Homeຂ່າວຕ່າງປະເທດຈີນຢືນຢັນ ພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຄົນທີ ສາມ

ຈີນຢືນຢັນ ພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຄົນທີ ສາມ

Published on

ຕາມການລາຍງານເມື່ອວັນທີ 23 ທັນວາ 2016 ຂອງສຳນັກຂ່າວຕ່າງປະເທດວ່າ ທາງການຈີນຢືນຢັນວ່າ ພົບຜູ້ຕິດເຊື້ອພະຍາດໄຂ້ຫວັດສັດປີກ ເປັນຄົນທີສອງ ແລະທີ ສາມ ໃນອາທິດນີ້ ເຊິ່ງໃນຂະນະທີ່ເກົາຫຼີໃຕ້ ແລະຍີ່ປຸ່ນ ເລັ່ງຄວບຄຸມການລະບາດຂອງໄວຣັດ

ຜູ້ຕິດເຊື້ອທີ່ພົບນັ້ນ ອາໄສຢູ່ເມືອງຊຽງໄຮ້ ແລະເຊຍເໝິນ ໃນມົນທົນຟູຈຽນ ທາງພາກຕາເວັນອອກຂອງຈີນເຊິ່ງຂໍ້ມູນຈາກໜ່ວຍງານສາທາລະນະສຸກຂອງຊຽງໄຮ້ ວິນິດໄສວ່າ ຜູ້ຕິດເຊື້ອຢູ່ຊຽງໄຮ້ນັ້ນ ຕິດເຊື້ອໄຂ້ຫວັດສັດປີກສາຍພັນ H7N9 ເຊິ່ງເຂົາຫາກໍ່ເດີນທາງກັບມາຈາກການໄປທ່ຽວຢູ່ແຂວງຈຽງຊູ

ສ່ວນຢູ່ໃນເຊຍເໝິນ ທາງການອອກຄຳສັ່ງໃຫ້ເຊົາຂາຍສັດປີກ ໃນພື້ນທີ່ເຂດ Siming ຕັ້ງແຕ່ວັນທີ 22 ທັນວາ 2016 ເປັນຕົ້ນໄປ ຫຼັງຈາກພົບວ່າຊາຍອາຍຸ 44 ປີຄົນໜຶ່ງຕິດເຊື້ອໄຂ້ຫວັດສັດປີກສາຍພັນ H7N9 ເມື່ອວັນອາທິດຜ່ານມາ ແລະໃນຕອນນີ້ຄົນເຈັບໄດ້ເຂົ້າປິ່ນປົວຢູ່ໂຮງໝໍດ້ວຍອາການຄົງທີ່

ການປະກາດການຕິດເຊື້ອໄຂ້ຫວັດສັດປີກ 2  ຄົນຫຼ້າສຸດນີ້ ເກີດຂຶ້ນຫຼັງຈາກທາງການຮົງກົງຢືນຢັນວ່າ ພົບການຕິດເຊື້ອໄຂ້ຫວັດສັດປີກ ກັບຜູ້ອາຍຸສູງຄົນໜຶ່ງເມື່ອອາທິດຜ່ານມາ, ຄຳປະກາດພົບຜູ້ຕິດເຊື້ອໄຂ້ຫວັດສັດປີກຈຳນວນ 3 ຄົນນີ້ ມີຂຶ້ນຫຼັງຈາກທາງການເກົາຫຼີໃຕ້ ແລະຍີ່ປຸ່ນ ຫາກໍ່ອອກຄໍາສັ່ງຂ້າເປັດ ແລະໄກ່ ຫຼາຍລ້ານໂຕ ໃນຊ່ວງເດືອນພະຈິກຜ່ານມາ ເພາະມີການລະບາດໃນຟາມສັດ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...