Homeຂ່າວຕ່າງປະເທດສີລັງກາ ເປີດຕົວຕົ້ນຄຣິດສະມາດ ສູງທີ່ສຸດໃນໂລກ

ສີລັງກາ ເປີດຕົວຕົ້ນຄຣິດສະມາດ ສູງທີ່ສຸດໃນໂລກ

Published on

ສຳນັກຂ່າວຕ່າງປະເທດ ລາຍງານເມື່ອວັນທີ 25 ທັນວາ 2016 ຜ່ານມານີ້ວ່າ ວັນຄຣິດສະມາດປີນີ້ ສີລັງກາ ໄດ້ເປີດຕົວຕົ້ນຄຣິດສະມາດທີ່ສູງທີ່ສຸດໃນໂລກ ມີຄວາມສູງ 73 ແມັດ ຕັ້ງຢູ່ໃຈກາງ ນະຄອນໂຄລຳໂບ ເມືອງຫຼວງ ຂອງສີລັງກາ ດ້ວຍຄວາມສູງ ທີ່ສູງຫຼາຍກວ່າສະຖິຕິທີ່ເຄີຍບັນທຶກໄວ້ 18 ແມັດ, ເຊິ່ງສ້າງຂຶ້ນຈາກໂຄງເຫຼັກ ແລະລວດ, ຄຸມດ້ວຍຕາຂ່າຍພລາສຕິກ, ການຕົບແຕ່ງ ຕ້ອງໃຊ້ໝາກສົນ 1​ ລ້ານໝາກ ມາທາສີແດງ,ເຫຼືອງ, ຂຽວ ແລະຟ້າ ເພື່ອເອົາໄປປະດັບ, ນອກຈາກນັ້ນ ຍັງມີການຕົບແຕ່ງດ້ວຍໂຄມໄຟ LED ຮອດ 600,000 ດວງແລະມີດາວຂະໜາດໃຫຍ່ 6 ແມັດຢູ່ເທິງຍອດຕົ້ນຄຣິດສະມາດ

ສຳລັບຕົ້ນຄຣິດສະມາດຕົ້ນນີ້ ໃຊ້ງົບປະມານໃນການສ້າງປະມານ 80.000 ດອນລາສະຫະລັດ ແລະໃຊ້ເວລາໃນການສ້າງດົນເຖິງ 4 ເດືອນ

%e0%ba%84%e0%ba%b4%e0%ba%94%e0%ba%aa%e0%ba%b0%e0%ba%a1%e0%ba%b2%e0%ba%94-%e0%ba%9f

ບົດຄວາມຫຼ້າສຸດ

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...