Homeນານາສາລະ11 ເທັກນິກການຂັບລົດ ປ້ອງກັນອຸປະຕິເຫດໃນຊ່ວງລະດູໜາວ

11 ເທັກນິກການຂັບລົດ ປ້ອງກັນອຸປະຕິເຫດໃນຊ່ວງລະດູໜາວ

Published on

ການຂັບຂີ່ລົດໃນຊ່ວງລະດູໜາວ ຕ້ອງມີຄວາມລະມັດລະວັງເປັນພິເສດ ເພາະອາກາດໜາວ ເຮັດໃຫ້ໝອກລົງຫຼາຍກວ່າປົກກະຕິ ແລະປົກຄຸມເທິງຖະໜົນ ເຮັດໃຫ້ການຂັບຂີ່ລົດໄປມາຍາກ ດັ່ງນັ້ນ ຈຶ່ງຄວນມີເທັກນິກ ເພື່ອປ້ອງກັນອຸປະຕິເຫດ

  1. ກຽມພ້ອມສະພາບລົດ ໃຫ້ພ້ອມເດີນທາງໃນຊ່ວງໝອກປົກຄຸມເສັ້ນທາງ: ດ້ວຍອຸປະກອນທຳຄວາມສະອາດແວ່ນ ຕ້ອງຢູ່ໃນສະພາບພ້ອມໃຊ້ງານ
  2. ການຂັບລົດໃຫ້ເປີດສັນຍານໄຟ ແລະໄຟຕັດໝອກ: ເຊິ່ງຕ້ອງໄດ້ເປີດທັງໄຟໜ້າ ແລະໄຟຫຼັງ ເພື່ອໃຫ້ຄົນອື່ນເຫັນເຮົາ
  3. ກໍລະນີໝອກລົງຫຼາຍຈົນເບິ່ງບໍ່ເຫັນທາງ: ໃຫ້ຈອດລົດໃນບໍລິເວນທີ່ປອດໄພ ລໍຖ້າຈົນໝອກຈາງ ແລ້ວຈຶ່ງຂັບລົດໄປຕໍ່
  4. ເປີດໄຟໃຫ້ຕໍ່າ ບໍ່ຕາຕາຫຼີ່: ເພື່ອໃຫ້ຄົນອື່ນເບິ່ງເຫັນເຮົາ ແລະຫ້າມໃຊ້ໄຟສູງ ເພາະແສງໄຟຈະສະທ້ອນ ເຮັດໃຫ້ຄົນອື່ນເຫຼື້ອມຕາ
  5. ບໍ່ຂັບລົດດ້ວຍຄວາມໄວ: ເວັ້ນໄລຍະຫ່າງຈາກລົດອື່ນໃຫ້ຫຼາຍກວ່າປົກກະຕິ ໂດຍເວັ້ນໄລຍະທີ່ເໝາະສົມເຊັ່ນ ໄລຍະທີ່ເບິ່ງເຫັນທ້າຍລົດຄັນທາງໜ້າ
  6. ການລ້ຽວລົດໃນຂະນະລ້ຽວລົດຜ່ານໝອກ: ໃຫ້ສັນຍານລ່ວງໜ້າຢ່າງຊັດເຈນ ແລະເໝາະສົມ ຄວນເປີດແວ່ນລົດແດ່ ເພື່ອໃຫ້ໄດ້ຍິນສຽງ, ເປີດໄຟໜ້າ ແລະບີບແກໃຫ້ຫຼາຍກວ່າປົກກະຕິ
  7. ການຈອດລົດກາງໝອກຫຼາຍ: ຕ້ອງຈອດໃຫ້ພົ້ນທາງແລ່ນລົດໃຫ້ຫຼາຍທີ່ສຸດ, ຫາກຈຳເປັນ ແລະຫຼີກລຽງບໍ່ໄດ້ ໃຫ້ສ້າງສິ່ງກີດຂວາງ ຫຼືສັນຍານເຕືອນແທນ
  8. ການຂັບລົດ ຄວນເປີດສັນຍານໄຟໜ້າລົດ ແລະໄຟຕັດໝອກ: ເມື່ອໝອກລົງແຮງປົກຄຸມເສັ້ນທາງ ແລະຄວນປິດໄຟເມື່ອເຫັນເສັ້ນທາງຊັດເຈນ, ບໍ່ຄວນເປີດໄຟສູງ ເພາະເຮັດໃຫ້ຄົນອື່ນເຫຼື້ອມຕາ ອາດເກີດອຸປະຕິເຫດໄດ້
  9. ສະພາບຖະໜົນທີ່ມີໝອກປົກຄຸມຫຼາຍ: ນອກຈາກຈະເບິ່ງເສັ້ນທາງບໍ່ຊັດເຈນແລ້ວ, ທາງຍັງມື່ນກວ່າປົກກະຕິ ຈຶ່ງຄວນເບກລົດຫຼາຍຂຶ້ນ, ບໍ່ຂັບໃກ້ຄັນທາງໜ້າຫຼາຍເກີນໄປ
  10. ບໍ່່ຄວນຈອດລົດໃນບໍລິເວນທີ່ໝອກລົງຫຼາຍ: ແຕ່ຄວນຈອດໃນບ່ອນທີ່ໝອກຈາງໆ ເພື່ອໃຫ້ຜູ້ທີ່ຂັບລົດນຳຫຼັງເບິ່ງເຫັນໃນໄລຍະໄກ
  11. ການຂັບລົດຜ່ານໝອກດົນໆ ຕ້ອງໃຊ້ສະມາທິໃນການຄວບຄຸມພາຫະນະຫຼາຍກວ່າປົກກະຕິ ຈຶ່ງອາດເຮັດໃຫ້ຮູ້ສຶກອ່ອນເພຍ, ຄວນກຽມຮ່າງກາຍໃຫ້ພ້ອມກ່ອນເດີນທາງ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...