spot_img
Homeຂ່າວຕ່າງປະເທດຈອດລົດໄວ້ບ່ອນເກັບຂີ້ເຫຍື້ອ! ພະນັກງານເກັບຂີ້ເຫຍື້ອ ເອົາຖັງກວ່າ 40 ຖັງມາປະໄວ້ອ້ອມລົດ

ຈອດລົດໄວ້ບ່ອນເກັບຂີ້ເຫຍື້ອ! ພະນັກງານເກັບຂີ້ເຫຍື້ອ ເອົາຖັງກວ່າ 40 ຖັງມາປະໄວ້ອ້ອມລົດ

Published on

ຕາມການລາຍງານຂ່າວຂອງເວັບໄຊປະເທດຈີນ ເມື່ອວັນທີ 17 ທັນວາ 2016 ຜ່ານມາວ່າ ຕາມເວລາທ້ອງຖິ່ນປະມານ 16:00 ໂມງ, ບໍລິເວນບ່ອນພັກອາໄສ ແຖວຖະໜົນຫຼົງຖູ ເມືອງເຫີ່ເຟ່ຍ ມົນທົນອັນຮຸຍ ເກີດເຫດລົດເອສຢູວີ ສີດຳ ທີ່ຈອດຢູ່ບໍລິເວນສີ່ແຍກ ຖືກອ້ອມຮອບດ້ວຍຖັງຂີ້ເຫຍື້ອ ກວ່າ 40 ຖັງ ເພາະໄປຈອດບໍລິເວນທີ່ພະນັກງານເກັບຂີ້ເຫຍື້ອ ຕ້ອງເອົາຖັງຂີ້ເຫຍື້ອມາປະໄວ້ຮຽງກັນ ເພື່ອລໍຖ້າລົດຂີ້ເຫຍື້ອ ມາເກັບ ເຊິ່ງພະນັກງານພະຍາຍາມຕິດຕໍ່ຫາເຈົ້າຂອງລົດແລ້ວ ແຕ່ບໍ່ສາມາດຕິດຕໍ່ໄດ້ ຈຶ່ງເອົາຖັງໄປກອງໄວ້ອ້ອມລົດ

ຕາມການລາຍງານບອກວ່າ ເຖິງແມ່ນວ່າລົດຄັນດັ່ງກ່າວ ຈະອ້ອມລ້ອມດ້ວຍຖັງຂີ້ເຫຍື້ອຈຳນວນຫຼາຍ ແຕ່ກໍຍັງມີຊ່ອງຫວ່າງເຫຼືອ ຈຶ່ງບໍ່ໄດ້ສ້າງຄວາມເສຍຫາຍໃຫ້ລົດ, ເຊິ່ງຊາວບ້ານແຖວນັ້ນບອກວ່າ ເຫັນລົດຄັນດັ່ງກ່າວ ຈອດປະໄວ້ບ່ອນນັ້ນ ຕັ້ງແຕ່ຕອນສວາຍຂອງວັນທີ 17 ທັນວາ 2016 ແຕ່ບໍ່ມີໃຜທັນເຫັນເຈົ້າຂອງ

ພະນັກງານເກັບຂີ້ເຫຍື້ອບອກວ່າ ບໍລິເວນນັ້ນ ເປັນເຂດຊຸມຊົນ ແລະເປັນບ່ອນທີ່ພະນັກງານເກັບຂີ້ເຫຍື້ອ ເອົາຖັງມາປະລວມກັນໄວ້ຊົ່ວຄາວ ເພື່ອຖ້າລົດຂີ້ເຫຍື້ອມາເກັບໄປໂຮງງານຂີ້ເຫຍື້ອ, ເຊິ່ງປົກກະຕິກໍບໍ່ໄດ້ມີການອະນຸຍາດໃຫ້ຈອດບໍລິເວນນັ້ນ, ລົດຄັນດັ່ງກ່າວກໍຈອດປະໄວ້ຫຼາຍຊົ່ວໂມງແລ້ວ ແລະອີກຢ່າງກໍບໍ່ສາມາດຕິດຕໍ່ຫາເຈົ້າຂອງລົດໄດ້ ຈຶ່ງໄດ້ເຮັດແບບນັ້ນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...