spot_img
Homeຂ່າວຕ່າງປະເທດເຈົ້າບ່າວເຈົ້າສາວຄົນຈີນ ນັ່ງນັບເງິນໃນວັນແຕ່ງງານ ດ້ວຍຄວາມຕື່ນເຕັ້ນດີໃຈ

ເຈົ້າບ່າວເຈົ້າສາວຄົນຈີນ ນັ່ງນັບເງິນໃນວັນແຕ່ງງານ ດ້ວຍຄວາມຕື່ນເຕັ້ນດີໃຈ

Published on

ຕາມການລາຍງານຂອງເວັບໄຊຂ່າວປະເທດຈີນ ເມື່ອວັນທີ 22 ທັນວາ 2016 ຜ່ານມາວ່າ ມີບ່າວສາວຄູ່ໜຶ່ງໃນໝູ່ບ້ານເຂດຊົນນະບົດແຫ່ງໜຶ່ງ ມົນທົນເຫີໜານ ເຊິ່ງຄູ່ບ່າວສາວໃນຊຸດແຕ່ງງານກຳລັງນັບເງິນຂອງຂວັນໃນວັນແຕ່ງງານ ຢູ່ເທິງຕຽງທີ່ຖືກຈັດໄວ້ຢ່າງງົດງາມ ດ້ວຍໃບໜ້າທີ່ເບີກບານມີຄວາມສຸກ

ເຊິ່ງຄວາມໄວຂອງການນັບເງິນຂອງທັງສອງແຕ່ງຕ່າງກັນຫຼາຍ ເຈົ້າບ່າວນັບຊ້າ ແຕ່ເຈົ້າສາວນັບຢ່າງໄວວາ, ເຊິ່ງເຈົ້າບ່າວເຮັດລັກເອົາເງິນນັ້ນ ເຈົ້າສາວກໍຟ້າວໄປຈັບເອົາມາເກັບໄວ້ໃນມືຕົນເອງ.

ຈາກນັ້ນ ເຈົ້າສາວທີ່ມີເງິນຫຼາຍຮ້ອຍຢວນໃນມື ກໍຍິ້ມອອກຢ່າງຕື່ນເຕັ້ນດີໃຈ, ມີຄວາມພໍໃຈຫຼາຍ ຈົນນັ່ງບໍ່ຕິດຕຽງ ເຮັດໃຫ້ເກືອບຫງາຍຕົກຈາກຕຽງ, ສ່ວນເຈົ້າບ່າວ ກໍໄດ້ແຕ່ນັ່ງເບິ່ງເຈົ້າສາວ ແລະທັງສອງກໍຍິ້ມຫົວສົ່ງຍິ້ມຫວານໃຫ້ກັນຢ່າງມີຄວາມສຸກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...