spot_img
Homeນານາສາລະຂໍ້ຮູ້ໃຈ 10 ຂໍ້ ທີ່ໝູ່ສະນິດສາມາດຕອບແທນກັນໄດ້

ຂໍ້ຮູ້ໃຈ 10 ຂໍ້ ທີ່ໝູ່ສະນິດສາມາດຕອບແທນກັນໄດ້

Published on

ມິດຕະພາບລະຫວ່າງໝູ່ສະນິດ ໝູ່ສະນິດຄືສາຍສໍາພັນທີ່ມາຈາກການຮ່ວມສຸກຮ່ວມທຸກກັບຄົນໆໜຶ່ງ ບໍ່ວ່າຈະເປັນໝູ່ມາແຕ່ສະໄໝປະຖົມ ຫຼືຫາກໍ່ຮ່າງສ້າງຕົວຈົນແໜ້ນແຟ້ນເມື່ອບໍ່ດົນມານີ້ ເຈົ້າຮູ້ທຸກຢ່າງທັງເລື່ອງດີ ແລະຮ້າຍຂອງອີກຝ່າຍຈົນກະທັ່ງສາມາດຕອບແທນກັນໄດ້.

  1. ທຸກເລື່ອງທີ່ກ່ຽວກັບຄອບຄົວໝູ່
  2. ຄົນທີ່ໝູ່ຊັງສຸດໆ: ແຕ່ໝູ່ກໍບໍ່ຊັງຖ້າເຈົ້າກັບໄປລົມເລື່ອງນັ້ນ
  3. ສິ່ງທີ່ເຈົ້າເຮັດແທ້ໆໃນບ່ອນເຮັດວຽກ: ເຂົາຮູ້ດີວ່າເຈົ້າເຮັດຫຍັງແດ່ໃນບ່ອນເຮັດວຽກ ຮູ້ວ່າເຈົ້າມັກ ແລະບໍ່ມັກຫຍັງ
  4. ອາຫານທີ່ມັກຂອງເຈົ້າ ຫຼືອາຫານທີ່ເຈົ້າກິນບໍ່ໄດ້ ເຂົາຈະຄ່ອຍເຕືອນຄົນອື່ນໃຫ້ຮູ້ນໍາ ເພາະເຂົາເປັນຫ່ວງ ແລະຕ້ອງການປົກປ້ອງເຈົ້ານັ້ນເອງ
  5. ເພງທີ່ເຈົ້າມັກຮ້ອງ
  6. ກໍາລັງໃຈທີ່ເຈົ້າ ຫຼືເຂົາຕ້ອງການໃນຍາມທີ່ມີປັນຫາ
  7. ແນວຮູບເງົາກັບອາຫານວ່າງທີ່ມັກ
  8. ຈື່ວັນເກີດຂອງເຈົ້າ ແລະວັນເກີດເຂົາ
  9. ສະຖານທີ່ທ້ອງທ່ຽວທີ່ຕ້ອງການໄປ ຫຼືເຮືອນໃນຝັນ: ເພາະເຈົ້າກັບເຂົາແລກປ່ຽນກັນທຸກເລື່ອງຕັງແຕ່ຄວາມປາຖະໜາໃນເລື່ອງວຽກງານ, ສະຖານທີ່ຕ້ອງການຢູ່ອາໄສ ທຸກເລື່ອງທີ່ສາມາດລົມກັນໄດ້
  10. ຊື່ພໍ່ແມ່ ບາງທີ່ອາດຮູ້ໄປເຖິງຊື່ຂອງພໍ່ເຖົ້າແມ່ເຖົ້າ ຊື່ພໍ່ແມ່ຂອງໝູ່ສະນິດຄືບັນໄດສູງສຸດຂອງຄໍາວ່າມິດຕະພາບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...