Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 22 ທັນວາ ຫຼືມື້ວາງຈຳໜ່າຍເກມ The 3rd Birthday

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 22 ທັນວາ ຫຼືມື້ວາງຈຳໜ່າຍເກມ The 3rd Birthday

Published on

ວັນທີ 22 ທັນວາ ປີ 2010 ຫຼືມື້ນີ້ເມື່ອ 6 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ The 3rd Birthday ເທິງເຄື່ອງ PSP ທີ່ປະເທດຍີ່ປຸ່ນ. ເຊິ່ງເກມນີ້ເປັນແນວຊູດຕິ້ງມຸມມອງບຸກຄົນທີ 3 ທີ່ພັດທະນາຮ່ວມກັນທັງ Square Enix ແລະ HexaDrive. ນອກຈາກນີ້ກໍເປັນເກມລຳດັບທີ 3 ຂອງຊີຣີ Parasite Eve ເຊິ່ງທາງທີມພັດທະນາໄດ້ຕັດສິນໃຈໃຫ້ພາກນີ້ເປັນພາກ Spin-off ຂອງຊີຣີທີ່ມີຄວາມກ່ຽວຂ້ອງກັບເນື້ອຫາໃນພາກ 1-2 ໜ້ອຍຫຼາຍ, ທັງນີ້ໂຕເກມຍັງໄດ້ ທ່ານຮາຈິເມະ ທາບາຕະ (Hajime Tabata) ຜູ້ທີ່ມີຜົນງານກຳກັບເກມ Final Fantasy Type-0 ແລະ Final Fantasy XV ມາເປັນໄດເຣັກເຕີ້ໃຫ້ແກ່ພາກນີ້ນຳ. 

ເນື້ອເລື່ອງຂອງເກມນີ້ຈະເກີດຂຶ້ນໃນຊ່ວງປີ 2013 ຫຼື 1 ປີຫຼັງຈາກທີ່ກຸ່ມມອນສເຕີ້ທີ່ມີຊື່ເອີ້ນວ່າ: Twisted ໄດ້ປະກົດໂຕທີ່ເບື້ອງລຸ່ມຂອງເກາະແມນຮັດຕັນແລະທຳລາຍເມືອງໄປແບບມຸ່ນເອະເລະ ເຊິ່ງທາງການສະຫະລັດຯຕ້ອງຫາມາດຕະການມາຕໍ່ກອນກັບພວກ Twisted ດ້ວຍການຈັດຕັ້ງໜ່ວຍສະເພາະກິດທີ່ມີຊື່ວ່າ: Counter Twisted Investigation (CTI) ຂຶ້ນມາໂດຍສະເພາະ, ເຊິ່ງມີ ອາຢະ ນາງເອກຈາກ Parasite Eve ພາກ 1-2 ເປັນ 1 ໃນສະມາຊິກຂອງໜ່ວຍດັ່ງກ່າວ ເຊິ່ງນາງເຄີຍປະສົບເຫດຮ້າຍເຮັດໃຫ້ໝົດສະຕິແລະສູນເສຍຄວາມຊົງຈຳໄປເມື່ອ 2 ປີກ່ອນ, ນາງຈຶ່ງຕ້ອງອາໄສພະລັງ Over Drive ທີ່ຕິດໂຕມາໃນການທ່ອງເວລາໄປຫາອະດີດເພື່ອປາບພວກ Twisted ພ້ອມກັບຄົ້ນຫາຕົ້ນຕໍຂອງເລື່ອງນີ້ແລະຫາທາງຟື້ນຄືນຄວາມຊົງຈຳກັບມາໃຫ້ໄດ້. 

ລະບົບຂອງເກມນີ້ຈະເປັນສ່ວນປະສົມລະຫວ່າງແນວແອັກຊັ່ນຊູດຕິ້ງກັບແນວ RPG ເຊິ່ງຈະມີພາລະກິດໃຫ້ຫຼິ້ນຢູ່ຫຼາຍດ່ານ ໂດຍຈະມີສູນບັນຊາການຂອງໜ່ວຍ CTI ເປັນສະຖານທີ່ຮັບພາລະກິດ, ອ່ານໄຟລ໌ກ່ຽວກັບພາລະກິດຕ່າງໆ ແລະສາມາດຊື້ຫຼືປັບແຕ່ງອາວຸດໄດ້, ເຊິ່ງຜູ້ຫຼິ້ນສາມາດເຊບໄດ້ທັງເວລາຢູ່ໃນສູນ CTI ແລະບໍລິເວນເຊບໂຊນພາຍໃນພື້ນທີ່ລະຫວ່າງປະຕິບັດພາລະກິດ. ນອກຈາກນີ້ ເວລາຜ່ານແຕ່ລະດ່ານກໍຈະໄດ້ Bounty Point ທີ່ປຽບຄືເງິນໃນເກມແລະຄ່າປະສົບການເອົາໄວ້ພັດທະນາໂຕລະຄອນແລະອາວຸດທີ່ໃສ່ໄດ້, ດ້ານລະບົບການຕໍ່ສູ້ຜູ້ຫຼິ້ນຈະສາມາດເລືອກຕິດຕັ້ງອາວຸດແລະສະຫຼັບໃຊ້ໄປມາໄດ້ໂດຍກົດພຽງປຸ່ມດຽວຄ້າງໄວ້ ແລະຟື້ນພະລັງຊີວິດເອງໄດ້ຖ້າຫາກເຂົ້າກຳບັງຫຼືຢືນນອກເຂດຕໍ່ສູ້. 

Fact ເລັກນ້ອຍກ່ຽວກັບເກມ The 3rd Birthday

  • ໃນຊ່ວງຕົ້ນເກມນີ້ເຄີຍຖືກວາງແຜນວ່າຈະລົງໃຫ້ກັບສະມາດໂຟນ ແຕ່ໄດ້ຖືກປ່ຽນມາເປັນເກມ Exclusive ເທິງ PSP ແທນ ດ້ວຍເຫດຜົນທາງກົນລະຍຸດການຕະຫຼາດແລະຮູບແບບຂອງເກມ.

  • ລະຫວ່າງທີ່ເກມນີ້ຍັງຢູ່ໃນຂັ້ນຕອນການພັດທະນາ ທ່ານໂນມຸຣະ ແລະທ່ານທາບາຕະໄດ້ຕັ້ງເປົ້າວ່າເກມນີ້ໜ້າຈະຂາຍໄດ້ປະມານ 5 ແສນຊຸດທົ່ວໂລກ ໂດຍປະເມີນຈາກຄວາມສຳເລັດທີ່ເຄີຍເຮັດໄວ້ໄດ້ຕັ້ງແຕ່ເກມ Crisis Core: Final Fantasy VII ຈົນເກມໄດ້ວາງຈຳໜ່າຍແທ້ກໍສາມາດເຮັດຍອດຂາຍປະຈຳອາທິດທຳອິດໃນຍີ່ປຸ່ນໄປໄດ້ 140,000 ຊຸດ ແລະເມື່ອນັບຈົນຮອດທ້າຍປີ 2011 ປະກົດວ່າຍອດຂາຍໄປຈົບທີ່ຈຳນວນ 249,747 ຊຸດ (ສະເພາະໃນຍີ່ປຸ່ນ), ແຕ່ວ່າ ໃນປັດຈຸບັນຍັງບໍ່ມີການລາຍງານຍອດຂາຍຈາກພູມິພາກອື່ນໆເລີຍນອກຈາກຍີ່ປຸ່ນ. 

  • ເກມນີ້ໄດ້ຮັບຄຳວິຈານທີ່ເອີ້ນວ່າ: “ສຽງແຕກ” ໄປຄົນລະທິດລະທາງ ໂດຍຝັ່ງຍີ່ປຸ່ນຈະຍ້ອງໃນດ້ານຂອງ Gameplay ທີ່ມີການອອກແບບໄດ້ມ່ວນເປັນຕາຫຼິ້ນ ແຕ່ຈະໄປສັບປະເດັນຂອງເນື້ອເລື່ອງທີ່ຫຼຸດຈາກຂອບເກົ່າໆຂອງພາກ 1-2 ໄປໄກພໍສົມຄວນ ໃນຂະນະທີ່ຝັ່ງຕາເວັນຕົກຈະແນມວ່າເນື້ອເລື່ອງເບິ່ງມີຄວາມແປກໃໝ່ ບໍ່ຈຳເຈກັບພລ໋ອດທີ່ເປັນກິ່ນອາຍເກມຍີ່ປຸ່ນແບບເກົ່າໆ ແຕ່ດ້ານ Gameplay ນັ້ນ ເຖິງວ່າຈະມີລູກຫຼິ້ນໃໝ່ໆທີ່ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ ແຕ່ເມື່ອທຽບກັບເກມຊູດຕິ້ງອື່ນໆແລ້ວ ລະບົບເກມນີ້ຍັງຂາດຄວາມຄ່ອງໂຕ ແລະບໍ່ຄ່ອຍເປັນມິດກັບຜູ້ຫຼິ້ນທີ່ບໍ່ສັນທັດເກມຊູດຕິ້ງປານໃດ. 

  • ຫາກຜູ້ຫຼິ້ນເຄລຍເກມໃນຮອບທີ 2 ຈະມີສາກຈົບໃຫ້ເບິ່ງເພີ່ມຕື່ມໃນ Credit ແລະຖ້າຜູ້ຫຼິ້ນສາມາດເຄລຍເກມໄດ້ຮອດ 10 ຮອບຂຶ້ນໄປ ຈະສາມາດຫຼິ້ນເກມຮອບຕໍ່ໄປໂດຍມີລູກປືນໃຫ້ໃຊ້ໄດ້ແບບບໍ່ຈຳກັດ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...