spot_img
Homeຂ່າວພາຍ​ໃນນາຍົກ ໂອ້ລົມກັບບັນດາທູດລາວ ປະຈຳຕ່າງປະເທດ

ນາຍົກ ໂອ້ລົມກັບບັນດາທູດລາວ ປະຈຳຕ່າງປະເທດ

Published on

ໃນວັນ​ທີ 22 ທັນວາ 2016ຜ່ານມາ ທີ່ເຂດ​ອາ​ນຸ​ສອນ​ສະຖານ ໄກສອນ ພົມວິຫານ ເມືອງ​ວຽງ​ໄຊ ແຂວງຫົວພັນ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້​ໃຫ້​ກຽດໂອ້​ລົມ​ຕໍ່​ບັນດາ​ທູດ ແລະ ທູຕາ​ນຸລາວ ທີ່​ປະຈຳການ​ຢູ່​ຕ່າງປະເທດ ມີ​ທ່ານ ວັນ​ໄຊ ແພງ​ຊຸມ​ມາ ເຈົ້າແຂວງ​ຫົວພັນ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກ ອຳນາດ​ການ​ປົກຄອງ ແລະ ປະຊາຊົນ​ເມືອງ​ວຽງ​ໄຊ ​ເຂົ້າ​ຮ່ວມ.

ໃນໂອກາດ​ນີ້ ທ່ານ​ນາຍົກ​ລັດຖະ​ມົນຕີ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ປະຫວັດ​ຄວາມ​ເປັນ​ມາ​ ຂອງ​ການ​ປະຕິ​ວັດ​ລາວ ໂດຍ​ສະເພາະແມ່ນມູນເຊື້ອ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ ຂອງ​ບັນດາ​ຜູ້ນຳ​ຂອງ​ການ​ປະຕິວັດ​ລາວ ໃນ​ສະໄໝ​ຕໍ່ສູ້​ກູ້​ຊາດຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ແລະ ແບບ​ໃໝ່ ວິລະ​ກຳ​ອັນ​ລ້ຳເລີດ​ ໃນ​ພາລະກິດ​ຂອງ​ການ​ປະຕິວັດ​ຂອງ​ປະຊາຊົນ​ລາວ ເຊິ່ງ​ໄດ້ສ້າງ​ໃຫ້​ມີ​ຜູ້ນຳ​ທີ່​ມີ​ຄວາມ​ປີ​ຊາສາມາດ ວິລະ​ຊົນ​ຜູ້​ເກັ່ງ​ກ້າ​ຫຼາຍທ່ານ ໃນ​ນັ້ນມີ​ປະທານ ໄກສອນ ພົມວິຫານ ທີ່​ເຄົາລົບ​ຮັກ​ຂອງ​ປະຊາ​ຊົນ​ບັນດາເຜົ່າ ວິລະ​ບູ​ລຸດ​ຂອງຊາດ​ລາວ ໃນ​ໄລຍະ​ເຄື່ອນ​ໄຫວປະຕິວັດ ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ ແລະ ການເສຍສະຫຼະ ປະທານ ໄກສອນ ພົມວິຫານ ໄດ້​ພ້ອມ​ກັນ​ກັບ​ໝູ່​ຄະນະ ການ​ນຳ​ປະຕິວັດ​ໄດ້​ຜ່ານ​ຜ່າພາຍຸ​ລົມແດງ ດ້ວຍ​ຈິດໃຈ​ປະຕິວັດ​ອັນ​ແນ່ວ​ແນ່ ແລະ ອຸດົມ​ການອັນ​ເດັດດ່ຽວ ສາມາດ​ຍາດ​ໄດ້ໄຊຊະນະ​ອັນ​ສຳຄັນ ເປັນ​ແຕ່ລະ​ກ້າວ​ຢ່າງ​ຕໍ່​ເນື່ອງ ເຮັດ​ໃຫ້ການ​ປະຕິວັດ​ຊາດປະຊາທິປະໄຕ ສິ້ນ​ສຸດ​ລົງ​ດ້ວຍ​ໄຊຊະນະ​ອັນ​ເປັນປະຫວັດ​ການ ທີ່​ດັງ​ກ້ອງ​ກັງວານໄປ​ທົ່ວ​ໂລກ ປະເທດ​ຊາດ​ອັນແສນ​ຮັກ​ຂອງ​ພວກ​ເຮົາ​ ໄດ້​ມີເອກະລາດ ປະຊາຊົນ​ມີ​ສິດ​ເປັນເຈົ້າ​ຂອງ​ປະເທດ​ຊາດ​ຂອງ​ຕົນຢ່າງ​ແທ້​ຈິງ ໃນ​ໄລຍະ​ໃໝ່​ຂອງການ​ປະຕິວັດ ປະທານ ໄກສອນ ພົມວິຫານ ໄດ້​ສືບຕໍ່​ອຸທິດ​ຕົນຢ່າງ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ ​ນຳພາ​ທົ່ວພັກ ທົ່ວ​ກຳລັງ​ປະກອບ​ອາວຸດ ແລະ ທົ່ວ​ປວງ​ຊົນ ​ຍາດ​ໄດ້​ໄຊ​ຊະນະ ແລະ ຜົນສຳເລັດ​ອັນ​ສຳຄັນຫຼາຍ​ປະການ ໃນ​ພາລະກິດ​ປົກປັກ​ຮັກສາ​ລະບອບ​ໃໝ່ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ປະທານ ໄກສອນ ພົມວິຫານ ໄດ້ເປັນ​ຜູ້ນຳ​ພາ​ລິ​ເລີ່ມ​ການ​ປ່ຽນແປງ​ໃໝ່ ເຊິ່ງ​ໄດ້​ກາຍເປັນ​ພາລະກິດ​ປ່ຽນແປງ​ໃໝ່​ຂອງ​ພັກ ຂອງປະຊາຊົນ​ເຮົາ​ມາ​ຮອດ​ທຸກ​ມື້ນີ້ ເຮັດ​ໃຫ້​ປະເທດ​ຊາດ​ໄດ້​ຮັບ​ການພັດທະນາດ້ວຍ​ບາດກ້າວ​ທີ່​ດີ ແລະ ມີ​ລັກສະນະ​ຕໍ່​ເນື່ອງ​ກ້າວໄປ​ສູ່​ຈຸດໝາຍ​ສັງຄົມ​ນິຍົມ.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...