spot_img
Homeນານາສາລະ9 ວິທີເອົາໃຈແຟນ ເຮັດແນວໃດໃຫ້ຮູ້ວ່າເຮົາຮັກເຂົາ

9 ວິທີເອົາໃຈແຟນ ເຮັດແນວໃດໃຫ້ຮູ້ວ່າເຮົາຮັກເຂົາ

Published on

ການງໍ້ແຟນເອົາໃຈແຟນ ບາງຄົນເບິ່ງວ່າງ່າຍແສນງ່າຍ ແຕ່ເລື່ອງແບບນີ້ກັບເປັນເລື່ອງຍາກສໍາຫຼັບບາງຄົນ ເພາະວ່າບໍ່ມີປະສົບການທາງດ້ານຄວາມຮັກ ຫຼືເປັນຄົນທີ່ນິໄສບໍ່ລົມແມນຕິກ ສະນັ້ນເວລາຈະເຮັດຫຍັງທີ່ຫວານຊຶ້ງກໍຮູ້ສຶກອາຍ ແຕ່ຖ້າບໍ່ເຮັດເລີຍກໍຢ້ານແຟນຮູ້ສຶກເບື່ອ ແລະຄວາມຮັກຈືດຈາງຫາຍໄປ ສະນັ້ນຄວນຫາວິທີເຕີມຄວາມຮັກໃຫ້ຄວາສໍາພັນນີ້ຍືນຍາວທີ່ສຸດເທົ່າທີ່ຈະເຮັດໄດ້ ຢ່າງໜ້ອຍກໍລອງເລືອກເຮັດສິ່ງທີ່ເຮົາຄິດວ່າເປັນຕົວເອງທີ່ສຸດ ແລະເບິ່ງບໍ່ຝືນໃຈ.

  1. ໂທໄປຫາແຟນກ່ອນ: ຫາກປົກກະຕິເຂົາເປັນຝ່າຍໂທຫາເຈົ້າກ່ອນ ກໍລອງປ່ຽນມາເປັນເຈົ້າໂທຫາເຂົາແດ່ ບໍ່ແມ່ນວ່າຖ້າເຂົາບໍ່ໂທຫາກ່ອນ ກໍມິດຕາມໄປອີກຄົນ
  2. ສົ່ງຂໍ້ຄວາມໄປຫາ: ແຕ່ກໍຢ່າສົ່ງຕະຫຼອດເກີນໄປ ເພາະວ່ານັ້ນຈະເປັນການຈິກ ແລະສ້າງຄວາມລໍາຄານໃຫ້ອີກຝ່າຍໜຶ່ງເບື່ອ
  3. ພາໄປກິນເຂົ້າ: ເພື່ອເປັນການຊອກເວລາພົບກັນເປັນບາງຄັ້ງບາງຄາວ ກໍຄືວ່າເປັນການສະແດງອອກວ່າເຮົາຢາກພົບເຂົາ
  4. ແຕ່ງອາຫານໃຫ້ກິນ: ການເຮັດອາຫານໃຫ້ຄົນຮັກຄົນດ້ວຍຕົນເອງເປັນການສະແດງອອກທີ່ໜ້າປະທັບໃຈ ໂດຍສະເພາະຕາມປົກກະຕິແລ້ວເຈົ້າແມ່ນຄົນທີ່ມັກແຕ່ງກິນໃຫ້ໃຜ
  5. ໃຫ້ເວລາກັບແຟນ: ຄົນສອງຄົນຄົບກັນສິ່ງສໍາຄັນທີ່ສຸດກໍຄືຄວາມຮູ້ສຶກ ເປັນເລື່ອງທໍາມະດາທີ່ເຮົາຢາກໃຊ້ເວລາຮ່ວມກັບຄົນທີ່ເຮົາຮັກ ຖ້າອີກຝ່າຍເມົາມົວແຕ່ເຮັດວຽກ ຫຼືບໍ່ມີເວລາໃຫ້ກັບຄົນຮັກເລີຍ ເຊື້ອວ່າຄົງບໍ່ມີໃຜມີຄວາມສຸກ ສິ່ງດຽວທີ່ຈະເຕີມເຕັມຄວາມສຸກຂອງແຟນໄດ້ກໍຄືການໄດ້ໃຊ້ເວລາຮ່ວມກັນກັບຄົນທີ່ເຮົາຮັກ
  6. ມີຂອງຂວັນເຊີຣ໌ໄພຣ: ຄົນທີ່ເປັນແຟນກັນຍອມຮູ້ໃຈອີກຝ່າຍໜຶ່ງດີທີ່ສຸດ ດົນໆກໍມີຂອງຂວັນພິເສດໃຫ້ແຟນກໍຖືວ່າເປັນເລື່ອງທີ່ດີ ບໍ່ຈໍາເປັນວ່າຕ້ອງຖ້າວັນພິເສດຈຶ່ງໃຫ້
  7. ເຮັດກິດຈະກໍາຍາມຫວ່າງຮ່ວມກັນ: ອອກກໍາລັງກາຍ ຫຼິ້ນກິລາ ສິ່ງທີ່ທັງສອງມັກ
  8. ເບິ່ງແຍງຍາມເຈັບປ່ວຍ
  9. ເຮັດໃນສິ່ງທີ່ເຂົາບໍ່ຄິດວ່າເຮົາຈະເຮັດ: ແຟນມັກ ແຕ່ເຮົາບໍ່ມັກ ແຕ່ຖ້າເຮົາຍອມປັບຕົວເຂົ້າຫາອີກຝ່າຍ ດ້ວຍການຝືນໃຈເລັກໆໜ້ອຍໆ ເພື່ອໃຫ້ອີກຝ່າຍສະບາຍໃຈ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...