Homeນານາສາລະຄຳເວົ້າດີໆ ທີ່ລູກທຸກຄົນຢາກໄດ້ຍິນຈາກພໍ່ແມ່

ຄຳເວົ້າດີໆ ທີ່ລູກທຸກຄົນຢາກໄດ້ຍິນຈາກພໍ່ແມ່

Published on

ເຊື່ອບໍວ່າ ສິ່ງສຳຄັນທີ່ລູກໆ ຕ້ອງການຢາກໄດ້ຈາກພໍ່ແມ່ຫຼາຍທີ່ສຸດ ອາດບໍ່ແມ່ນເງິນຄຳ ຫຼືສິ່ງຂອງມີຄ່າ ແຕ່ເປັນຄວາມຮັກ, ການເອົາໃຈໃສ່ຂອງພໍ່ແມ່ຫຼາຍກວ່າ, ນີ້ເປັນ 7 ຄຳເວົ້າ ທີ່ລູກໆ ຢາກໄດ້ຍິນຈາກພໍ່ແມ່ ບໍວ່າຈະຢູ່ໃນສະຖານະການທີ່ດີ ຫຼືບໍ່ດີ ສິ່ງດຽວທີ່ເຂົາາຕ້ອງການຄືກຳລັງໃຈຈາກພໍ່ແມ່

  1. ພໍ່ແມ່ຮັກລູກ: ການບອກຮັກລູກ ເປັນຄຳເວົ້າທີ່ມີພະລັງ ແລະມີຄວາມໝາຍທີ່ສຸດ ເພາະຄວາມຮັກທີ່ດີທີ່ສຸດຄືການເລີ່ມຕົ້ນຈາກໃນເຮືອນ, ຫາກລູກບໍ່ເຄີຍໄດ້ຍິນຄຳວ່າ “ຮັກ” ອອກຈາກປາກພໍ່ແມ່ກ່ອນ ກໍບໍ່ຮູ້ວ່າລູກຈະໄດ້ຍິນຄຳນີ້ຈາກໃຜ
  2. ພໍ່ແມ່ພູມໃຈໃນຕົວລູກ: ການຍ້ອງລູກ ເມື່ອລູກເຮັດສິ່ງທີ່ຖືກຕ້ອງ ເປັນລາງວັນທີ່ດີທີ່ສຸດກວ່າ ການຊື້ຂອງຂວັນໃຫ້ເປັນການຕອບແທນ ເພາະຈະເຮັດໃຫ້ລູກເກີດຄວາມພູມໃຈຕົວເອງ ແລະພະຍາຍາມເຮັດສິ່ງທີ່ຕັ້ງໃຈໄວ້ຢ່າງປະສົບຄວາມສຳເລັດ
  3. ເວົ້າ “ຂໍໂທດ” ໃນເວລາທີ່ພໍ່ແມ່ເຮັດຜິດ: ເຊິ່ງເປັນຕົວຢ່າງທີ່ບໍ່ດີໃຫ້ລູກ ເພາະເຂົາຈະຮຽນຮູ້ວ່າ ການເຮັດສິ່ງໃດ ທີ່ເກີດຈາກຄວາມຕັ້ງໃຈ ຫຼືບໍ່ຕັ້ງໃຈ, ການຂໍໂທດ ຄືສິ່ງທີ່ຄວນເຮັດທຳອິດ
  4. ແມ່ໃຫ້ອະໄພລູກ: ເດັກນ້ອຍ ເມື່ອໃຫຍ່ກໍຍິ່ງມີຄວາມຄິດເປັນຂອງຕົນເອງຫຼາຍຂຶ້ນ ແລະບາງຄັ້ງອາດເຮັດໃຫ້ພໍ່ແມ່ໃຈຮ້າຍ ແຕ່ແນວໃດລູກກໍຄືລູກ ຄວນທີ່ຈະເວົ້າກັບລູກວ່າ “ໃຫ້ອະໄພລູກ” ແລະໃຫ້ເຫດຜົນກັບລູກ ເພື່ອໃຫ້ລູກໄດ້ຮູ້ ແລະບໍ່ເຮັດອີກ
  5. ພໍ່ແມ່ຮັບຟັງລູກສະເໝີ: ເມື່ອລູກເລີ່ມເຂົ້າສູ່ໄວລຸ້ນ ກໍມີໂລກສ່ວນຕົວ ແລະເປັນຕົວຂອງຕົວເອງສູງ ພໍ່ແມ່ກໍເລີ່ມບັງຄັບ ຫຼືສອນລູກບໍ່ໄດ້ຄືເກົ່າ ແຕ່ພໍ່ແມ່ຄວນຕັ້ງຄຳຖາມໃຫ້ລູກຄິດ ແລະພ້ອມທີ່ຈະຍອມຮັບຟັງລູກ ທຸກເລື່ອງ ເຊິ່ງຈະຊ່ວຍໃຫ້ລູກຕັດສິນໃຈໄດ້ຢ່າງມີສະຕິ ແລະເຊື່ອໝັ້ນໃນຕົວເອງ
  6. ນີ້ຄືສິ່ງທີ່ລູກຕ້ອງຮັບຜິດຊອບດ້ວຍຕົວເອງ: ພໍ່ແມ່ບໍ່ຄວນຊ່ວຍລູກແກ້ໄຂບັນຫາທຸກເລື່ອງ ເພາະການເຂົ້າໄປແກ້ໄຂບັນຫາໃຫ້ລູກ ແທນທີ່ຈະຢູ່ຫ່າງໆ ເພາະຄວາມຫ່ວງໃຍ ຈະເຮັດໃຫ້ລູກເຂົ້າໃຈວ່າບໍ່ຈຳເປັນຕ້ອງຮັບຜິດຊອບ, ດັ່ງນັ້ນ ພໍ່ແມ່ຄວນໃຫ້ລູກແກ້ໄຂບັນຫາເອງ ແລະພໍ່ແມ່ກໍຢູ່ຫ່າງໆເພື່ອຊ່ວຍເຫຼືອລູກຈະດີກວ່າ
  7. ລູກຢາກເປັນຫຍັງກໍໄດ້ທີ່ຢາກເປັນ: ເມື່ອຮອດເວລາທີ່ລູກຮຽນຈົບ ພໍ່ແມ່ຄວນບອກລູກວ່າ “ລູກຢາກເປັນຫຍັງກໍໄດ້” ພໍ່ແມ່ຈະເປັນຄົນສະໜັບສະໜູນ ໃນສິ່ງທີ່ລູກຢາກເປັນ ເພື່ອໃຫ້ເຂົາສາມາດກຽມຕົວ ແລະພ້ອມທີ່ຈະປະເຊີນສະຖານະການ ຕໍ່ການໄປສູ່ເປົ້າໝາຍ ແລະຄວາມຝັນຂອງລູກໃນອະນາຄົດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...