spot_img
Homeນານາສາລະຂອງຂວັນປີໃໝ່ທີ່ຜູ້ຊາຍຢາກໄດ້ ໃນປີ 2017

ຂອງຂວັນປີໃໝ່ທີ່ຜູ້ຊາຍຢາກໄດ້ ໃນປີ 2017

Published on

ອີກບໍ່ດົນກໍຈະຮອດປີໃໝ່ສາກົນແລ້ວ ເຊິ່ງເປັນຊ່ວງທີ່ສະຫຼອງປີໃໝ່ ແລະກຽມຂອງຂວັນມອບໃຫ້ກັບຄົນທີ່ຕົນເອງຮັກ ໂດຍສະເພາະແມ່ນຜູ້ຊາຍ ເຊິ່ງມີຜູ້ຍິງຈຳນວນຫຼາຍທີ່ບໍ່ຮູ້ ແລະມື້ນີ້ເຮົາໄດ້ຮວບຮວມໄອເດຍຂອງຂວັນທີ່ຜູ້ຊາຍຢາກໄດ້ມາບອກກັນ

  1. ໂມງ: ເວົ້າໄດ້ວ່າເປັນສິ່ງທີ່ໜຸ່ມໆມັກຈັບມາໃສ່ແຂນທຸກມື້, ບາງຄົນກໍໃສ່ແຕ່ອັນເກົ່າມາຫຼາຍປີ ຈົນເກົ່າຫຼາຍ ບາງເທື່ອອາດຮອດເວລາປ່ຽນໂມງແລ້ວ
  2. ນໍ້າຫອມ: ຫຼາຍຄົນຄິດວ່ານໍ້າຫອມເປັນສິ່ງທີ່ຜູ້ຍິງຢາກໄດ້ ແຕ່ວ່າຜູ້ຊາຍກໍຢາກໄດ້ເປັນຂອງຂວັນຈາກຄົນຮັກເຊັ່ນກັນ
  3. ກະເປົາເງິນ: ເປັນສິ່ງສຳຄັນສຳລັບຜູ້ຊາຍເຊັ່ນກັນ ເພາະມັກເອົາຕິດໂຕໄປນຳຕະຫຼອດ
  4. ເຄື່ອງນຸ່ງ: ການເລືອກຊື້ເຄື່ອງນຸ່ງໃຫ້ຜູ້ຊາຍເປັນສິ່ງທີ່ດີຫຼາຍ ແຕ່ຄວນເລືອກຊື້ຕາມແບບການແຕ່ງຕົວຂອງແຕ່ລະຄົນນຳ ແລະຄວນເລືອກແບບທີ່ຄິດວ່າຜູ້ຊາຍມັກ
  5. ເຄື່ອງອອກກຳລັງກາຍ: ໃນປະຈຸບັນຜູ້ຊາຍມັກເບິ່ງແຍງຕົນເອງ ດ້ວຍການອອກກຳລັງກາຍຫຼາຍຂຶ້ນ ສົ່ງຜົນໃຫ້ເຄື່ອງອອກກຳລັງກາຍຊະນິດຕ່າງໆໄດ້ຮັບຄວາມນິຍົມ
  6. ແວ່ນກັນແດດ: ດ້ວຍການຊື້ແວ່ນກັນແດດທີ່ເທ້ໆອັນໜຶ່ງໃຫ້ເປັນຂອງຂວັນປີໃໝ່ ຈະເຮັດໃຫ້ແຟນໜຸ່ມດີໃຈແນ່ນອນ
  7. ເກີບ: ຄົນເຮົາຕ້ອງໃສ່ເກີບອອກຈາກບ້ານທຸກມື້ ເຊິ່ງເກີບກໍເປັນໂຕເລືອກທີ່ດີ ແລະມີຫຼາຍແບບ ທີ່ໜຸ່ມໆມັກ
  8. ເຄື່ອງປະດັບ: ເຄື່ອງປະດັບທີ່ເໝາະສົມກັບຜູ້ຊາຍມີຫຼາຍແບບເຊັ່ນ: ແຫວນ, ສາຍຄໍ, ສາຍແຂນ ເຊິ່ງຕ້ອງຮູ້ວ່າໜຸ່ມໆມັກແບບໃດທີ່ສຸດ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...