Home​ຂ່າວບັນເທິງນາງສາວລາວ ເຂົ້າຮ່ວມການຄັດເລືອກນັກສະແດງຫຼັກ

ນາງສາວລາວ ເຂົ້າຮ່ວມການຄັດເລືອກນັກສະແດງຫຼັກ

Published on

ນາງສາວລາວ 2016 ປີນີ້ ຖືວ່າຄຶກຄັກກວ່າທຸກປີ ເພາະຫຼັງຈາກນາງສາວລາວໄດ້ຮັບຕຳແໜ່ງ ກໍ່ມີຂ່າວຜົນງານຂອງເຫຼົ່າບັນດານາງງາມມາອັບເດດໃຫ້ແຟນບັນເທີງອ່ານຢູ່ເປັນປະຈຳ ແລະ ມື້ນີ້ກໍ່ມີອີກໜຶ່ງຂ່າວຄາວຈະມາອັບເດດໃຫ້ໄດ້ອ່ານນຳກັນ ເພາະຕອນນີ້ທາງ ເພສ ນາງສາວລາວ ໄດ້ເປີດເຜີຍໃຫ້ຮູ້ວ່າ. ປັດຈຸບັນມີ 4 ນາງສາວລາວ ທີ່ເຂົ້າຮ່ວມການຮ່ວມຄັດເລືອກນັກສະແດງຫຼັກ ໃນຮູບເງົາເລື່ອງໃໝ່ ເປັນຮູບເງົາ ການຮ່ວມມືລະຫວ່າງ ລາວ ແລະ ຈີນ ແຕ່ຈະເປັນຊື່ເລື່ອງຫຍັງນັ້ນ ຂໍປິດໄວ້ກ່ອນ

ເຊິ່ງ 4 ນາງສາວທີ່ເຂົ້າຮ່ວມການຄັດເລືອກນັກສະແດງຫຼັກໃນຄັ້ງນີ້ປະກອບມີ
ບຸດສະບາ ນາງສາວລາວ 2016, ໄໝຄຳ ຮອງອັນດັບສາມນາງສາວລາວ 2016, ສະຕິວ ຮອງອັນດັບສີ່ ນາງສາວລາວ 2016 ແລະ ອາພັດຊະລິນຍາ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2016

ບົດທີ່ໄດ້ທົດສອບການສະແດງແມ່ນບົດຂອງຕົວຫຼັກຂອງເລື່ອງ ເຊິ່ງທັງ 4 ນາງສາວ ຕ້ອງໄດ້ສະແດງບົດດຣາມານ້ຳຕານອງ ເຊິ່ງຕ້ອງໄດ້ສະແດງຄວາມຮູ້ສຶກເສົ້າ, ເສຍໃຈ ທີ່ຕ້ອງພັດພາກຈາກຄົນຮັກ

ງານນີ້ບອກເລີຍວ່າບໍ່ແມ່ນເລື່ອງກ້ວຍໆຂອງ 4 ນາງສາວແລ້ວ ແຕ່ທຸກຄົນກໍ່ເຮັດຜົນງານອອກມາດີເກີນຄາດ ເອົາເປັນວ່າເຮົາຕ້ອງຕິດຕາມກັນຕໍ່ໄປ ວ່າໃຜຈະຖືກເລືອກໃຫ້ເປັນນັກສະແດງໃນຮູບເງົາເລື້ອງນີ້ ເຊິ່ງຮູບເງົາເລື່ອງດັ່ງກ່າວຈະເປີດກ້ອງຖ່າຍທຳໃນວັນທີ 30 ທັນວານີ້, ຫາກມີຂ່າວຄືບໜ້າແນວໃດ ແອັດມິນຈະມາອັບເດດໃຫ້ຮູ້ນຳກັນແນ່ນອນ

ແຕ່ຕອນນີ້ເຮົາມາເບິ່ງການສະແດງຂອງທັງ ສີ່ສາວງາມກັນດີກວ່າວ່າພວກນາງສະແດງອອກມາເປັນແນວໃດ

ເລີ່ມຈາກສາວຄົນນີ້ ບຸດສະບາ ແສງປັນ ນາງສາວລາວ 2016 ອາລົມກຳລັງຮູ້ສຶກເສົ້າ, ເສຍໃຈ ທີ່ຕ້ອງພັດພາກຈາກຄົນຮັກ

492-2

7836

ໄໝຄຳ ຮອງອັນດັບສາມນາງສາວລາວ 2016 ອາລົມກຳລັງຮູ້ສຶກເສົ້າ, ເສຍໃຈ ທີ່ຕ້ອງພັດພາກຈາກຄົນຮັກ

3176

1175

ສະຕິວ ຮອງອັນດັບສີ່ ນາງສາວລາວ 2016 ອາລົມກຳລັງຮູ້ສຶກເສົ້າ, ເສຍໃຈ ທີ່ຕ້ອງພັດພາກຈາກຄົນຮັກ

4460 626

ອາພັດຊະລິນຍາ ໜຶ່ງໃນຜູ້ເຂົ້າປະກວດນາງສາວລາວ 2016 ອາລົມກຳລັງຮູ້ສຶກເສົ້າ, ເສຍໃຈ ທີ່ຕ້ອງພັດພາກຈາກຄົນຮັກ

1112-3 1366

ເຫັນພາບການສະແດງຂອງທັງສີ່ສາວ ຕ້ອງບອກຄຳດຽວເລີຍວ່າສຸດຍອດກັນທັງນັ້ນ ດັ່ງນັ້ນຢ່າລືມຕິດຕາມຜົນງານດ້ານການບັນເທີງຂອງພວກນາງດ້ວຍ ເບິ່ງແຕ່ລະຄົນອານາຄົດງານບັນເທີງໄປໄກທຸກຄົນ.

ຂອບໃຈຂໍ້ມູນຂ່າວ ແລະ ຮູບພາບປະກອບຈາກ: MISS LAOS ນາງສາວລາວ
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...