spot_img
Homeນານາສາລະເຫດຜົນ 5 ຂໍ້ ທີ່ໃຊ້ເປັນຂໍ້ອ້າງຂອງຄົນທີ່ກໍາລັງນອກໃຈແຟນ

ເຫດຜົນ 5 ຂໍ້ ທີ່ໃຊ້ເປັນຂໍ້ອ້າງຂອງຄົນທີ່ກໍາລັງນອກໃຈແຟນ

Published on

ຄວາມຮັກບໍ່ເຂົ້າໃຜອອກໃຜ ບາງຄູ່ກໍຮັກກັນດີ, ບາງຄູ່ກໍຜິດກັນເກືອບທຸກວັນ, ບາງຄູ່ກໍມີປັນຫາເລື່ອງມືທີສາມ ຊຶ່ງເປັນປັນຫາໃດກໍຕາມ ບໍ່ຮ້າຍແຮງເທົ່າການນອກໃຈແຟນ ເພາະມັນໝາຍເຖິງວ່າຄວາມຮັກຖືກແທນທີ່ດ້ວຍຄົນອື່ນ ຄົນສ່ວນໃຫຍ່ທີ່ບໍ່ຊື່ສັດກັບແຟນ ຈະມີເຫດຜົນຫຍັງມາອ້າງແດ່.

  1. ຮັກແທ້ແພ້ໃກ້ສິດ: ອາລົມອ່ອນໄຫວເປັນກັນທຸກຄົນ ຂຶ້ນຢູ່ກັບວ່າຈະມີການຫັກຫ້າມໃຈໄດ້ຫຼາຍເທົ່າໃດ ບາງຄົນຢູ່ໄກກັບແຟນ ຫຼືແຟນບໍ່ມີເວລາໃຫ້ ຈຶ່ງຫຼົງໄຫຼໄປກັບຄົນໃໝ່ ຊຶ່ງກໍແນ່ນອນວ່າທຸກຢ່າງຈະເບິ່ງຕື່ນເຕັ້ນໜ້າສົນໃຈໄປໝົດ ຈຶ່ງເປັນສາເຫດຫຼັກຂອງຫຼາຍຄູ່ ທີ່ຕ້ອງເລີກລາກັນໄປເພາະມືທີສາມ
  2. ແຟນລະເລີຍ ບໍ່ເອົາໃຈໃສ່ຄືທີ່ຜ່ານມາ: ເລື່ອງນີ້ສໍາຄັນຫຼາຍ ວ່າແຟນບໍ່ສົນໃຈ ແຟນປ່ຽນໄປ ຢ່າຄິດວ່າບໍ່ມີຫຍັງ ລອງສໍາຫຼອດໂຕເອງກ່ອນວ່າເບິ່ງແຍງ ເອົາໃຈໃສ່ແຟນດີ ຫຼືຍັງ ຖ້າຍັງກໍຟ້າວປັບປຸງໂຕ ແຕ່ຖ້າເຮັດດີທີ່ສຸດແລ້ວ ກໍປ່ອຍໄປດີກວ່າ ຢ່າເສຍເວລາເລີຍ
  3. ນິໄສເຂົ້າກັນບໍ່ໄດ້: ຕອນຄົບກັນທໍາອິດແມ່ນຫຍັງກະເບິ່ງເຂົ້າກັນໄດ້ທຸກຢ່າງ ແຕ່ພໍເບື່ອ ພົບຄົນໃໝ່ ກໍກາຍເປັນວ່າມີເລື່ອງໃຫ້ຮູ້ສຶກວ່າໄປກັນບໍ່ໄດ້ ແຕ່ເລື່ອງແບບນີ້ຕ້ອງຍອມຮັບວ່າໃນຊີວິດຄົນເຮົາມີການປ່ຽນແປງ ປ່ຽນສັງຄົມ ຈຶ່ງບໍ່ແກທີ່ບາງຄົນຈະມີຄວາມຄິດ ແລະນິໄສທີ່ປ່ຽນໄປ ແຕ່ການທີ່ລົມກັນຄົນອື່ນລະຫວ່າງທີ່ກໍາລັງມີແຟນຢູ່ແລ້ວ ກໍຄືວ່າ ນອກໃຈແຟນຢູ່ດີ
  4. ຮູ້ສຶກບໍ່ໝັ້ນຄົງກັບຄວາມສໍາພັນທີ່ເປັນຢູ່: ມີຫຼາຍຄູ່ທີ່ຄົບກັນມາດົນ ແຕ່ບໍ່ມີວີ່ແວວວ່າຈະແຕ່ງງານສ້າງຄອບຄົວ ຫຼືອີກຝ່າຍເບິ່ງໄປແລ້ວບໍ່ສາມາດເປັນຜູ້ນໍາໄດ້ ຈຶ່ງເຮັດໃຫ້ເປີດໃຈໄປລົມຄົນທີ່ເບິ່ງຄືໝັ້ນຄົງກວ່າ
  5. ໝົດຮັກ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...