spot_img
Homeຄົມຄິດຄົມຄົນທ່ານຄິດວ່າ 'ທ່ານເຮັດໄດ້' ຫຼືບໍ່?

ທ່ານຄິດວ່າ ‘ທ່ານເຮັດໄດ້’ ຫຼືບໍ່?

Published on

ຫຼາຍເທື່ອທີ່ເຮົາມັກປະເມີນໂຕເຮົາເອງວ່າ : “ແບບນີ້ເຮົາເຮັດບໍ່ໄດ້ດອກ!”
 “ແບບນັ້ນຍາກໂພດ ເກີນຄວາມສາມາດຂອງເຮົາ”

ແຕ່ຮູ້ຫຼືບໍວ່າ?

‘ສິ່ງທີ່ເຮົາຄິດ ລ້ວນສົ່ງຜົນຕໍ່ການກະທຳຂອງເຮົາ’

‘ເຮນຣີ ຟອດ’ ເຄີຍລົ້ມແຫຼວຈາກການສ້າງຕັ້ງບໍລິສັດເຖິງ 2 ເທື່ອ

ຈົນສຸດທ້າຍ…ສິ່ງທີ່ເຂົາຕັ້ງໃຈມາດົນກໍເກີດຜົນ

ເຂົາສາມາດສ້າງຕັ້ງບໍລິສັດ ຟອດ ມໍເຕີ ໄດ້ສຳເລັດ ແລະປະສົບຄວາມສຳເລັດຢ່າງສູງຈາກ ຟອດ ໂມເດວ ທີ ທີ່ສາມາດຜະລິດລົດລຸ້ນນີ້ອອກມາຈໍາໜ່າຍໄດ້ເຖິງ 15 ລ້ານຄັນ

ເຮນຣີ ຟອດ ເຄີຍກ່າວວ່າ: “ບໍ່ວ່າທ່ານຈະຄິດວ່າ ທ່ານເຮັດໄດ້

ຫຼືຄິດວ່າ ທ່ານເຮັດບໍ່ໄດ້

ທ່ານກໍຄິດຖືກທັງນັ້ນ”

ຖ້າທ່ານຄິດວ່າທ່ານເຮັດໄດ້ ເຖິງຈະລົ້ມໄປຈັກເທື່ອກໍຕາມ ຈັກມື້ໜຶ່ງມັນກໍຕ້ອງເຮັດໄດ້

ແຕ່ຖ້າທ່ານຄິດວ່າ ຈັ່ງໃດກໍເຮັດບໍ່ໄດ້ ຂະໜາດພຽງແຕ່ຄິດຍັງລົ້ມເລີກໄປແລ້ວ ການກະທຳແລະຄວາມຕັ້ງໃຈຄົງບໍ່ຕ້ອງເວົ້າເຖິງ

ດັ່ງນັ້ນ, ທ່ານຕ້ອງຕິດວ່າ ‘ທ່ານເຮັດໄດ້’

“Whether you think you can, or you think you can’t–you’re right.” — Henry Ford

ບົດຄວາມດີໆຈາກ: ປະສົບຄວາມສຳເລັດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...