spot_img
Home​ຂ່າວບັນເທິງສາວງາມຈາກ ຊິລີ ຄ້ວາມົງກຸດ MISS TOURISM QUEEN OF THE YEAR INTERNATIONAL 2016 ໄປຄອງ

ສາວງາມຈາກ ຊິລີ ຄ້ວາມົງກຸດ MISS TOURISM QUEEN OF THE YEAR INTERNATIONAL 2016 ໄປຄອງ

Published on

ຮູ້ຜົນການຕັດສິນເປັນທີ່ຮຽບຮ້ອຍແລ້ວສຳລັບເວທີການປະກວດສາວງາມລະດັບໂລກອີກເວທີໜຶ່ງ ຄືການປະກວດ MISS TOURISM QUEEN OF THE YEAR INTERNATIONAL 2016 ທີ່ໄດ້ຈັດຂຶ້ນໃນຄ່ຳຄືນຂອງວັນທີ 18 ທັນວາ 2016 ເລີ່ມຖ່າຍທອດສົດ ຜ່ານລິ້ງ ເມື່ອເວລາ 19:00 ໂມງເປັນຕົ້ນໄປ ແລະ ສາວທີ່ສາມາດຄ້ວາມົງກຸດອັນຊົງກຽດນີ້ໄປຄອງແມ່ນສາວງາມຈາກ ປະເທດ ຊິລີ “ໂຊເຟຍ ເດລ ໂຣລິໂອ ຊາວີດຣາ”

988

ສ່ວນ ສາວງາມຕົວແທນ ຈາກ ສປປລາວ ສາວ ເມ ວາລິສະລາ ເຖິງແມ່ນວ່ານາງຈະສາມາດຜ່ານເຂົ້າໄປໃນຮອບເລິກໆຂອງເວທີການປະກວດນີ້ ແຕ່ເຊື່ອວ່ານາງກໍ່ໄດ້ເຮັດເຕັມທີ່ແລ້ວ ແລະ ເວທີນີ້ຖືວ່າເປັນບາດກ້າວທຳອິດຂອງແມ່ຍິງລາວ ທີ່ໄດ້ມີບົດບາດໃນເວທີປະກວດງາມລະດັບໂລກ ແລະ ທີ່ສຳຄັນນາງ ໄດ້ລາງວັນ ນາງງາມມິດຕະພາບຈາກເວທີ Miss tourism queen of the year international 2016 ມາຝາກພໍ່ແມ່ພີ່ນ້ອງຊາວລາວອີກດ້ວຍ

147

ສຳລັບລາງວັນຊຸດປະຈຳຊາດດີເດັ່ນປີນີ້ຕົກເປັນຂອງ ຫວຽດນາມ,​ ອິນໂດເນເຊຍ ແລະ ມາເລເຊຍ

4285

ທາງບັນເທີງ ກັບ ລາວໂພສຕ໌ ຂໍສະແດງຄວາມຍິນດີ ກັບ ສາວງາມຈາກ ປະເທດ ຊິລີ “ໂຊເຟຍ ເດລ ໂຣລິໂອ ຊາວີດຣາ”  ທີ່ສາມາດຄ້ວາມົງກຸດຈາກເວທີການປະກວດ MISS TOURISM QUEEN OF THE YEAR INTERNATIONAL 2016 ໄປຄອງ ແລະ ຂໍເປັນກຳລັງໃຈ ໃຫ້ກັບສາວງາມຄົວແທນຈາກ ສປປ ລາວ “ເມ ວາລິສະລາ” ທີ່ໄດ້ຕຳແໜ່ງນາງງາມມິດຕະພາບ ຈາກເວທີດັ່ງກ່າວມາຝາກພີ່ນ້ອງຊາວລາວ ເຊິ່ງການເຂົ້າຮ່ວມການປະກວດຂອງນາງ ແມ່ນບາດກ້າວເລີ່ມຕົ້ນທີ່ສຳຄັນ ແລະ ມີຄວາມໝາຍ ໃນການເຜີຍແຜ່ວັດທະນະທຳຂອງລາວໃນເວທີລະດັບໂລກ ແລະ ນາງຄືຄວາມພາກພູມໃຈຂອງຄົນລາວ ໂດຍສະເພາະແມ່ຍິງທັງປະເທດ

ຂໍ້ມູນຈາກ: MISS TOURISM QUEEN OF THE YEAR INTERNATIONAL
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມ

ແພດໄທເປີດເຜີຍ 3 ນັກຮຽນມີອາການແໜ້ນໜ້າເອິກ ກ່ອນພົບວ່າປອດຖືກທຳລາຍເກືອບໝົດ ຍ້ອນສູບຢາສູບໄຟຟ້າ ແລະ ດື່ມນ້ຳກະທ້ອມມາເປັນເວລາ 2 ປີ. ສຳນັກຂ່າວໄທລາຍງານວ່າ: ເມື່ອວັນທີ 20 ກຸມພາ 2025 ມີການລາຍງານຈາກໜ່ວຍກູ້ໄພຕຳບົນດອນບົນ...

ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ

ນາຍົກລັດຖະມົນຕີ ລາວ-ໄທ ຮ່ວມກັນເປັນສັກຂີພະຍານໃນການລົງນາມ ແລະ ແລກປ່ຽນຂໍ້ຕົກລົງຮ່ວມກັນ 4 ສະບັບ. ໃນວັນທີ 20 ກຸມພາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ...

ສະຫຼົດ ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ

ອຸບັດຕິເຫດລົດໄຟ ຕຳຝູງຊ້າງປ່າທີ່ສີລັງກາ ເສຍຊີວິດ 6 ໂຕ ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 20 ກຸມພາ 2025, ເກີດອຸບັດຕິເຫດລົດໄຟໂດຍສານໃນສີລັງກາຕົກລາງ ໃນຊ່ວງເຊົ້າມືດ (20 ກຸມພາ)...

ດວງປະຈຳວັນທີ 21 ກຸມພາ 2025

ດວງປະຈຳວັນທີ 21 ກຸມພາ 2025 - ຄົນເກີດວັນຈັນ: ວຽກທີ່ຄ້າງຄາຈະໄດ້ຮັບຄວາມຄືບໜ້າຫຼາຍຂຶ້ນ, ລົງທຶນຢູ່ໃນເກນດີ, ຄົນໂສດລະວັງປັນຫາຈາກຄົນລົມ ຄົນມີຄູ່ຄົນເກົ່າຈະເຂົ້າມາສ້າງປັນຫາ, ລະວັງໄມເກນ - ຄົນເກີດວັນຄານ: ວຽກງານລົ້ນມື ເຄຍວຽກຫົວໝຸນ, ເງິນຄ່ອງມື...