spot_img
Homeຂ່າວຕ່າງປະເທດສາມີຍອມທຸ້ມເງິນ 1 ແສນປອນ ເພື່ອຈ່າຍຄ່າປິ່ນປົວພັນລະຍາ ຫວັງໃຫ້ຢູ່ພ້ອມໜ້າກັນໃນວັນຄຣິດສະມາດ

ສາມີຍອມທຸ້ມເງິນ 1 ແສນປອນ ເພື່ອຈ່າຍຄ່າປິ່ນປົວພັນລະຍາ ຫວັງໃຫ້ຢູ່ພ້ອມໜ້າກັນໃນວັນຄຣິດສະມາດ

Published on

ຕາມການລາຍງານຂອງເວັບໄຊເມໂທຣ ເມື່ອວັນທີ 21 ທັນວາ 2016 ວ່າ ມີສາມີຄົນໜຶ່ງ ທີ່ຍອມຈ່າຍຄ່າປິ່ນປົວໃນໂຮງໝໍ ປະມານ 1 ແສນປອນ ໃຫ້ກັບພັນລະຍາທີປ່ວຍໜັກ ເພື່ອຫວັງໃຫ້ລາວຢູ່ພ້ອມໜ້າພໍ່ແມ່ລູກໃນວັນຄຣິດສະມາດ ແຕ່ປາກົດວ່າ ບໍ່ມີປະຕິຫານ ເພາະລາວໄດ້ເສຍຊີວິດລົງກ່ອນ 10 ວັນ

%e0%ba%9e%e0%ba%b1%e0%ba%99%e0%ba%a5%e0%ba%b0%e0%ba%8d%e0%ba%8d

ລາຍງານບອກວ່າ ເອັດ ແລະນີນ່າ ຄູ່ຮັກຄົນອັງກິດ ຕ້ອງໄດ້ພົບຂ່າວຮ້າຍ ເມື່ອນີນ່າ ເປັນມະເຮັງລຳໄສ້ໃຫຍ່ໃນປີ 2015 ໃນລະຫວ່າງທີ່ຖືພາ ເຊິ່ງຫຼັງຈາກເກີດລູກຊາຍ ຊື່ເທັດດີ້ ອາການກໍຊຸດໜັກຢ່າງໄວວາ, ຫຼັງຈາກປຶກສາແພດໝໍ ເອັດ ກໍຍອມຈ່າຍເງິນ 1 ແສນປອນ ເພື່ອຫວັງໃຫ້ລາວໄດ້ທົດລອງຮັກສາທາງຄຣີນິກ ໃນປີ 2017 ເຊິ່ງໃນລະຫວ່າງນີ້ ນີນ່າ ຕ້ອງໄດ້ກິນຢາເຣກອໍແອຟເອນິບໄປຖ້າ ແຕ່ພາຍຫຼັງທີ່ຮ່າງກາຍຂອງລາວບໍ່ຕອບສະໜອງຕໍ່ຢາ ຢ່າງໜ້ອຍກໍ່ຫວັງວ່າ ລາວຈະມີຊີວິດຢູ່ ຈົນໄດ້ເບິ່ງລູກຊາຍອາຍຸ 1 ປີ 9 ເດືອນໃນວັນຄຣິດສະມາດ

ແນວໃດກໍຕາມ ປະຕິຫານກໍບໍ່ໄດ້ເກີດຂຶ້ນ ເມື່ອວັນທີ 15 ທັນວາ 2016 ນີນ່າ ໄດ້ເສຍຊີວິດພາຍໃຕ້ອ້ອມແຂນ ຂອງເອັດ ຫຼັງຈາກທີ່ນຳໂຕສົ່ງໂຮງໝໍ ສົ່ງຜົນເຮັດໃຫ້ເອັດຫົວໃຈສະຫຼາຍ ເພາະເຫຼືອອີກ 10 ວັນເທົ່ານັ້ນ ກໍຮອດວັນຄຣິດສະມາດ ເຊິ່ງເປັນວັນທີ່ຄອບຄົວທຸກຄົນຄວນຈະໄດ້ຢູ່ນຳກັນພ້ອມໜ້າ ແຕ່ມັນກໍບໍ່ເກີດຂຶ້ນ ເພາະພັນລະຍາທີ່ຮັກຈາກໄປແບບບໍ່ມີວັນກັບມາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...