spot_img
Homeຂ່າວຕ່າງປະເທດເດັກນ້ອຍອາຍຸ 11 ປີ ມາເປັນທີ່ປຶກສາບັນຫາດ້ານອາລົມ ແກ່ຄົນທີ່ໄປມາໃນສະຖານີລົດໄຟ

ເດັກນ້ອຍອາຍຸ 11 ປີ ມາເປັນທີ່ປຶກສາບັນຫາດ້ານອາລົມ ແກ່ຄົນທີ່ໄປມາໃນສະຖານີລົດໄຟ

Published on

ຕາມການລາຍງານຂອງເວັບໄຊອ໊ອດດີຕີ້ເຊັນທຣັນ ເມື່ອວັນທີ 20 ທັນວາ 2016 ຜ່ານມາວ່າ ໄຄໂຣ ອໍທິຊ ອາຍຸ 11 ປີ ໄດ້ໃຊ້ເວລາວ່າງໃນທຸກໆອາທິດ ມາຕັ້ງໂຕະຮັບການປຶກສາບັນຫາທາງອາລົມ ກັບຄົນທີ່ຜ່ານໄປມາ ຢູ່ສະຖານີລົດໄຟໃຕ້ດິນເບດຟອດ ເອລ ໃນນະຄອນຫຼວງນິວຢອກ ສະຫະລັດ, ລາວຈະຢູ່ນັ້ນ ເປັນເວລາ 2​ ຊົ່ວໂມງ ລໍຖ້າລູກຄ້າເຂົ້າມາຫາ

ຄ່າບໍລິການພຽງແຕ່ 2​ ດອນລາສະຫະລັດ ກັບການປຶກສາ 5 ນາທີ ເຮັດໃຫ້ມີຄົນຈຳນວນຫຼາຍພາກັນມາຂໍຄຳແນະນຳຈາກລາວ ເຊິ່ງ ໄຄໂຣ ສາມາດ ໃຫ້ຄຳປຶກສາທີ່ດີ ແບບບໍ່ໜ້າເຊື່ອວ່າເດັກອາຍຸນ້ອຍເທົ່ານີ້ຈະເຮັດໄດ້ ເຊິ່ງບັນຫາຕ່າງໆ ທີ່ຄົນມັກຖາມມີ: ເລື່ອງຄວາມຮັກຄວາມສຳພັນ, ບັນຫາການເຮັດວຽກ ແລະອື່ນໆ ເຊິ່ງລາວສາມາດໃຫ້ຄຳປຶກສາໄດ້ທຸກເລື່ອງ

4_7

ພໍ່ຂອງລາວໄດ້ເວົ້າວ່າ ລາວເອງຫາເງິນໄດ້ບໍ່ຫຼາຍປານໃດ, ລູກຊາຍຈຶ່ງເກີດມີໄອເດຍ ທີ່ຢາກເຮັດທຸລະກິດທີ່ສາມາດເຮັດໄດ້ດ້ວຍຕົວເອງ ເຊິ່ງລາວກໍສະໜັບສະໜູນຄວາມຄິດຂອງລູກ, ໃນມື້ຕໍ່ມາ ລາວຈຶ່ງເອົາໂຕະມາຕັ້ງເທິງຖະໜົນ ແລະລາວກໍກາຍເປັນທີ່ນິຍົມຢ່າງບໍ່ໜ້າເຊື່ອ, ມື້ໃດທີ່ມີລູກຄ້າເຂົ້າຫຼາຍ ກໍໄດ້ເງິນຮອດ 50 ດອນລາສະຫະລັດ

ແນວໃດຕາມ ເລື່ອງເງິນກໍບໍ່ແມ່ນເຫດຜົນດຽວທີ່ເຮັດໃຫ້ ໄຄໂຣ ອອກມາໃຫ້ຄຳປຶກສາໃຫ້ຄົນອື່ນແບບນີ້, ແຕ່ເພາະວ່າລາວເຄີຍຖືກໝູ່ທຳຮ້າຍຮ່າງກາຍຢູ່ໂຮງຮຽນ, ເມື່ອສາມາດຜ່ານພົ້ນປະສົບການເຫຼົ່ານີ້ມາໄດ້ ລາວກໍຢາກທີ່ຈະຊ່ວຍໃຫ້ຄຳປຶກສາດ້ານອາລົມກັບຜູ້ອື່ນໆ ເຊິ່ງວຽກນີ້ກໍເຮັດໃຫ້ລາວມີໝູ່ໃໝ່ອີກຫຼາຍຄົນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...