Homeນານາສາລະ5 ວິທີແກ້ບັນຫາເຂົ້າຈ້າວບູດໄວ ທີ່ຄວນຮູ້ໄວ້

5 ວິທີແກ້ບັນຫາເຂົ້າຈ້າວບູດໄວ ທີ່ຄວນຮູ້ໄວ້

Published on

ການຫຸງເຂົ້າໃນແຕ່ລະຄັ້ງ ປະໄວ້ບໍ່ດົນປານໃດເຂົ້າກໍຈະເລີ່ມມີກິ່ນບູດໄດ້ ເຊິ່ງບັນຫາດັ່ງກ່າວນີ້ຈະໝົດໄປຖ້າຫາກປະຕິບັດຕາມວິທີດັ່ງຕໍ່ໄປນີ້

  1. ຂັ້ນຕອນທຳອິດເອົາໝໍ້ທີ່ລ້າງສະອາດ ໃສ່ນໍ້າ 1/3 ຫຼື ¼ ຂອງໝໍ້ ແລ້ວເອົານໍ້າສົ້ມສາຍຊູໃສ່ 2 ບ່ວງແກງ, ເອົາໄປໃສ່ໃນໝໍ້ຄືກັບຈະຫຸງເຂົ້າ ກົດ COOK ຖ້າໃຫ້ນໍ້າຟົດ ແລ້ວເອົາໝໍ້ມາລ້າງໃຫ້ສະອາດ ແລ້ວຈຶ່ງຫຸງເຂົ້າ
  2. ວິທີນີ້ໃຊ້ເມື່ອມີເວລາດົນ ເອົາໝໍ້ໄປຄວໍ່າຕາກແດດກ້າໆ ໄວ້ 1 ແດດ (ຕັ້ງແຕ່ເຊົ້າທີ່ແດດເລີ່ມກ້າ ຈົນຮອດຕອນແລງແດດອ່ອນ) ຫຼັງຈາກນັ້ນເອົາໝໍ້ມາລ້າງໃຫ້ສະອາດອີກຄັ້ງ ແລ້ວຈຶ່ງຫຸງເຂົ້າ ຈະເຮັດໃຫ້ເຂົ້າບໍ່ບູດງ່າຍໄດ້ເຊັ່ນກັນ
  3. ຫຸງເຂົ້າພ້ອມໃສ່ນໍ້າສົ້ມສາຍຊູລົງໄປ 1 ບ່ວງຊາ ແລ້ວກົດຫຸງຕາມປົກກະຕິ ເຂົ້າຈະບໍ່ມີລົດຊາດສົ້ມ, ເຂົ້າຈະຢູ່ໃນອຸນຫະພູມຫ້ອງໄດ້ 4-5 ວັນ ໂດຍທີ່ບໍ່ບູດ, ບໍ່ມີກິ່ນ
  4. ທາເກືອລົງໄປໃນໝໍ້ໃຫ້ທົ່ວໝໍ້ ແລ້ວປະໄວ້ປະມານ 1-2 ຊົ່ວໂມງ ແລ້ວເອົາໝໍ້ມາລ້າງສະອາດ ຈຶ່ງເອົາໄປຫຸງເຂົ້າຄືເກົ່າ, ເຮັດແບບນີ້ 2-3 ເທື່ອ ໝໍ້ທີ່ເຄີຍເຮັດໃຫ້ເຂົ້າບູດ ກໍຈະບໍ່ບູດໄດ້ອີກ
  5. ເອົານໍ້າລົງໃນໝໍ້ 2 ຖ້ວຍ ແລະກົດ COOK ປະໄວ້ 15 ນາທີ ຈະຊ່ວຍທຳລາຍເຊື້ອຈຸລິນຊີທີ່ຄ້າງຢູ່ໄດ້ ແລະຊ່ວຍແກ້ໄຂບັນຫາເຂົ້າບູດໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...