ເມື່ອບ້ານເມືອງສູນເສຍເອກກະລາດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ເຮັດໃຫ້ເຈົ້າອະນຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດ ກູ້ເອົາອິດສະຫຼະພາບຂອງຊາວລ້ານຊ້າງວຽງຈັນກັບຄືນມາ. ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ, ພາຍຫຼັງໄດ້ຖືກແຕ່ງຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍ່ໄດ້ດຳເນີນພາລະກິດອັນສຳຄັນຫຼາຍປະການ ເຊັ່ນ :
ດ້ານການເມືອງ : – ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື : ຢູ່ຈຳປາສັກ ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ; ການຕໍ່ສູ້ ຂອງເຈົ້າໂອ, ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກກະຈາຍ; ຢູ່ນະຄອນພະນົມກໍ່ປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີຢູ່ນະຄອນພະນົມ, ມຸກດາຫານ, ໄດ້ແຕ່ງໃຫ້ເຈົ້າລາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ, ໄດ້ນຳເອົາເຮືອຄຳ, ນຳເອົາຊ້າງ 7 ສອກ ແລະ ຂອງຂວັນອື່ນໆ ໄປມອບຖວາຍ ແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫຼວງພະບາງ ເພື່ອໃຫ້ຫຼົງລືມຄວາມເກົ່າຄວາມຫຼັງເພື່ອພ້ອມກັນຕໍ່ສູ້ ຍາດເອົາແຜ່ນດິນຄືນມາ.
ດ້ານການສ້າງສາ : ເຈົ້າອານຸວົງ ໄດ້ນຳພາປະຊາຊົນສ້າງລາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫຼາຍແຫ່ງຄື: ວັດສີສະເກດ, ປັບປຸງເມືອງ[[ໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກສີຊຽງໃຫມ່, ລົງໄປສະຫຼອງຂົວ ແລະ ເຂົ້າຮ່ວມງານນະມັດສະການທາດພະນົມ, ສ້າງຂົວຂ້າມແມ່ນ້ຳຂອງມາສູ່ວັດອຸບມຸງ.
ດ້ານການທະຫານ : ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ.
ດ້ານການຕ່າງປະເທດ : ເຈົ້າອານຸວົງ ພະຍາຍາມໃກ້ຊິດ ກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າ ຈົນໄດ້ຮັບໄຊຊະນະ ໃນຂະນະທີ່ກອງທັບສະຫຍາມ ໄດ້ກັບມາດ້ວຍມືເປົ່າ ແລະ ເສຍໄຊແກ່ພະມ້າ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ. ເຈົ້າອານຸວົງ ມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງ; ໃນນັ້ນ ມີການພົວພັນກັບອານາມ ( ດ້າຍຫວຽດ ຫຼື ຫວຽດາມໃນປະຈຸບັນ ).
ເມື່ອກະກຽມກຳລັງພຽງພໍແລ້ວກໍ່ໄດ້ ໂອກາດລົງໄປປົງພະສົບຂອງພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ ( ລາຊະການ ທີ 2 ) ຂອງສະຫຍາມ. ໃນໂອກາດນີ້ ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນ ໄປໃນເມື່ອກ່ອນກັບຄືນ, ຂໍເອົານາງສະໜົມລາວ, ຂໍເອົາເຈົ້າຍິງດວງຄຳ ພະຂະນິດຖະພະຄິນີອອກຈາກວັງຄືນມາ. ແຕ່ບໍ່ເປັນຈັ່ງບຸນ ເພາະອົງຜູ້ຂຶ້ນຄອງລາດແທນ ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ ນັ້ນ ບໍ່ແມ່ນອົງຜູ້ສືບທອດຕາມແຜນ ເພາະຊົງຖືກໄປຜະໜວດຍ້ອນ ການຊ່ວງຊີງອຳນາດກັນໃນວັງ. ຜູ້ທີ່ກຳອຳນາດພັດແມ່ນຜູ້ທີ່ຂັດໃຈກັບເຈົ້າອານຸວົງມາຕະຫຼອດ ສະນັ້ນ ຈິ່ງບໍ່ຍອມໃຫ້ເຈົ້າອານຸວົງໄດ້ຈັກຢ່າງ. ຄວາມຄຽດແຄ້ນຂອງເຈົ້າອານຸວົງ ທີ່ມີຕໍ່ສະຫຍາມນັບມື້ເພີ່ມທະວີຂຶ້ນ. ດັ່ງນັ້ນ ເຈົ້າອານຸວົງ ຈິ່ງໄດ້ຊົງຕັດສິນໃຈລຸກຂຶ້ນຕໍ່ສູ້ເພື່ອອິດສະຫຼະພາບ ແຕ່ຍ້ອນການກະກຽມ ແລະ ການສ້າງກຳລັງບໍ່ທັນດີ, ພາຍໃນບໍ່ທັນເຂັ້ມແຂງ, ການຊັ່ງຊາກຳລັງກໍ່ຜິດໂຕນກັນຫຼາຍ, ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນ ພາຫະນະສົງຄາມກໍ່ຫຼ້າສະໄໝ ມີແຕ່ຫອກແຕ່ດາບ, ໃຊ້ຊ້າງ, ໃຊ້ມ້າ ແລະ ງົວກວຽນ. ກົງກັນ ຂ້າມຝ່າຍສະຫຍາມມີທະຫານ 1 ແສນ 7 ໝື່ນຄົນ, ມີອາວຸດທັນສະໄໝ: ( ປືນໃຫຍ່, ປືນ ເຫຼັກຍາວ ) ມີລົດລາກແກ່ຈຳນວນນຶ່ງ. ສະນັ້ນ, ຈິ່ງພາໃຫ້ການຕໍ່ສູ້ຂອງເຈົ້າອານຸວົງ ບໍ່ເປັນຜົນສຳເລັດ, ນະຄອນວຽງຈັນ ກໍ່ຖືກກອງທະຫານສະຫຍາມມາຍຶດເອົາ ແລະ ທຳລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫຼືອຫຍັງ, ເຈົ້າອານຸວົງກໍ່ຖືກຈັບໃສ່ກົງເຫຼັກໄປທໍລະມານຢ່າງປ່າເຖື່ອນຢູ່ ບາງກອກ ແລະ ຊົງສຸລະຄົດຢູ່ທີ່ນັ້ນ. ສຳລັບຜູ້ທີ່ເປັນ ເຊື້ອເຈົ້າວຽງຈັນ ທັງໝົດກໍ່ຖືກດັບສູນ ດ້ວຍຮູບການທໍລະມານຮ່າງກາຍ ຫຼື ຂ້າຖິ້ມ. ສ່ວນບຸກຄົນທີ່ຮອງລົງມາກໍ່ຖືກເຮັດໃຫ້ເສຍກຽດເສຍສັກສີ, ສຳລັບປະຊາຊົນກໍ່ຖືກກວາດຕ້ອນລົງໄປບາງກອກ ແລະ ຖືກໃຊ້ງານຢ່າງໜັກ ໃນຖານະເປັນສະເລີຍເສິກ, ເປັນຂ້ອຍຂ້າມ້າໃຊ້ໃຫ້ ພວກຂຸນນາງສັກດີນາສະຫຍາມ.
ສຳລັບຕົວເມືອງວຽງຈັນກໍ່ຖືກຂຸນເສິກສະຫຍາມ ສັ່ງໃຫ້ກອງທະຫານ ຕັດກົກໄມ້ທັງໝົດ ແລະ ຈູດເຜົາທຳລາຍ, ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ໂດຍເຈຕະນາເຮັດໃຫ້ວຽງຈັນ ເປັນເມືອງຮ້າງບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານະຈັກລ້ານຊ້າງ ວຽງຈັນ ໄດ້ຖືກຫຼຸດຖານະຈາກເປັນ ອານາຈັກຫນຶ່ງລົງມາເປັນແຄ້ວນຫນຶ່ງຂອງສະຫຍາມໂດຍມີສຳນັກງານ ຕັ້ງຢູ່ໜອງຄາຍ ຕໍ່ມາກໍ່ໄປຕັ້ງຢູ່ ອຸດອນທານີ, ວຽງຈັນທີ່ງົດງາມກໍກາຍເປັນເມືອງຮ້າງ 60 ກວ່າປີ.
ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ບໍ່ເປັນຜົນສຳເລັດກໍ່ຕາມ ແຕ່ມັນກໍ່ມີຄວາມໝາຍປະຫວັດສາດ ອັນເລິກເຊິ່ງຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນ ເດັດດ່ຽວກ້າຫານ ບໍ່ຍອມຈຳນົນຂອງຄົນລາວ ໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວ ຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳຂອງ ຕ່າງກໍ່ຈົດຈຳມູນເຊື້ອດັ່ງກ່າວໄວ້ຕະຫຼອດມາ ແລະ ໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ເປັນຕົ້ນ ແມ່ນຊາວອີສານຂອງໄທ ໄດ້ພາກັນແຕ່ງກາບກອນ, ວັນນະຄະດີ, ສ້າງເປັນໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການສັກລາຍ ເອົາຄົນລາວອີສານເປັນສັນຊາດໄທ; ເປັນຄຳປິດສະໜາ ແລະ ມີຄຳເວົ້າທີ່ວ່າ: “ ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກຄວາຍດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນຍັກກິນຄົນໄດ້ແນວໃດ, ຄົນລາວ ຢູ່ດີໆຈະກາຍເປັນໄທໄດ້ແນວໃດ ”, ນອກນັ້ນ ກໍມີຈົດໝາຍ “ ສານລືບພະສູນ ” ແລະ ອື່ນໆ… ຂະບວນການຕໍ່ສູ້ຕ້ານສະຫຍາມ ເພື່ອກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງນັກຮົບວິລະຊົນທີ່ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກກະສານ, ເຈົ້າລລາຊະວົງ, ເຈົ້າລາຊະບຸດ, ພະຍານາລີ, ພະຍາໄກສົງຄາມ ແລະ ຜູ້ອື່ນໆ ໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ເຊິ່ງຄົນລາວ ບໍ່ຫຼົງລືມໄດ້. ສັງຮວມແລ້ວ ໄລຍະລາວ ຕົກເປັນເມືອງສ່ວຍ ແລະ ເມືອງຂຶ້ນຂອງສະຫຍາມຮ້ອຍກວ່າປີ, ເປັນໄລຍະທີ່ນະຄອນວຽງຈັນ ຫງ່ວມເຫງົາ, ເສົ້າໝອງ ແລະ ສູນເສຍນ້ຳຕາ ບ້ານເມືອງອັນງົດງາມທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນ ເກືອບຈະບໍ່ຍັງເຫຼືອແມ່ນແຕ່ຮ່ອງຮອຍ. ຄວາມໂຫດຮ້າຍ ປ່າເຖື່ອນໃນການທຳລາຍລ້າງຜານຂອງສະຫຍາມທີ່ມີຕໍ່ລາວເວລາໃດກໍ່ ຍັງຝັງເລິກຢູູ່່ໃນ ດວງໃຈຂອງຄົນລາວຕະຫຼອດມາ.
ພາຍຫຼັງ ເຈົ້າອະນຸວົງ ຖືກປະຫານຊີວິດດ້ວຍການທໍລະມານຮ່າງກາຍອັນປ່າເຖື່ອນແລ້ວ ກໍ່ຍັງເກີດມີຂະບວນການຕ້ານສະຫຍາມເຊັ່ນ: “ເສິກສາມໂບກ(ນ້ຳພອງ ຈັງຫວັດຂອນແກ່ນ) 1893”, ຂະບວນການຕໍ່ສູ້ຂອງເຈົ້າຟ້າຂາວ ຍາດພີ່ນ້ອງຂອງ ເຈົ້າລາຊະດາ ໃນເຈົ້າເມືອງຈຳປາສັກ, ພະຍາອຸທຸມພອນ ເຈົ້າເມືອງອຸທຸມພອນ, ພະຍາສ້າງດີ ເຈົ້າເມືອງອັດຕະປື ແລະ ຂະບວນການ ຕໍ່ສູ້ອື່ນໆ ທີ່ໄດ້ປະຮ່ອງຮອຍແຫ່ງການຕໍ່ສູ້ໄວ້ ເຊິ່ງມູນເຊື້ອຕໍ່ສູ້ນັ້ນ ໄດ້ລຸກເປັນໄຟໃນສະໄໝຝະລັ່ງມາປົກຄອງ.
ຂໍ້ມູນຈາກເພສ: ເລົ່າເລື່ອງເມືອງລາວ RaolaungmaungLaos
ຕິດຕາມນານາສາລະ ກົດໄລຄ໌ເລີຍ!