spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນໜັກໃຫ້ຂະແໜງ ກະສິກໍາ ແລະປ່າໄມ້ ປັບປຸງຕ່ອງໂສ້ ການຜະລິດກະສິກໍາ ຕິດພັນກັບ ການປຸງແຕ່ງ

ນາຍົກ ເນັ້ນໜັກໃຫ້ຂະແໜງ ກະສິກໍາ ແລະປ່າໄມ້ ປັບປຸງຕ່ອງໂສ້ ການຜະລິດກະສິກໍາ ຕິດພັນກັບ ການປຸງແຕ່ງ

Published on

ໃນຕອນເຊົ້າຂອງວັນທີ 27 ທັນວາ 2016 ຢູ່ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ລາວ-ຢີ່ປຸ່ນ (ICTC) ໄດ້ຈັດກອງປະຊຸມກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2016 ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານລັດຖະມົນຕີ, ບັນດາທ່ານເຈົ້າແຂວງ, ຮອງລັດຖະມົນຕີ, ບັນດາຜູ້ປະກອບການຜະລິດ, ແຂກຖືກເຊີນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

%e0%ba%9b%e0%bb%88%e0%ba%b2%e0%bb%84%e0%ba%a1%e0%bb%89%e0%bb%89

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້,ນາຍົກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຂະແໜງການກະສິກໍາ ແລະ ປ່າໄມ້ ທີ່ສາມາດຍາດມາໄດ້ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງຕົນ ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ສືບຕໍ່ເອົາໃຈໃສ່ບາງບັນຫາສໍາຄັນ ເປັນຕົ້ນແມ່ນ 1. ສໍາລັບທິດທາງໃນການພັດທະນາ ໃນປີ 2017 ແລະ ຊຸມປີຕໍ່ໜ້າ ແມ່ນຕ້ອງຫັນເອົາວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນວຽກແຖວໜ້າ, ຕ້ອງຫັນເປັນທ່າແຮງໄດ້ປຽບຂອງປະເທດ ໃນການຜະລິດສະບຽງອາຫານ, ເປັນສິນຄ້າ ກະສິກໍາທີ່ສະອາດ, ປອດສານ ແລະ ດຶງດູດຄວາມສົນໃຈ ຜູ້ບໍລິໂພກໃນທົ່ວໂລກ; 2. ຕ້ອງມີຈຸດສຸມໃນການຜະລິດ, ກໍານົດເຂດການຜະລິດສະເພາະ, ຫັນໄປສູ່ອຸດສາຫະກໍາປຸງແຕ່ງ ສິນຄ້າກະສິກໍາ, ເຮັດໃຫ້ສິນ ຄ້າກະສິກໍາສະອາດແທ້, ເປັນສີຂຽວ, ກໍານົດສິນຄ້າປາຍແຫຼມ, ຈັດຕັ້ງກຸ່ມການຜະລິດ, ຮັບປະກັນແນວພັນ, ມີກົນຈັກ, ມີສາງເກັບມ້ຽນ ທີ່ໄດ້ມາດຕະຖານ, ມີໂຮງອົບ, ມີໂຮງງານປຸງແຕ່ງ ທີ່ຕິດພັນກັບການຜະລິດ, ສົ່ງອອກຜະລິດຕະພັນກະສິກໍາ ທີ່ສະອາດ ໄດ້ມາດຕະຖານ ຢ່າງເປັນລະບົບຄົບຊຸດ;3. ເອົາໃຈໃສ່ເປັນພິເສດ ໃນການສົ່ງເສີມ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ໂດຍການຊອກຫາແຫຼ່ງທຶນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ, ການເກັບຊື້ ແມ່ນຕ້ອງໃຫ້ເຖິງປະຊາຊົນ; 4. ປັບປຸງຕ່ອງໂສ້ຂອງການຜະລິດກະສິກໍາ ຕິດພັນກັບ ການປຸງແຕ່ງແຕ່ຫົວທີ ໃນນັ້ນ ຕ້ອງໃຫ້ມີຄຸນນະພາບ ການປະສານງານຕ້ອງໃຫ້ວ່ອງໄວ ເມື່ອພົບເຫັນບັນຫາ ແມ່ນໃຫ້ແກ້ໄຂແຕ່ຫົວທີ ແລະ ທັນການ, ຕ້ອງໄດ້ມີການຕິດຕາມ ສະພາບຄວາມຕ້ອງການຂອງຕະຫຼາດ, ລາຄາສິນຄ້າກະສິກໍາ ທີ່ມີຄວາມຕ້ອງການຂອງຕະຫຼາດ ເພື່ອສົ່ງເສີມການຜະລິດ ຢ່າງມີຈຸດສຸມ ແລະ ຈັດຕັ້ງເປັນກຸ່ມການຜະລິດໃຫຍ່; 5. ສົ່ງເສີມການນໍາໃຊ້ວິທະຍາສາດ-ເຕັກນິກໃໝ່ໆ ແລະ ກົນຈັກທີ່ທັນສະໄໝ ເຂົ້າໃນການຜະລິດກະສິກໍາ ໃຫ້ຫຼາຍຂຶ້ນ ເພື່ອຍົກລະດັບສະມັດຕະພາບ ໃນການຜະລິດ, ປະຢັດເວລາ ແລະ ແຮງງານຄົນ ທັງເປັນການຫຼຸດຜ່ອນຕົ້ນທຶນ ໃນການຜະລິດ, ກໍານົດນະໂຍບາຍສົ່ງເສີມການຜະລິດ ໃຫ້ລະອຽດຈະແຈ້ງ. ພ້ອມດຽວກັນນັ້ນ, ກໍ່ໃຫ້ຮັກສາແນວພັນພືດ-ສັດ ທີ່ເປັນເອກກະລັກ, ດັ່ງເດີມ ຂອງແຕ່ລະທ້ອງຖິ່ນໄວ້ ໂດຍຕິດພັນກັບການທ່ອງທ່ຽວ; 6. ວຽກງານກະສິກໍາ ແລະ ປ່າໄມ້ ຕ້ອງລວມສູນຢູ່ໃນກະຊວງກະສິກໍາ ແລະ ປ່າໄມ້ ໂດຍສະເພາະ ວຽກງານຄຸ້ມຄອງ 3 ປະເພດປ່າ ຄື: ປ່າຜະລິດ, ປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ; 7. ສໍາລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນສະເພາະໜ້ານີ້ ແມ່ນໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ນັບທັງສູນກາງ ແລະ ທ້ອງຖິ່ນ ຕ້ອງສ້າງແຜນການພັດທະນາລະອຽດ ໄປຕາມລວງດຽວກັນ ຕາມ 03 ປະເພດຈຸດສຸມ ທີ່ລັດຖະບານ ໄດ້ຮັບຮອງເອົາ ຄື: 91 ຈຸດສຸມພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ, 145 ຈຸດສຸມຈັດສັນພູມລໍາເນົາຄົງທີ່ ແລະ ບ້ານທໍາມາຫາກິນແບບຖາວອນ; 213 ບ້ານຈຸດສຸມ ສ້າງຕົວເມືອງນ້ອຍໃນຊົນນະບົດ, ເຊິ່ງບັນດາຈຸດສຸມດັ່ງກ່າວນີ້ ຕ້ອງໄດ້ລົງເລິກຕົວຈິງ ເຮັດເປັນຕົວຢ່າງ, ມີການຂະຫຍາຍໄປ ແລະ ມີການສະຫຼຸບຖອດຖອນບົດຮຽນ ຢ່າງເປັນປົກກະຕິ; 8. ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການພັດທະນາ ຊັບພະຍາກອນມະນຸດ ໂດຍສະເພາະແມ່ນ ເຮັດຄົນໃນສັງຄົມ ຫັນເຫໄປສຶກສາຮໍ່າຮຽນ ຂະແໜງກະສິກໍາໃຫ້ຫຼາຍຂຶ້ນ ໂດຍສະເພາະ ນັກວິຊາການປູກຝັງ, ລ້ຽງສັດ, ສັດຕະວະແພດ, ການປ້ອງກັນ, ກັກກັນສັດຕູພືດ ແລະ ພະຍາດສັດ ໃຫ້ມີຈໍານວນພຽງພໍ ກັບການຜະລິດ; 9. ຕ້ອງເອົາໃຈໃສ່ປັບປຸງ ບັນດາສູນບໍລິການເຕັກນິກກະສິກໍາ ແລະ ປ່າໄມ້ ໄປຄຽງຄູ່ກັບ ການພັດທະນາໂຮງງານ ຫຼື ການຜະລິດ, ການນໍາໃຊ້ປຸຍຊີວະພາບ, ແກ້ໄຂຂອດການຜະລິດກະສິກໍາ ເປັນຕົ້ນ ດິນ, ຊົນລະປະທານ, ຝຸ່ນທໍາມະຊາດ, ແນວພັນ ແລະ ເຕັກນິກ, ເຕັກໂນໂລຊີ ໃຫ້ທັນສະໄໝ ໂດຍການຫຼີກລ້ຽງ ບໍ່ໃຫ້ມີການນໍາໃຊ້ປຸຍເຄມີ ແລະ ຢາປາບສັດຕູພືດ. ອັນສໍາຄັນ ເພື່ອເຮັດໃຫ້ວຽກງານ ການຜະລິດກະສິກໍາເປັນສິນຄ້າ ໄດ້ຮັບການພັດທະນາ ພວກເຮົາຕ້ອງໄດ້ຈັດຕັ້ງປະຕິບັດ ຫຼັກການ 03 ເປີດ ຄື: ຕ້ອງເປີດປະຕູ ເຂົ້າສູ່ການລົງທຶນ; ເປີດສິ່ງກີດຂວາງ ເປັນຕົ້ນແມ່ນ ສິ່ງໃດທີ່ຍັງເປັນສິ່ງອຸດຕັນ, ມີຄວາມຫຍຸ້ງຍາກ ຕ້ອງໄດ້ເປີດອອກ ແລະ ຕ້ອງໄດ້ເປີດໃຈ.

ແຫຼ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສຳພັນ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...