spot_img
Homeຂ່າວຕ່າງປະເທດອັງກິດ ເຕືອນໄພ ຄົນມັກສາກແບັດໂທລະສັບໄວ້ກ້ອງໝອນ

ອັງກິດ ເຕືອນໄພ ຄົນມັກສາກແບັດໂທລະສັບໄວ້ກ້ອງໝອນ

Published on

ເວັບໄຊເມໂທຣ ລາຍງານເມື່ອວັນທີ 22 ທັນວາ 2016 ຜ່ານມາວ່າ ຄຣິສ ໂອຄອນເນີ ຫົວໜ້າເຈົ້າໜ້າທີ່ດັບເພີງ ໃນນະຄອນລອນດອນ ປະເທດອັງກິດ ໄດ້ອອກມາປະກາດເຕືອນປະຊາຊົນ ການໃຊ້ໂທລະສັບ ເຊິ່ງເປັນອຸປະກອນເອເລັກໂທນິກນັ້ນ ຕ້ອງມີຄວາມລະມັດລະວັງ ພ້ອມທັງໂພສຮູບໂທລະສັບມືຖືທີ່ໄໝ້ ເພາະສາກແບັດ ປະໄວ້ກ້ອງໝອນ

%e0%ba%aa%e0%ba%b2%e0%ba%81

ເຈົ້າໜ້າທີ່ເວົ້າວ່າ “ ໃຜທີ່ໄດ້ຮັບຂອງຂວັນປີໃໝ່ເປັນໂທລະສັບ ຕ້ອງດີໃຈ ແລະບໍ່ຢາກປະໄວ້ ແຕ່ບໍ່ວ່າເຈົ້າຈະຮັກໂທລະສັບເຄື່ອງນັ້ນຫຼາຍປານໃດ, ກະລຸນາຢ່າເອົາມາປະໄວ້ກ້ອງໝອນ, ເຊິ່ງໂທລະສັບມືຖື ເປັນອຸປະກອນອີເລັກໂທນິກ ແລະແນ່ນອນວ່າ ມັນສາມາດເກີດໄຟໄໝ້ຂຶ້ນມາເຜົາບ່ອນນອນເຈົ້າໄດ້ທຸກເວລາ ຖ້າບໍ່ລະວັງ”

ສາເຫດທີ່ເປັນແນວນັ້ນ ເພາະວ່າ ໂທລະສັບມືຖືຖືກເອົາໄປໄວ້ກ້ອງໝອນ ມັນສາມາດໄດ້ຮັບຄວາມຮ້ອນຫຼາຍ ເຊິ່ງຮ້ອນຫຼາຍພໍທີ່ຈະເກີດໄຟລຸກໄໝ້ໝອນ ແລະບ່ອນນອນ ເຊິ່ງເປັນອັນຕະລາຍຫຼາຍ

ນອກຈາກນີ້ ເຈົ້າໜ້າທີ່ໂອຄອນເນີ ຍັງເວົ້າອີກວ່າ ບໍ່ແມ່ນພຽງແຕ່ໂທລະສັບມືຖືເທົ່ານັ້ນທີ່ຕ້ອງລະວັງ ຄອມພິວເຕີກໍເຊັ່ນດຽວກັນ ເພາະກ່ອນໜ້ານີ້ ມີກໍລະນີ ການສາກແບັດຄອມພິວເຕີຖິ້ມໄວ້ ແລະເກີດໄຟໄໝ້ ຈົນເຮັດໃຫ້ເຮືອນໄໝ້ເປັນຫຼັງ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...