Homeຂ່າວການພັດທະນາທາງປາກມອງ-ອຸດົມໄຊ ສ້າງສໍາເລັດກ່ອນກໍານົດ

ທາງປາກມອງ-ອຸດົມໄຊ ສ້າງສໍາເລັດກ່ອນກໍານົດ

Published on

ເສັ້ນທາງປາກມອງ-ອຸດົມໄຊ ພາຍຫລັງ ເລີ່ມເປີດການກໍ່ສ້າງປີ 2014 ມາຮອດປັດຈຸບັນ ໄດ້ສໍາເລັດກ່ອນກໍານົດ 9 ເດືອນ ຕາມສັນຍາແມ່ນເດືອນກຸມພາ 2017. ໂດຍແມ່ນບໍລິສັດ ກຸ່ມສະຖາບັນສໍາຫລວດອອກ-ແບບທາງລົດໄຟເລກ 3 ແລະ ບໍລິສັດຢຸນນານຊັນນີ ເປັນຜູ້ຮັບເໝົາດ້ວຍມູນຄ່າ 82 ລ້ານກວ່າໂດລາສະຫະລັດ.

ທ່ານ ຈັນເພັງ ມະນີວັນ ຮັກສາການຫົວໜ້າໂຄງການ ໄດ້ໃຫ້ສໍາພາດທ້າຍອາທິດຜ່ານມານີ້ວ່າ: ການກໍ່ສ້າງເສັ້ນທາງຫລວງແຫ່ງຊາດ 13 ເໜືອ ແຕ່ສາມແຍກປາກມອງ-ເມືອງໄຊ ພາຍຫລັງຄະນະກໍາມະການ ກວດກາດ້ານເຕັກນິກກົມຂົວທາງ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາເຫັນວ່າມາຮອດປັດຈຸບັນ ໄດ້ສໍາເລັດ 100% ເຊິ່ງຈະມີພິທີມອບ-ຮັບໃນໄວໆນີ້.

ເສັ້ນທາງດັ່ງກ່າວ ມີຄວາມຍາວທັງໝົດ 81 ກວ່າກິໂລແມັດ ໂດຍຈັດເປັນທາງປະເພດ 3 ໜ້າທາງ ປູດ້ວຍຢາງຂົ້ວ ໜາ 5 ຊັງຕິແມັດ, ຊັ້ນພື້ນທາງປູດ້ວຍຫີນຂົບປະສົມຊີມັງ ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ, ໜ້າທາງໃນເຂດພູດອຍທີ່ບໍ່ມີບ້ານຄົນ ກວ້າງ 7,5 ແມັດ, ມີ 2 ຊ່ອງທາງຈາລະຈອນໄປ-ກັບ, ສໍາລັບເຂດຊຸມຊົນ ກວ້າງ 8,5 ແມັດ ມີຈຸດຈອດລົດໂດຍສານ. ສະເພາະໃນເຂດເທດສະບານເມືອງໄຊ ມີດອນກາງໜ້າທາງກວ້າງ 16,60 ແມັດ ມີຮ່ອງລະບາຍນໍ້າສອງຂ້າງທາງ ພ້ອມມີທາງຄົນຍ່າງ ກວ້າງເບື້ອງລະ 90ຊັງຕີແມັດ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...