spot_img
Homeຂ່າວການພັດທະນານາຍົກ ເນັ້ນແຂວງຫົວພັນ ເຄັ່ງຄັດ ຕ້ານການຟຸມເຟືອຍ ເບີກຈ່າຍເງິນເດືອນທັນເວລາ

ນາຍົກ ເນັ້ນແຂວງຫົວພັນ ເຄັ່ງຄັດ ຕ້ານການຟຸມເຟືອຍ ເບີກຈ່າຍເງິນເດືອນທັນເວລາ

Published on

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ ໄດ້​ໂອ້​ລົມ​ໃຫ້​ທິດ​ຊີ້ນຳ ​ແກ່​ຄະນະ​ພັກ​ອຳນາດ​ການ​ປົກຄອງ ​ແລະ ພະນັກງານ​ຫລັກ​ແຫ​ລ່ງ ພ້ອມ​ດ້ວຍລັດຖະກອນ​ແຂວງ​ ຫົວພັນ ​​ໂດຍໄດ້ເນັ້ນໜັກ ໃຫ້ຄະນະ​ພັກ ​ອຳນາດ​ການ​ປົກຄອງ​ແຕ່ລະ​ຂັ້ນ ຕ້ອງ​ເພີ່​ມທະວີ​ຄວາມເອົາ​ໃຈ​ໃສ່​ ຢ່າງ​ເຄັ່ງ​ຄັດ​ປະຕິບັດ​ມາດ​ຕະການ ​ປະຢັດ ​ຕ້ານ​ການ​ຟຸມ​ເຟື່ອຍ ​ແລະ ປະຕິບັດ​ ໃຫ້​ໄດ້​ຕາມ​ແຜນ​ງົບປະມານ​ແຫ່ງ​ລັດ ​ໂດຍ​ສະ​ເພາະ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ຂອງ​ພະນັກງານ-​ລັດຖະກອນ-​ຄູ-​ອາຈານ-​ກຳລັງ​ປະກອບ​ອາວຸດ​ ໃຫ້​ໄດ້​ທັນຕາ​ມກຳນົດ​ເວລາ​ ໃນ​ທຸກໆທ້າຍ​ເດືອນ. ພ້ອມ​ນັ້ນ ​ໃຫ້​ມີ​ຄວາມສາມັກຄີ​ປອງ​ດອງ​ ກັບ​ບັນດາ​ເຜົ່າ​ຢ່າງໜັກ​ແໜ້ນ, ອະນຸລັກ​ຮັກສາ​ວັດທະນະທຳ​ຮີດຄອງ​ປະ​ເພນີ​ ອັນ​ເປັນ​ມູນ​ເຊື້ອຂອງ​ເຜົ່າ ​ແລະ ຂອງ​ຊາດ​ໄວ້​ໃຫ້​ຍືນ​ຍົງ, ຮັບປະກັນ​ຄວາມ​ມີ​ສະຖຽນລະ​ພາບ​ ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາ​ມສະຫງົບ​ຍຸຕິ​ທຳ, ພ້ອມ​ກັນ​ຮັກສາ ​ແລະ ​ເຊີດ​ຊູ​ກຽດຊື່ສຽງຖິ່ນ​ກຳ​ເນີ​ດ ຂອງ​ພັກ​ຂອງ​ລັດ, ຂອງ​ກອງທັບ​ປະຊາຊົນ​ລາວ​ ໄວ້​ໃຫ້ໝັ້ນຄົງ. ເອົ​າ​ໃຈ​ໃສ່​ຄົ້ນຄວ້າ​ ຄວບ​ຄຸມ​ບັນດາໜີ້ສິນ​ຂອງ​ລັດ ຜັນ​ຂະຫຍາຍ 5 ທ່າ​ແຮງຫລັກ​ ເພື່ອ​ພັດທະນາ​ແຂວງ​ຫົວພັນ ​ຕາມ​ທິດ​ສີຂຽວ ຍືນ​ຍົງ​ເປັນຕົ້ນ​ ແມ່ນການ​ປູກຝັງ, ລ້ຽງສັດ, ພະລັງງານ​ໄຟຟ້າ​ນ້ຳຕົກ, ຫັດ​ຖະກຳ ​ແລະ ການທ່ອງທ່ຽວ, ການ​ພັດທະນາທາງ​ດ້ານ​ວັດທະນະທຳ​ສັງຄົມ ​ໃຫ້​ສູງ​ຂຶ້ນ​ເປັນຕົ້ນ​ແມ່ນ​ການ​ສຶກສາ, ສາທາລະນະ​ສຸກ​ຢູ່​​ໃນຂັ້ນພື້ນຖານ​ ໃຫ້​ກວ້າງຂວາງ ​ແລະ ຮຽກຮ້ອງ​ໃຫ້​ເອົາ​ໃຈ​ໃສ່ ​ດ້ານ​ຈັນ​ຍາ​ບັນ​ ໃຫ້​ມີ​ຄວາມໜັກ​ແໜ້ນ, ຄະນະ​ພັກ​ອຳນາດ​ການ​ປົກ ຄອງ​ທຸກຂັ້ນ ຕ້ອງ​ກຳ​ແໜ້ນ​ແນວທາງ​ຫັນປ່ຽນ​ໃໝ່ ຂອງ​ພັກ-​ລັດ​ຖະບານ.

​       ໂອກາດດັ່ງກ່າວທ່ານ ວັນ​ໄຊ ​ແພງ​ຊຸມ​ມາ ​ເຈົ້າ​ແຂວງ​ຫົວພັນ​ ​ໄດ້ລາຍ​ງານ​ສະພາບ​ການ ​ພັດທະນາ​ເສດຖະກິດ-​ສັງຄົມ​​ໂດຍ​ຫຍໍ້ ໂດຍ​ຍົກ​ໃຫ້​ເຫັນ​ບາງ​ຈຸດ​ທີ່​ພົ້ນ​ເດັ່ນ ​ເຊັ່ນ: ພື້ນຖານ​ໂຄ່ງ​ລ່າງ ​ໄດ້​ຮັບ​ການ​ປັບປຸງ, ການ​ປູກຝັງ​ຂອງ​ປະຊາຊົນ​​ ເປັນ​ຂະ​ບວນຟົດ​ຟື້ນ, ການທ່ອງທ່ຽວ-ການ​ບໍລິການ ​ມີ​ທ່າ​ຂະຫຍາຍຕົວ, ໂຄງ​ປະກອບ​ເສດຖະກິດ ​ມີ​ທ່າ​ອ່ຽງຫັນປ່ຽນຢ່າງ​ຕັ້ງໜ້າ, ກົນ​ໄກ​ເສດຖະກິດ​ຕະຫລາດ​ ໄດ້​ຮັບ​ການ​ພັດທະນາ​ກາຍ​ເປັນ​ຮູບ​ປະ​ທຳ ​ເທື່ອ​ລະ​ກ້າວ, ການ​ພັດທະນາ​ເສດຖະກິດ-​ສັງຄົມ ​ມີ​ທ່າ​ຂະຫຍາຍຕົວ​ທີ່​ດີ​ຕໍ່​ເນື່ອງ​ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP) ບັນລຸ 2.000 ຕື້ກວ່າກີບ, ສະ​ເລ່ຍລາຍ​ຮັບ​ໄດ້ 7 ລ້ານ​ກວ່າ​ກີບ​ ຫລື 914 ​ໂດ​ລາ​ສະຫະລັດ ​ຕໍ່ຄົນ​ຕໍ່ປີ, ປັດຈຸ​ບັນ ​ທົ່ວ​ແຂວງ​ມີ​ 13.201 ຄອບຄົວທຸກ​ຍາກ, ກວມ 27,09% ຂອງ​ຄອບຄົວ​ທັງໝົດ, ສາມາດລົບ​ລ້າງ​ບ້ານ​ທຸກ​ຍາກ​ໄດ້ 358 ບ້ານ, ສ້າງ​ບ້ານ​ພັດທະນາ​ໄດ້ 173 ບ້ານ ​ແລະ ອອກ​ໃບຢັ້ງຢືນ​ ຄອບຄົວ​ພັດທະນາ​ໄດ້ 2.311 ຄອບຄົວ.

http://muan.sanook.com/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...