spot_img
Homeຂ່າວຕ່າງປະເທດ11 ປະເທດ ທີ່ມີຄຸນນະພາບຊີວິດທີ່ດີທີ່ສຸດໃນໂລກ

11 ປະເທດ ທີ່ມີຄຸນນະພາບຊີວິດທີ່ດີທີ່ສຸດໃນໂລກ

Published on

ໃນຄຳວ່າ ຊີວິດທີ່ດີ ອາດມີຫຼາຍນິຍາມແຕກຕ່າງກັນໄປຕາມທັດສະນະຂອງແຕ່ລະຄົນ ແຕ່ສິ່ງທີ່ຄ້າຍຄືກັນຂອງຄົນຢູ່ບັນດາປະເທດຕ່າງໆ ກໍແມ່ນຕ້ອງການມີຊີວິດທີ່ດີ ຕາມນິຍາມຂອງຕົນ. ຜົນການສຳຫຼວດຂອງອົງການ ການຮ່ວມມືທາງເສດຖະກິດ ແລະການພັດທະນາ (OECD) ທີ່ຫາກໍຕີພິມບົດລາຍງານດັດສະນີ ກ່ຽວກັບຊີວິດທີ່ດີ (Better Life Index) ປະຈຳປີ 2016. ໃນການສຳຫຼວດດັ່ງກ່າວ ໄດ້ສຶກສາຢູ່ 34 ປະເທດ ໂດຍນຳໃຊ້ 11 ຕົວຊີ້ບອກ ຂອງການມີຊີວິດທີ່ດີ ເຊິ່ງຮວມມີຄວາມສົມດຸນ ລະຫວ່າງຊີວິດ ແລະວຽກງານ, ລາຍຮັບ, ຄວາມປອດໄພ, ການສຶກສາ, ທີ່ພັກອາໄສ, ວຽກງານ, ການມີສ່ວນຮ່ວມຂອງປະຊາ ກອນພາຍໃນປະເທດ, ສາຍສຳພັນຂອງຄົນໃນຊຸມຊົນ, ຄຸນນະພາບສິ່ງແວດລ້ອມ, ສຸຂະພາບ ແລະຄວາມເພິ່ງພໍໃຈໃນຊີວິດ.

ຈາກ 11 ຕົວຊີ້ບອກທີ່ໄດ້ນໍາໃຊ້ເຂົ້າໃນການສໍາຫຼວດຄັ້ງນີ້, ຈຶ່ງເຫັນວ່າ ບັນດາປະເທດທີ່ມີຄຸນນະພາບຊີວິດທີ່ດີທີ່ສຸດມີດັ່ງນີ້:

  1. ປະເທດ ນອກແວ: ເພາະຄົນນໍແວ ຖືໄດ້ວ່າມີຄຸນນະພາບຊີວິດທີ່ດີທີ່ສຸດ ເພາະວ່າຄົນພາຍໃນປະເທດ ສ່ວນຫຼາຍຈະມີວຽກເຮັດງານທຳທີ່ໝັ້ນຄົງ ແລະລາຍຮັບທີ່ເໝາະສົມ, ມີການສຶກສາສູງ ແລະສະເລ່ຍອາຍຸຍືນແມ່ນ 82 ປີ
  2. ປະເທດ ອົດສະຕຣາລີ: ເພາະວ່າຜູ້ຄົນມີສາຍສຳພັນ ທີ່ດີໃນຊຸມຊົນ ເພາະ 95% ຂອງປະຊາກອນ ເຊື່ອວ່າຕົນເອງມີໃຜຄົນໜຶ່ງ ທີ່ສາມາດເພິ່ງພາອາໄສໄດ້.
  3. ປະເທດ ເດັນມາກ: ສິ່ງທີ່ພົ້ນເດັ່ນໃນເດັນມາກ ກໍຄືຜູ້ຄົນທີ່ເຮັດວຽກມີມື້ພັກຍາວ ຫຼາຍກວ່າປະເທດອື່ນ ໂດຍທີ່ເຂົາເຈົ້າເຫຼົ່ານັ້ນ ບໍ່ໄດ້ຖືກຫັກເງິນເດືອນເລີຍ ແລະໂດຍສະເລ່ຍແລ້ວ ຜູ້ໜຶ່ງຈະມີມື້ພັກເຖິງ 5 ອາທິດຕໍ່ປີ, ເວົ້າສະເພາະກຳມະກອນຜູ້ທີ່ເຮັດວຽກເຕັມເວລານັ້ນ ມີລາຍງານວ່າ ເຂົາເຈົ້າໃຊ້ເວລາ 66% ຂອງແຕ່ລະມື້ ເຮັດວຽກສ່ວນຕົວ
  4. ປະເທດ ສະວິດເຊີແລນ: ເຊິ່ງມີອັດຕາການວ່າງງານພຽງ 3,1% ນັບວ່າຕໍ່າທີ່ສຸດ
  5. ປະເທດ ການາດາ: ການສຳຫຼວດພົບວ່າ ຢູ່ປະເທດດັ່ງກ່າວ ລາຄາທີ່ພັກອາໄສ ແມ່ນສົມເຫດສົມຜົນ
  6. ປະເທດ ຊູແອ: ຄົນຊູແອດ ແມ່ນມີສ່ວນຮ່ວມ ທາງດ້ານການເມືອງຫຼາຍທີ່ສຸດ ເຊິ່ງສະແດງອອກໃນວາລະການເລືອກຕັ້ງທີ່ຜ່ານມາ ປາກົດວ່າ 83% ຂອງຄົນພາຍໃນປະເທດ ອອກໄປໃຊ້ສິດເພື່ອເລືອກເອົາຜູ້ນຳຂອງຕົນ
  7. ປະເທດ ນິວຊີແລນ: ທີ່ໄດ້ຮັບຄະແນນສູງ ທາງດ້ານຄຸນນະພາບສິ່ງແວດລ້ອມ
  8. ປະເທດ ແຟງລັງ: ທີ່ມີພຽງ 4% ຂອງພະນັກງານ ທີ່ຕ້ອງໄດ້ເຮັດວຽກລ່ວງເວລາ ເຊິ່ງຕໍ່າກວ່າບັນດາປະເທດທີ່ພັດທະນາແລ້ວຫຼາຍປະເທດ
  9. ປະເທດສະຫະລັດ ອາເມລິກາ: ເຖິງວ່າປະເທດດັ່ງກ່າວອາດມີຄະແນນຕໍ່າໃນດ້ານອື່ນ ແຕ່ພັດມີຄະແນນສູງທາງດ້ານທີ່ພັກອາໄສ ແລະລາຍຮັບ
  10. ປະເທດໄອແລນ (Iceland): ເຊິ່ງເປັນປະເທດທີ່ມີຄະແນນສູງ ທາງດ້ານອັດຕາການວ່າງງານທີ່ຕໍ່າ ມີພຽງ 0,7% ຂອງປະຊາກອນເທົ່ານັ້ນ
  11. ປະເທດ ໂຮນລັງ: ເຊິ່ງປະເທດດັ່ງກ່າວ ແມ່ນມີອັດຕາການຮູ້ໜັງສືສູງທີ່ສຸດປະເທດໜຶ່ງໃນໂລກ ເຊິ່ງການສຳຫຼວດພົບວ່າ ນັກຮຽນ-ນັກສຶກສາ ຂອງປະເທດດັ່ງກ່າວ ຈະມີຄວາມສາມາດທາງດ້ານຄະນິດສາດ, ວິທະຍາສາດ ແລະການອ່ານທີ່ດີເລີດ.

ຈາກ 11 ຕົວຊີ້ວັດ ແລະຜົນທີ່ເຮັດໃຫ້ 11 ປະເທດດັ່ງກ່າວ ຖືກພິຈາລະນາ ວ່າເຂົາເຈົ້າມີ ຄຸນນະພາບຊີວິດທີ່ດີ ເຊິ່ງບາງທ່ານອາດມີແນວຄິດທີ່ແຕກຕ່າງ ແຕ່ກໍເປັນເລື່ອງທີ່ປະຕິເສດໄດ້ຍາກ ວ່າປັດໄຈສຳຄັນທີ່ຈະເຮັດໃຫ້ຊີວິດໃຜຜູ້ໜຶ່ງໃນໂລກນີ້ດີໄດ້ ກໍຕ້ອງປະກອບໄປດ້ວຍສຸຂະພາບທີ່ດີ ເຊິ່ງໝາຍເຖິງລະບົບສາທາລະນະສຸກ ທີ່ມີຄຸນນະພາບ, ມີທີ່ພັກອາໄສ, ມີການສຶກສາ, ມີລາຍຮັບ ເພື່ອ ຄອງຊີບ ແລະມີສະພາບແວດລ້ອມທີ່ດີ ຕະຫຼອດຮອດການມີສິດເສລີພາບ ແລະຄວາມປອດໄພ.   ເຊັ່ນດຽວກັບເປົ້າໝາຍສຳຄັນຂອງການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ກໍເພື່ອແນໃສ່ປະກອບສ່ວນໃຫ້ປັດໄຈຕ່າງໆ ທີ່ກ່າວມານັ້ນ ມີທ່າອ່ຽງທີ່ດີຂຶ້ນ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...