spot_img
Homeຂ່າວຕ່າງປະເທດສຸດເສົ້າ! ຄູ່ຮັກ ຄອງຮັກກັນມາດົນ 63 ປີ ຈັບມືກັນວິນາທີໃກ້ເສຍຊີວິດ

ສຸດເສົ້າ! ຄູ່ຮັກ ຄອງຮັກກັນມາດົນ 63 ປີ ຈັບມືກັນວິນາທີໃກ້ເສຍຊີວິດ

Published on

ຕາມການລາຍງານຂອງສຳນັກຂ່າວຕ່າງປະເທດເມື່ອວັນທີ 24 ທັນວາ 2016 ຜ່ານມານີ້ວ່າ ຄູ່ຮັກໄວອາຍຸສູງ ຄົນອາເມລິກາ ເຊິ່ງຜ່ານການສະຫຼອງ ການຄອງຮັກກັນ ມາດົນຮອດ 63 ປີ ທັງສອງໄດ້ເຂົ້າປິ່ນປົວຢູ່ໂຮງໝໍ ແລະໃນວາລະສຸດທ້າຍຂອງຊີວິດໄດ້ຈັບມືກັນ ແລະເສຍຊີວິດຫ່າງກັນບໍ່ພໍເທົ່າໃດຊົ່ວໂມງ

ແມ່ເຖົ້າ ໂດໂລເຮສ ວິນສເຕດ ອາຍຸ 83 ປີ ແລະ ພໍ່ເຖົ້າ ເທຣນ ວິນສເຕດ ອາຍຸ 88 ປີ ແຕ່ງງານກັນມາດົນ 63 ປີ ແລະໄດ້ເສຍຊີວິດໃນຫ້ອງດຽວກັນ ຢູ່ໂຮງໝໍເຊນໂຮມັສ ເວສ ຢູ່ເມືອງ ແນຊວິລ ລັດເທນເນສຊີ

ກ່ອນນີ້ ພໍ່ເຖົ້າເທຣນ ໄດ້ເຂົ້າໂຮງໝໍກ່ອນເມື່ອຕົ້ນເດືອນທັນວາ, ຈາກນັ້ນ ແມ່ເຖົ້າ ໂດໂລເຮສ ເກີດພາວະເສັ້ນເລືອດແດງໃຄ່ພອງ ລະຫວ່າງມາຢ້ຽມສາມີ ຢູ່ໂຮງໝໍ, ໃນວາລະສຸດທ້າຍ ແພໝໍ ໄດ້ເອົາທັງສອງມາຢູ່ຕຽງທີ່ໃກ້ກັນ ໃຫ້ທັງສອງໄດ້ຢູ່ຂ້າງກັນ ເຊິ່ງ ຝ່າຍຍິງ ໂດໂລເຣສ ເສຍຊີວິດໃນຕອນເຊົ້າ ຂອງວັນທີ 9 ທັນວາຜ່ານມາ ສ່ວນຝ່າຍຊາຍເສຍຊີວິດໃນຕອນແລງຂອງມື້ດຽວກັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...