Homeຂ່າວເຫດການອາກາດຈະເຢັນລົງ ໃນວັນທີ 23-25 ທັນວານີ້

ອາກາດຈະເຢັນລົງ ໃນວັນທີ 23-25 ທັນວານີ້

Published on

ຕາມການລາຍງານຂອງກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 23-25 ທັນວານີ້, ມວນອາກາດໜາວເຢັນຈະມີກຳລັງແຮງເພີ່ມຂຶ້ນ ປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນລົງຕື່ມອີກ ແລະ ຈະມີຝົນຕົກໃນລະດັບຄ່ອຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ທ້ອງຖິ່ນໃນແຕ່ລະພາກ.

ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາໜາວເຢັນລົງຕື່ມອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 20-22 ອົງສາ; ພາກເໜືອດ້ານຕາເວັນຕົກ: ອາກາດຈະເຢັນລົງຕື່ມອີກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ
ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ; ນະຄອນຫລວງວຽງຈັນ: ອາກາດຈະສືບຕໍ່ເຢັນລົງ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກກາງ: ອາກາດຈະເຢັນລົງຕື່ມ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດ ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 26-28 ອົງສາ; ພາກໃຕ້: ອາກາດຈະເຢັນລົງ ແລະ ມີຝົນຕົກກະຈາຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ. ຈຶ່ງເຕືອນໃຫ້ປະຊາຊົນ ເຮົາຜູ້ອາໄສຢູ່ແຕ່ລະພາກ ຈົ່ງມີສະຕິຮັກສາສຸຂະພາບຂອງຕົນໃຫ້ດີ, ໂດຍສະເພາະ ແມ່ນເອົາໃຈໃສ່ປະຕິບັດຫລັກການອະນາໄມ ກິນຢູ່ ໃຫ້ສະອາດ ແລະ ນຸ່ງຮົ່ມໃຫ້ອົບອຸ່ນຢູ່ສະເໝີ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...