spot_img
Homeຂ່າວຕ່າງປະເທດນາງ ຊະເວ ຊຸນຊິນ ຖືກນຳຕົວຂຶ້ນສານຄັ້ງທຳອິດ ເພື່ອສອບສວນຄະດີ

ນາງ ຊະເວ ຊຸນຊິນ ຖືກນຳຕົວຂຶ້ນສານຄັ້ງທຳອິດ ເພື່ອສອບສວນຄະດີ

Published on

ຕາມການລາຍງານຂອງສຳນັກຂ່າວເອເອຟພີ ເມື່ອວັນທີ 19 ທັນວາ 2016 ຜ່ານມາວ່າ ນາງ ຊະເວ ຊຸນຊິນ ອາຍຸ 60 ປີ ຜູ້ເປັນໃຈກາງຄະດີບໍ່ດີທີ່ດັງລະດັບປະເທດຂອງເກົາຫຼີໃຕ້ ວ່າອາໄສຄວາມເປັນໝູ່ສະໜິດຂອງປະທານາທິບໍດີ ປາກ ກຶນເຮ ແຊກແຊງກິດຈະການຂອງລັດຖະບານ ແລະບັງຄັບໄລ່ເງິນຈຳນວນຫຼາຍກັບບໍລິສັດຍັກໃຫຍ່ ເພື່ອປະໂຫຍດສ່ວນຕົວ ໄດ້ຖືກນຳຕົວມາສອບສວນ ຢູ່ສານເຂດກາງກຸງໂຊນ, ການປະກົດຕົວຂອງນາງ ຊະເວ ຄັ້ງນີ້ ເປັນການປາກົດຕົວຄັ້ງທຳອິດ ນັບແຕ່ເກີດເລື່ອງໃນ ເດືອນ ຕຸລາ 2016 ຜ່ານມາ ໄດ້ເດີນທາງກັບມາຈາກເຢຍລະມັນ ເພື່ອໃຫ້ປາກຄໍາກັບໄອຍະການ ແລະເປັນຄັ້ງທໍາອິດ ຫຼັງຈາກປະທານາທິບໍດີ ປາກ ກຶນເຮ ຖືກລັດຖະສະພາ ລົງມະຕິຖອດຖອນ ຈົນຢູ່ລະຫວ່າງພັກວຽກ ເພື່ອລໍຖ້າການສືບສວນຕາມຂະບວນການຖອດຖອນຂອງສານລັດຖະທຳມະນູນ

Choi Soon-Sil (L), who has been dubbed Korea's "female Rasputin" for the influence she wielded over the now-impeached president Park Geun-Hye, arrives at a courtroom for her trial at the Seoul Central District Court in Seoul on December 19, 2016. The woman at the centre of a corruption scandal that triggered the biggest political crisis for a generation in South Korea appeared in court on December 19 for a preliminary hearing in her trial on fraud charges. / AFP PHOTO / KOREA POOL / KOREA POOL / South Korea OUT

ການໄຕ່ສວນດັ່ງກ່າວນີ້ ເປັນຂະບວນການກຽມຄວາມພ້ອມຂອງສານ ເຊິ່ງນາງ ຊະເວ ບໍ່ຈຳເປັນຕ້ອງເຂົ້າຮ່ວມຟັງ, ແຕ່ທາງທະນາຍຄວາມເວົ້າວ່າ ນາງ ຊະເວ ຕ້ອງການມີສ່ວນຮ່ວມ ແລະສະແດງຄວາມຈິງໃຈໃນການດຳເນີນຄະດີ ຫຼັງຈາກຖືກວິຈານຢ່າງແຮງ ທີ່ບໍ່ຍອມມາຮັບຟັງການສືບສວນຂອງຄະນະກຳມາທິການລັດຖະສະພາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...