Homeວັນນະກຳບູຮານຄະດີ ແລະ ປະຫວັດສາດລາວ ຕອນ: ” ຜູ້ປົກຄອງລາວຄົນທີ 2“

ບູຮານຄະດີ ແລະ ປະຫວັດສາດລາວ ຕອນ: ” ຜູ້ປົກຄອງລາວຄົນທີ 2“

Published on

ຜູ້ປົກຄອງລາວຄົນທີສອງ ຊື່ວ່າ “ຂຸນວັງເມືອງ“ ຂື້ນປົກຄອງເມືອງ ເພງາຍ ເມື່ອປີ ຄສ 08 ພສ551 ໃນຂະນະທີ່ນະຄອນເພງາຍຍັງເປັນເມືອງຂື້ນຂອງຈີນຢູ່ ປີ ຄສ 09 ພສ552 ປະເທດຈີນເກີດການກະບົດວຸ້ນວາຍ ຂຸນວັງເມືອງເຫັນເປັນໂອກາດ ຈື່ງປະກາດອິດສະຫລະພາບບໍ່ຂື້ນກັບຈີນ ແລະໄດ້ຄອງເມືອງຢ່າງເປັນເອກະລາດ ຕໍ່ມາຈົນເຖີງປີ ຄສ 50 ພສ583 ຈື່ງໄດ້ຖືກຈີນຍົກທັບມາຕີອີກ ແລ້ວກໍຍອມເປັນເມືອງຂື້ນຂອງຈີນຄືເກົ່າ ໃນລະຫວ່າງນັ້ນ ຄົນຊາດລາວໄດ້ແຍກອອກເປັນສອງຝ່າຍ

1ພວກຢູ່ນະຄອນເພງາຍ ເອີ້ນວ່າ “ພວກອ້າຍລາວ“
2 ພວກຢູ່ທາງໃຕ້ເອີ້ນວ່າ ພວກງາຍລາວ
ປີ ຄສ 57 ພສ 600 ພະເຈົ້າແຜ່ນດິນຊົງພະນາມວ່າ “ມີ້ງຕີ່“ໄດ້ຕ້ອນຮັບຄະນະທູດຈີນທີ່ຊົງນຳໄປເອົາ ພຸທທະສາສະຫນາ ເປັນເວລາ7ປີ ນັ້ນກັບຄືນມາປະເທດ ເຊີ່ງເປັນ ພຸທທະສາສະຫນາ ນິກາຍ ຝ່າຍລັດທິມະຫາຍານ ພະເຈົ້າມີ້ງຕີ່ສັດທາແລະເຫລື້ອມໃສໃນສາສະຫນາທັງຫລາຍ ຈື່ງຊົງເຜີຍສາສະຫນາໄປຍັງປະເທດໃກ້ຄຽງ
ຜູປົກຄອງຄົນລາວຄົນທີ່ສາມຊື່ວ່າ “ຂຸນຫລວງລີ່ເມົາ “ ປົກຄອງຄົນລາວຢູ່ນະຄອນເພງາຍກໍເຫລື້ອມໃສສາສະຫນາຢ່າງແຮງກ້າ

ປີ ຄສ78 ອານາຈັກເພງາຍມີຜູ້ປົກຄອງ ຊື່ວ່າ “ຂຸນໄລລາວ“ໄດ້ເຕົ້າໂຮມຄົນລາວຕໍ່ສູ້ກັບຈີນເພື່ອບໍ່ຍອມເປັນເມືອງຂື້ນຂອງຈີນ ຈື່ງໄດ້ນຳກອງທັບລາວອອກສູ່ສະຫນາມຮົບດ້ວຍຕົນເອງ ທຳການຕໍ່ສູ້ຢ່າງອົງອາດກ້າຫານ ແລະ ກໍໄດ້ສະຫລະຊີວິດຢູ່ສະຫນາມຮົບຢ່າງສົມພະກຽດ

ເມື່ອຂຸນໄລລາວເສຍຊີວິດແລ້ວ ພວກຄົນລາວກໍແຕກກັນລົງມາພາກໃຕ້ເປັນສ່ວນໃຫຍ່ ສ່ວນທີ່ເຫລືອແມ່ນໄດ້ແຕ່ງດອງກັບຄົນຈີນແລ້ວສືບຕໍ່ເປັນຄົນຈີນໄປເລີຍ ພວກທີ່ບໍ່ຍອມຈຳນົນກໍພາກັນອົບພະຍົບລົງມາພາກໃຕ້

ຮູບພາບປະກອບ: ມໍລະດົກລ້ານຊ້າງ
ຂຽນໂດຍ:ນາງ ສາຍວາລິນ ບໍລະວົງ (ເຟສບຸກ ບູຮານຄະດີແລະປະຫວັດສາດລາວ)
ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...