນເຈັບປວດຍິ່ງກວ່າການຖືກແທງດ້ວຍຫອກທີ່ແຫຼມຄົມ” ແຕ່ການຍ້ອງຍໍຊົມເຊີຍຕ້ອງອອກມາຈາກຄວາມຈິງໃຈ
- ເຫັນໃຈ ແລະເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນ: ສິລະປະທີ່ຍິ່ງໃຫຍ່ໃນການສ້າງຄວາມເພິ່ງພໍໃຈໃຫ້ຄົນອື່ນກໍຄື “ການເຫັນໃຈ ແລະເຂົ້າໃຈຄວາມຮູ້ສຶກຂອງຄົນອ້ອມຂ້າງຂອງເຮົາຢູ່ສະເໝີ ເພາະວ່າມັນກໍຄືການສ້າງຄວາພາກພູມໃຈໃນຕົວຂອງເຂົາ ເຊິ່ງມີບາງເທື່ອ ຄົນເຮົາມັກສິ່ງຕ່າງໆບໍ່ຄືກັນ ແລະມັນກໍບໍ່ແມ່ນຄວາມຜິດ, ແຕ່ຖ້າເຮົາຫົວຂວັນພວກເຂົາ ມັນກໍຈະເຮັດໃຫ້ພວກເຂົາຮູ້ສຶກວ່າ ເຮົາກໍາລັງດູຖູກພວກເຂົາກໍເປັນໄດ້ ສະນັ້ນ ຂໍໃຫ້ເຂົ້າໃຈຄວາມຮູ້ສຶກ ແລະເຄົາລົບການເປັນຕົວຕົນຂອງພວກເຂົາ ເພາະວ່າມັນຄືເສັ້ນທາງທີ່ຈະສ້າງມິດຕະພາບອັນປະເສີດ”
- ໃຫ້ກ່ອນຮັບ: ເພາະວ່າທໍາມະຊາດຂອງຄົນເຮົາ ເມື່ອໃດທີ່ມີຄົນອື່ນໄດ້ໃຫ້ໄດ້ໃຫ້ສິ່ງຂອງແກ່ເຮົາແລ້ວ ຕົວເຮົາຈະຮູ້ສຶກວ່າ ຕົນເອງມີໜີ້ບຸນຄຸນຕໍ່ຄົນນັ້ນ ແລະມັນກໍມີຄວາມຈໍາເປັນ ເຊິ່ງຄ້າຍຄືການຖືກບັງຂັບໃຫ້ເຮັດຢ່າງໃດຢ່າງໜຶ່ງ ເພື່ອເປັນການຕອບແທນບຸນຄຸນຢູ່ສະເໝີ ເຊິ່ງຫຼັກການດັ່ງກ່າວເອີ້ນວ່າ ການສ້າງຂໍ້ຜູກມັດ ຫຼືຕ່າງຝ່າຍຕ່າງຕອບແທນເຊິ່ງກັນ ແລະກັນ ເຊິ່ງເປັນວິທີຈູງໃຈທີ່ໃຊ້ກັນມາຕັ້ງແຕ່ດົນນານແລ້ວ.
- ກົດແຫ່ງການຄິດບວກ 3 ຂໍ້ ເພື່ອເອົາຊະນະໃຈຄົນ: ‘ບໍ່ມີສິ່ງໃດໃນໂລກນີ້ຈະດີໄປໝົດທຸກຢ່າງ ຫຼືຊົ່ວໄປໝົດທຸດຢ່າງ, ມີແຕ່ຄວາມຄິດຂອງຄົນເຮົາເທົ່ານັ້ນທີ່ຈະເຮັດໃຫ້ເກີດຄວາມດີ ແລະຄວາມຊົ່ວໄດ້” ສະນັ້ນຖ້າຕ້ອງການໃຫ້ຄົນອື່ນຮັກ ແລະຢາກຊະນະໃຈພວກເຂົານັ້ນ ກ່ອນອື່ນທ່ານຕ້ອງຮັກ ແລະຊະນະໃຈຕົນເອງໃຫ້ໄດ້ກ່ອນ ຍ້ອນຊະນະໃຈຕົນເອງນັ້ນມັນຍາກຫຼາຍ.
- ຈື່ຊື່ຄົນອື່ນ: ນັບແຕ່ອະດີດມາຈົນເຖິງປັດຈຸບັນນີ້ ມະນຸດຈະພະຍາຍາມເຮັດໃຫ້ຊື່ຂອງຕົນເປັນທີ່ຮູ້ຈັກໄປຊົ່ວລູກຊົ່ວຫຼານ ບໍ່ທາງໃດກໍທາງໜຶ່ງຖ້າພວກເຂົາຫາກມີໂອກາດ ເພາະວ່າຢູ່ໃນສ່ວນເລິກໆຂອງຫົວໃຈແລ້ວຄົນເຮົາແລ້ວ ລ້ວນແຕ່ຢາກໃຫ້ຄົນອື່ນຮູ້ຈັກຊື່ສຽງຮຽງນາມຂອງຕົນເອງໄປຕະຫຼອດການ.
- ຮອຍຍີ້ມ: ຮອຍຍີ້ມເປັນສິ່ງທີ່ເຮັດໃຫ້ຄົນເຮົາເກີີດຄວາມປະທັບໃຈໃນຄັ້ງທໍາອິດທີ່ພົບເຫັນ, ເປັນວິທີງ່າຍໆ ແລະປອດໄພທີ່ສຸດໃນການເຂົ້າສັງຄົມ ຫຼືການເລີ່ມສ້າງມິດຕະພາບກັບຄົນອື່ນ, ເພາະຮອຍຍີ້ມສະແດງເຖິງຄວາມສຸກຂອງຄົນຜູ້ທີ່ຍີ້ມ, ການຍອມຮັບ ແລະຄວາມໝັ້ນໃຈໃນຕົນເອງ ຮອຍຍີ້ມຂອງທ່ານຍັງເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງຮູ້ສຶກວ່າທ່ານດີໃຈທີ່ໄດ້ພົບກັບພວກເຂົາ ແລະພວກເຂົາກໍຈະພໍໃຈ ແລະດີໃຈທີ່ໄດ້ພົບກັບທ່ານເຊັ່ນກັນ ຄືຄໍາຄົມທີ່ວ່າ “ຍີ້ມຄືພາສາຈັກກະວານ ທີ່ຄົນທົ່ວໂລກເຂົ້າໃຈຄວາມໝາຍຂອງມັນ”
- ຈົ່ງຫຼີກເວັ້ນການໂຕ້ຖຽງ: ໃນຊີວິດປະຈໍາວັນຂອງຄົນເຮົາ ຕ້ອງມີການຕິດຕໍ່ສື່ສານກັນ ເຊິ່ງມັນເປັນເລື່ອງຍາກຫຼາຍທີ່ຈະເຮັດໃຫ້ຄົນອື່ນມີຄວາຄິດຄ້າຍຄືກັນກັບເຮົາ ຫຼືເຫັນດີເຫັນພ້ອມນໍາກັນໝົດທຸກຢ່າງ ເພາະວ່າຄົນເຮົາແຕ່ລະຄົນ ລ້ວນແຕ່ມີຫຼັກການ ແລະເຫດຜົນຂອງໃຜລາວ ທີ່ຈະເຊື້ອ ແລະປ້ອງກັນການຕັດສິນໃຈຂອງຕົນເອງ ເຊິ່ງເປັນທີ່ມາຂອງການເກີດມີການໂຕ້ຖຽງກັນ ຫຼືຂໍ້ຂັດແຍ່ງ ເຊິ່ງຜົນຕາມມາກໍຄືຄວາມບໍ່ພໍໃຈ ຈົນເຖິງຂັ້ນມີຄວາມອາຄາດມາດຮ້າຍກັນກໍມີ.
- ສຸພາບອ່ອນໂຍນ ແລະເປັນມິດ: ຄືສະເໜ່ທີ່ສໍາຄັນອີກຢ່າງໜຶ່ງທີ່ສາມາດດຶງດູດໃຫ້ຄົນອື່ນສົນໃຈ ແລະຈູງໃຈພວກເຂົາໄດ້ ເພາະວ່າຄົນເຮົາໃຜໆກໍມັກຄວາມອ່ອນໂຍນເຊັ່ນວ່າ: “ນໍ້າເຜີ້ງໜຶ່ງຢາດ ສາມາດຈັບມົດໄດ້ຫຼາຍກວ່ານໍ້າຂົມໜຶ່ງຕຸກ”.
- ໃຊ້ການຮ້ອງຂໍແທນອອກຄໍາສັ່ງ: ໃນຊີວິດຈິງຂອງຄົນເຮົາ ຄືຊິບໍ່ມີໃຜຢາກຢູ່ໃຕ້ຄໍາສັ່ງຂອງຄົນອື່ນ ເຖິງວ່າຄົນດັ່ງກ່າວຈະເປັນຫົວໜ້າຂອງຕົນເອງກໍຕາມ ເພາະວ່າການອອກຄໍາສັ່ງ ມັນຄືການສະແດງເຖິງອໍານາດ ຫຼືການບັງຂັບຈິດໃຈແບບໃດໜຶ່ງ ເຊິ່ງຄົນເຮົາສ່ວນຫຼາຍຢູ່ໃນສັງຄົມແມ່ນບໍ່ມັກ ຂະໜາດຄູ່ຮັກທ່ານແທ້ໆ ລາວຍັງບໍ່ມັກທ່ານອອກຄໍາສັ່ງແມ່ນບໍ? ສະນັ້ນ ກ່ອນທີ່ທ່ານຈະອອກຄໍາສັ່ງວຽກ ຫຼືອອກຄໍາສັ່ງໃຫ້ຄົນອື່ນເຮັດສິ່ງໃດໜື່ງເພື່ອທ່ານແລ້ວ ຄວນປ່ຽນວິທີອອກຄໍາສັ່ງມາເປັນການຮ້ອງຂໍ ເຖິງວ່າການຮ້ອງຂໍ ແລະການອອກຄໍາສັ່ງ ແມ່ນມີຈຸດປະສົງດຽວກັນ ກໍຄືການໃຫ້ຄົນອື່ນເຮັດສິ່ງໃດສິ່ງໜຶ່ງໃຫ້ສໍາເລັດເພື່ອເຮົາ ແຕ່ວິທີການ ແລະຄວາມຮູ້ສຶກຂອງຄົນຜູ້ທີ່ຖືກສັ່ງ ຫຼືຮ້ອງຂໍ ແມ່ນຕ່າງກັນຫຼາຍ ຍ້ອນວ່າການອອກຄໍາສັ່ງມັນເໝື່ອນດັງບັງຂັບເຂົາແບບບໍ່ເຕັມໃຈ.
- ຢ່າຕໍາໜິ ຫຼືວິຈາກຄົນອື່ນ: ໂດຍທໍາມະຊາດແລ້ວຄົນເຮົາ 99% ແມ່ນບໍ່ມັກການຖືກຕໍາໜິ ຫຼືວິພາກວິຈານຄົນອື່ນ ເຖິງວ່າມັນອາດຈະຖືກ ແລະມີເຫດຜົນຫຼາຍປານໃດກໍຕາມ ສະນັ້ນການຕໍາໜິວ່່າຄົນອື່ນຜິດນັ້ນ ແມ່ນບໍ່ໄດ້ສ້າງຜົນປະໂຫຍດຫຍັງເລີຍໃຫ້ແກ້ທ່ານ, ເພາະວ່າຝ່າຍທີ່ຖືກຕໍາໜິ “ມັກຈະຊອກຫາເຫດຜົນ ຫຼືຂໍ້ແກ້ຕົວ” ຮ້ອຍແປດພັນປະການ ເພື່ອເອົາມາຢັ້ງຢືນ ຫຼືສະໜັບສະໝູນການເຮັດຜິດຂອງຕົນເອງວ່າມັນຖືກຕ້ອງ ແລະມີເຫດຜົນຢູ່ສະເໝີເຊັ່ນວ່າ “ຄົນເຮົາມັກຈະເຫັນຄວາມຜິດຂອງຄົນອື່ນນັ້ນເທົ່າພູເຂົາ, ແຕ່ເຫັນຄວາມຜິດຂອງຕົນເອງເທົ່າເສັ້ນຜົມ”.
- ເວົ້າເຖິງຄວາມຜິດຂອງຕົນເອງກ່ອນຕໍາໜຄົນອື່ນ: ດັ່ງທີ່ຮູ້ນໍາກັນແລ້ວວ່າ ບໍ່ມີໃຜຢູ່ໃນໂລກນີ້ ທີ່ຕ້ອງການຖືກຕໍາໜິ ເຊິ່ງລວມເຖິງຕົວທ່ານເອງກໍບໍມັກໃຫ້ຄົນໃດມາຕໍາໜິ ເຖິງວ່າມັນຈະເປັນຄວາມຫວັງດີກໍຕາມ ສະນັ້ນຖ້າທ່ານບໍ່ມັກແລ້ວ ກໍບໍ່ຄວນໄປຕໍາໜິຄົນອື່ນ ເພາະວ່າພວກເຂົາກໍບໍ່ມັກຄືກັນ, ແຕ່ສົມມຸດວ່າທ່ານຈໍາເປັນຕ້ອງຕໍາໜິຄົນອື່ນແທ້ໆ ເພື່ອຕ້ອງການໃຫ້ພວກເຂົາຮູ້ສຶກຜິດ ແລະປ້ອງກັນບໍ່ໃຫ້ພວກເຂົາເຮັດຜິດພາດອີກເທື່ອໃໝ່ ທ່ານຕ້ອງມີສິລະປະໃນການຕໍາໜິ ຫຼືຕໍາໜິໃນແບບທີ່ສ້າງສັນ.
- ກ້າທີ່ຈະຍອມຮັບຜິດ: ຄົນສ່ວນຫຼາຍບໍ່ມັກຍອມຮັບວ່າຕົນເອງເປັນຝ່າຍຜິດ ຍ້ອນຄິດວ່າ ຖ້າຍອມຮັບຜິດໄປແລ້ວ ກໍຄືການທີ່ຕົນເອງເປັນຄົນທີ່ພ່າຍແພ້ ແລະເສຍກຽດ ເຖິງວ່າຈະມີຄົນຈໍານວນໜຶ່ງທີ່ຍອມຮັບວ່າຕົນເອງເປັນຝ່າຍຜິດກໍຕາມ ແຕ່ກໍໃຊ້ເວລາຫຼາຍ ເພື່ອທີ່ຈະທໍາໃຈຍອມຮັບຄວາມຈິງທີ່ວ່າຕົນເອງເປັນຝ່າຍຜິດແທ້ ນອກຈາກນີ້ ການທີ່ຄົນເຮົາບໍ່ຍອມຮັບວ່າຕົນເອງເປັນຝ່າຍຜິດ ເພາະວ່າຄົນເຮົາມັກຈະຍຶດຕິດກັບຄວາມເຊື່ອມທີ່ວ່າ “ສິ່ງທີ່ຕົນເອງເຮັດໄປແລ້ວນັ້ນ ມັນເປັນເລື່ອງທີ່ຖືກຕ້ອງ”.
- ຄວບຄຸມອາລົມຂອງຕົນເອງ: ຖ້າປ່ອຍໃຫ້ອາລົມ ຄວບຄຸມການກະທໍາຂອງຕົນເອງທ່ານຈະປະລາໄຊ.
- ມີຄວາມສັດຊື່, ຈິງໃຈ ແລະກະຕັນຍູຕໍ່ຜູ້ທີ່ມີບຸນຄຸນ: ບັນພະບູລຸດຂອງຈີນມີຄວາມເຊື້ອວ່າ ຄົນທີ່ປະສົບຜົນສໍາເລັດໃນຊີວິດ ຈະຕ້ອງມີຄວາມສັດຊື່, ຈິງໃຈ ແລະກະຕັນຍູຕໍ່ຜູ້ມີພະຄຸນ ເຊິ່ງວ່າຄວາມສັດຊື່, ຈິງໃຈ ແລະກະຕັນຍູ ບໍ່ແມ່ນມີໃຫ້ສະເພາະພໍ່ແມ່ ຫຼືຄູອາຈານເທົ່ານັ້ນ ຄວນມີຄວາມກະຕັນຍູຕໍ່ທຸກຄົນ ແລະທຸກໆສິ່ງທີ່ມີບຸນຄຸນ ລວມເຖິງປະເທດຊາດຂອງຕົນເອງ.
- ເປັນແມ່ແບບ: ປະຕິບັດຕົວເປັນແບບຢ່າງທີ່ດີ, ມີຈັນຍາບັນ ແລະສິນທໍາທີ່ດີ, ມີຄວາມຮູ້ເລື່ອງທຸລະກິດ, ມີຄວາມຍຸດຕິທໍາ, ສະຫຼາດ ແລະມີຄວາມສາມາດໂດຍລວແມ່ນດີ ແລະເຫັນຄຸນຄ່າຂອງພະນັກງານ.