spot_img
Homeຂ່າວການພັດທະນາລັດ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017

ລັດ ເລັ່ງໃສ່ບັນດາວຽກງານຈຸດສຸມ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມສົກປີ 2017

Published on

ໃນວັນທີ 19 ທັນວາ 2016 ຜ່ານມານີ້ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວໃນກອງປະຊຸມ ແນະນໍາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2017 ວ່າ: ເພື່ອຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2017 ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ນັ້ນ ສໍາຄັນຕ້ອງຮັບປະກັນສະຖຽນລະພາບ ທາງດ້ານການເມຶອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມຢ່າງໜັກແໜ້ນ ເພື່ອສ້າງເງື່ອນໄຂໃຫ້ແກ່ການ ພັດທະນາປະເທດຊາດ, ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງດ້ວຍການສົ່ງເສີມການ ລົງທຶນທົ່ວສັງຄົມ, ການດໍາເນີນທຸລະກິດ ແລະ ການກະຕຸ້ນຮາກຖານເສດຖະກິດ ໃຫ້ມີສະພາບຄ່ອງ ເພື່ອຮັບປະກັນໃຫ້ຂະແໜງກະສິກໍາ, ອຸດສາຫະກໍາ ແລະ ການບໍລິການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ເສດຖະກິດເຕີບໂຕຢູ່ໃນລະດັບ7%, ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການບໍລິການຕາມທ່າແຮງ ຂອງຂະແໜງການ ແລະ ທ້ອງຖິ່ນ ເພື່ອໃຫ້ມີຄວາມຫລາກຫລາຍ ແລະ ມີຄຸນນະພາບ ເປັນທີ່ຕ້ອງການ ຂອງຕະຫລາດໃນລະດັບສູງ, ຄາລາດີ ໂດຍສະເພາະແມ່ນຜະລິດເຂົ້າໃຫ້ໄດ້ 4,35 ລ້ານໂຕນ, ສົ່ງເສີມການຜະລິດ ຂອງບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງຢ່າງແຂງແຮງ ແລະ ປັບປຸງລັດວິສາຫະກິດ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ ແນໃສ່ສ້າງມູນຄ່າເພີ່ມ ແລະ ຄຸນນະພາບຂອງສິນຄ້າ ແລະ ການບໍລິການໃຫ້ສາມາດແຂ່ງຂັນ ໃນຕະຫລາດພາກພື້ນ ແລະ ສາກົນ.

ພ້ອມທັງສົ່ງເສີມໂຄງການເອກະຊົນ ທີ່ໄດ້ຮັບອະນຸມັດໄປແລ້ວ ໂດຍສະເພາະໂຄງການລົງ ທຶນຂະໜາດໃຫຍ່ ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສາຫະກໍາ ແລະ ກະສິກໍາທີ່ມີຜົນກະທົບສູງຕໍ່ເສດຖະກິດໃຫ້ສາມາດເຄື່ອນໄຫວ ເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ແລະ ຊຸກຍູ້ປະຕິບັດສັນຍາ ໃຫ້ເຂົ້າສູ່ຂະບວນການຜະລິດໂດຍໄວ, ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການ ໃນການຄົ້ນຄ້ວານໍາໃຊ້ທ່າແຮງຂອງຕົນ

ທ່ານ ສຸພັນ ແກ້ວມີໄຊ ກ່າວຕື່ມວ່າ: ຈັດຕັ້ງຜັນຂະຫຍາຍກອງປະຊຸມໂຕະມົນ ປະຈໍາປີ 2016 ຖະແຫລງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມ ເພື່ອການຮ່ວມມືທີ່ມີປະສິດທິຜົນ ພ້ອມທັງດຶງດູດ ແລະ ຍາດແຍ່ງທຶນຊ່ວຍເຫລືອທາງການ ເພື່ອພັດທະນາຢ່າງມີຈຸດສຸມ, ມີເປົ້າໝາຍຈະແຈ້ງ ແລະສອດຄ່ອງກັບເປົ້າໝາຍການພັດທະນາ ຂອງລັດຖະບານ, ສ້າງຖານຂໍ້ມູນ ແລະ ເກັບກໍາສະຖິຕິ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ແກ່ການຕິດຕາມພັດທະນາເສດຖະກິດ-ສັງຄົມ ແລະ ການຕິດຕາມຄວາມຄືບໜ້າ ໃນແຕ່ລະດ້ານຢ່າງເປັນລະບົບ, ມີຂໍ້ມູນຢ່າງຊັດເຈນ ແລະ ຢັ້ງຢືນໄດ້ຕາມຄວາມເປັນຈິງ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ກົນໄກການບໍລິຫານລັດໃຫ້ຮັດກຸມ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການສືບຕໍ່ຊັບຊ້ອນພາລະບົດບາດ ຂອງບາງຂະແໜງການ ທີ່ເຫັນໄດ້ວ່າຍັງມີການທັບຊ້ອນ ແລະ ແບ່ງຄວາມຮັບ ຜິດຊອບໃຫ້ຈະແຈ້ງ ອັນສໍາຄັນແມ່ນເນັ້ນໃສ່ ການບໍລິຫານລັດດ້ວຍກົດໝາຍໃຫ້ເຂັ້ມແຂງ ກວ່າເກົ່າ ແລະ ມີປະສິດທິຜົນສູງ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...