Homeນານາສາລະ20 ສັບພະຄຸນ ແລະປະໂຫຍດຂອງຂ່າ

20 ສັບພະຄຸນ ແລະປະໂຫຍດຂອງຂ່າ

Published on

ຂ່າເປັນອີກໜຶ່ງສະໝຸນໄພທີ່ມີປະໂຫຍດຫຼາກຫຼາຍ

  1. ຫົວຂ່າມີສັບພະຄຸນຊ່ວຍບໍາລຸງທາດ, ບໍາລຸງໂລຫິດ
  2. ມີປະໂຫຍດຊ່ວຍຫຼຸດລະດັບນໍ້າຕານໃນເລືອດ
  3. ມີສັບພະຄຸນແກ້ພິດຈາກມົດແມງກັດ
  4. ໃບຂ່າສາມາດຂ້າເຊື້ອລາໄດ້
  5. ຫົວຂ່າເປັນຢາແກ້ທ້ອງອືດ, ແໜ້ນທ້ອງ ແລະຂັບລົມໃນລໍາໄສ້ ແລະຊ່ວຍຫຼຖດແກ໊ສໃນກະເພາະ
  6. ມີສັບພະຄຸນຊ່ວຍປິ່ນປົວອາການຖອກທ້ອງ ແລະອາຫານເປັນພິດ ແກ້ທ້ອງບິດ
  7. ມີປະໂຫຍດຊ່ວຍປິ່ນປົວອາການອັກເສບ
  8. ມີສັບພະຄຸນຊ່ວຍດັບກິ່ນປາກ ແລະກິ່ນເຫຼົ້າ
  9. ໃບຂ່າຊ່ວຍປິ່ນປົວອາການເຈັບປວດກ້າມຊີ້ນ
  10. ກິ່ນຂອງຂ່າຊ່ວຍໃຫ້ຫາຍໃຈສະດວກ, ແກ້ໄອ ແລະແກ້ຫອບຫືດ
  11. ຂ່າຊ່ວຍຫຼຸດອາການເຈັບແຂ້ວ ແລະເຈັບເຫືອກ
  12. ໃບຂ່າມີສັບພະຄຸນຊ່ວຍຂັບຂີ້ກະເທິ, ແກ້ໄອ ແລະແກ້ຫວັດ
  13. ໃບຂ່ານໍາໄປຕົ້ມນໍ້າດື່ມເຮັດໃຫ້ເລືອດລົມດີ
  14. ດອກ ແລະໃບຂ່າ ນໍາໄປບົດແລ້ວທາຜິວໜັງແກ້ແພ້, ແກ້ຜື່ນຄັນຈາກມົດແມງກັດ
  15. ດອກຂ່າຊ່ວຍແກ້ອາການຖອກທ້ອງ
  16. ຫົວຂ່ານິຍົມນໍາມາສະກັດເປັນນໍ້າມັນຫອມລະເຫີຍ ເພາະຊ່ວຍໃຫ້ຮູ້ສຶກຫອມສະອາດ
  17. ມີສັບພະຄຸນຊ່ວຍຫຼຸດກິ່ນອັບໃນເຮືອນຄົວ ແລະຫ້ອງນໍ້າໄດ້
  18. ຫົວຂ່າຊ່ວຍໄລ່ມົດແມງໄດ້ ເພາະກິ່ນຂອງຂ່າເປັນກິ່ນທີ່ມົດແມງບໍ່ມັກ
  19. ເອົາໄປເຮັດນໍ້າມັນນວດໂຕໄດ້
  20. ນໍາໄປປະກອບອາຫານຕົ້ມ,ແກງ ແລະອົບ ໃຫ້ລົດຊາດມີເອກະລັກສະເພາະໂຕ

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...