Homeຂ່າວເຫດການຜູ້ນຳລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

ຜູ້ນຳລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ ສສ ຫວຽດນາມ

Published on

ວັນ​ທີ 26 ທັນວາ 2016 ຜ່ານມານີ້ ທີ່​ນະຄອນຫລວງ​ວຽງຈັນ, ທ່ານ​ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ ​ໄດ້​ໃຫ້ກຽດຕ້ອນຮັບ​ການ​ເຂົ້າ​ຢ້ຽມ ຄຳນັບ​ຂອງ​ທ່ານ ຟາ​ມ ບິ່ງ ມິ​ງ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ, ໃນໂອກາດທີ່​ເດີນທາງ​ມາ​ຢ້ຽມ ສປປ ລາວ ຢ່າງ​ເປັນ​ທາງ​ການ ​ແຕ່​ວັນ​ທີ 24-26 ທັນວາ ນີ້.
ໂອກາດ​ນີ້, ທ່ານ ​ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ ຍີ​ນດີ​ຕ້ອນຮັບ​ແລະ ຕີ​ລາຄາ​ສູງຕໍ່ທ່ານ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສສ ຫວຽດນາມ ພ້ອມ​ດ້ວຍ​ຄະນະ ທີ່​ໄດ້​ມາ​ຢ້ຽມຢາມ ສປປ ລາວ ​ໃນ​ຄັ້ງ​ນີ້ ​ທັງເປັນ​ການ​ປະກອບສ່ວນ​ສຳຄັນ ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ ຮ່ວມ​ມື​ອັນ​ເປັນ​ມູນ​ເຊື້ອ ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ກໍ​ຄື​ສອງ​ກະຊວງການ​ຕ່າງປະ​ເທດ ລາວ-​ຫວຽດນາມ ​ໃຫ້​ນັບ​ມື້​ຈະ​ເລີ​ນງອກ​ງາມ​ຍິ່ງໆ​ຂຶ້ນ. ທ່ານ ຟາ​ມ ບິ່ງ ມິ​ງ ກໍ​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ທ່ານ ​ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ທີ່​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ ໃນ​ຄັ້ງ​ນີ້, ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ ​ເຖິງ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ລາວ​ ໃນ​ຄັ້ງ​ນີ້​ໃຫ້​ຊາບ​ອີກ​ດ້ວຍ.

%e0%ba%9c%e0%ba%b9%e0%bb%89%e0%ba%99%e0%ba%b3%e0%ba%a5%e0%ba%b2%e0%ba%a7%e0%bb%80%e0%ba%ae%e0%ba%bb%e0%ba%b2

​ໃນ​ວັນ​ດຽວກັນ, ​ທ່ານ ຟາ​ມ ບິ່ງ ມິ​ງ ກໍ​ໄດ້​ເຂົ້າ​ຢ້ຽມຂ່ຳນັບທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ເພື່ອ​ຮັດ​ແໜ້ນການ​ຮ່ວມ​ມື​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...