Homeຂ່າວການພັດທະນາລາວຫາລືວຽກງານປະຊາກອນ ແລະການພັດທະນາ

ລາວຫາລືວຽກງານປະຊາກອນ ແລະການພັດທະນາ

Published on

ວັນທີ 16 ທັນວາ 2016 ຜ່ານມານີ້, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ ( UNFPA ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານປະຊາກອນ ແລະ ການພັດທະນາໃນ ສປປ ລາວ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ອູຣິກາ ເຣນສະຕຼອມ ຮອງຜູ້ຕາງໜ້າອົງການ ສປຊ ກອງທຶນສຳລັບປະຊາກອນ, ພອມດ້ວຍຜູ້ຕ່າງໜ້າອົງການ ຈັດຕັ້ງສາກົນ ແລະ ວິຊາການຈາກກະຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ຮອງລັດຖະມົນຕີກະຊວງແຜນການກ່າວວ່າ: ປັດຈຸບັນພວກເຮົາກຳລັງຈະຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020)  ແລະ ປີນີ້ກໍເປັນປີທີ 2 ຂອງການ ຈັດຕັ້ງຜັນຂະຫຍາຍແຜນການ 5 ປີ ດັ່ງກ່າວໃຫ້ເປັນແຜນລະອຽດໃນແຕ່ລະປີ. ເຊິ່ງພວກເຮົາກໍໄດ້ມີການເຊື່ອມສານວຽກງານປະຊາກອນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນຕົ້ນແມ່ນ ເຮັດແນວໃດໃຫ້ປະຊາກອນໃນໄວຮຽນໄດ້ມີຄວາມຮູ້ ຄວາມສາມາດ ແລະ ເຮັດໃຫ້ກຳລັງແຮງງານມີສີມື ແລະ ມີຄຸນນະພາບສູງຂຶ້ນ, ເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ເຂົ້າເຖິງການບໍລິ ການທາງສັງຄົມອື່ນໆນັບມື້ຫລາຍຂຶ້ນ.

ດັ່ງນັ້ນກອງປະຊຸມປຶກສາຫາລືໃນມື້ນີ້ ຈຶ່ງມີຄວາມໝາຍສຳຄັນເປັນຢ່າງຍິ່ງເພື່ອໃຫ້ ພວກເຮົາໄດ້ຮັບຮູ້ບັນຫາໃໝ່ ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ ເຊິ່ງພວກເຮົາຫາກໍສຳເລັດ ແລະ ປະກາດຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2015 ນີ້ຈະເປັນຂໍ້ມູນໃຫມ່ໃຫ້ກັບການວັດແທກຜົນສຳເລັດໃນໄລຍະຜ່ານມາ ແລະ ເປັນຂໍ້ມູນພື້ນຖານໃຫ້ກັບການວາງແຜນພັດທະນາປະເທດ ກໍ່ຄືແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນໃນຕໍ່ໜ້າ ເຊັ່ນ: ໂຄງປະກອບຮູບທາດອາຍຸສ້າງຂອງປະຊາກອນປີ 2015 ໄດ້ຊີ້ໃຫ້ເຫັນວ່າພວກເຮົາຈະມີໂອກາດໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນ ເນື່ອງຈາກວ່າ ພວກເຮົາມີພົນລະເມືອງໃນໄວອອກແຮງງານຫລາຍຂຶ້ນກວມເອົາ 63,7% ຂອງພົນລະເມືອງທັງໝົດນີ້ຈະເຮັດໃຫ້ກຸ່ມໄວອອກແຮງງານເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມໄດ້ຫລາຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ຖ້າພວກເຮົາບໍ່ມີນະໂຍບາຍທີ່ເຫມາະສົມ ເພື່ອໃຫ້ພວກເຂົາໄດ້ຮັບການພັດທະນາທາງດ້ານຄວາມຮູ້ຄວາມສາມາດ ແລະ ທັກສະໃນການອອກແຮງງານ ແລະ ມີສຸຂະພາບແຂງແຮງແລ້ວກໍ່ຈະບໍ່ໄດ້ຮັບຜົນຜະໂຫຍດຈາກການມີປະຊາກອນຫນຸ່ມຫລາຍນັ້ນ, ການກາຍເປັນຕົວເມືອງນັບມື້ເພີ່ມຂຶ້ນ ດັ່ງອັດຕາສ່ວນຂອງພົນລະເມືອງ ທີ່ອາໄສໃນເຂດຕົວເມືອງເພີ່ມຂຶ້ນຈາກ 27% ໃນປີ 2005 ມາເປັນ 33% ໃນປີ 2015 ນີ້ກໍເປັນຂໍ້ມູນໜຶ່ງໃຫ້ພວກເຮົາຕ້ອງໄດ້ເອົາໃຈໃສ່ວ່າພວກເຮົາຈະຮອງຮັບຕໍ່ການເພີ່ມຂຶ້ນຂອງປະຊາກອນໃນຕົວເມືອງຄືແນວໃດ? ໂດຍສະເພາະແມ່ນ ທີ່ພັກອາໄສ, ການບໍລິການຮັກສາສຸຂະພາບ ແລະ ການບໍລິການສາທາລະນຸປະໂພກ; ພ້ອມດຽວກັນນັ້ນພວກເຮົາກໍຕ້ອງໄດ້ເອົາໃຈໃສ່ພັດທະນາເຂດຊົນນະບົດບໍ່ໃຫ້ມີຄວາມແຕກໂຕກກັນຫລາຍກັບຕົວເມືອງເພື່ອຫລຸດຜ່ອນການລັ່ງໄຫລເຂົ້າສູ່ຕົວເມືອງຂອງປະຊາກອນ, ການພັດທະນາການສຶກສາຂອງຄົນລາວທີ່ຍັງນຳຫຼັງ  ຫຼາຍປະເທດໃນພາກພື້ນ, ການປັບປຸງຄຸນນະພາບຂອງແຮງງານຜ່ານການສຶກສາ ແລະ ການຝຶກອົບຮົບສີມືແຮງງານ, ການແກ້ໄຂບັນຫາການແຕ່ງງານກ່ອນໄວອັນຄວນ ເຊິ່ງລາວມີອັດຕາສ່ວນສູງທີ່ສຸດ ໃນອາຊຽນ, ຂໍ້ມູນມີຄວາມສຳຄັນ ໃນການວາງແຜນ. ເລີ່ມແຕ່ປີ 2017 ນີ້ພວກເຮົາຈະເລີ່ມການປັບປຸງນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ເພື່ອການວາງແຜນພັດທະນາທີ່ແທດເໝາະກັບສະພາບຕົວຈິງ ແລະ ເພື່ອຮັບປະກັນຜົນປະໂຫຍດສູງສຸດຈາກການປ່ຽນແປງໂຄງປະກອບປະຊາກອນ.

ທ່ານຮອງລັດຖະມົນຕີກ່າວວ່າ: ນອກຈາກບັນຫາທີ່ກ່າວມາຂ້າງເທິງແລ້ວ ພວກເຮົາຍັງຈະໄດ້ຮັບຟັງການນຳສະເຫນີບົດຮຽນ ແລະ ປະສົບການຂອງປະເທດ ອົດສະຕາລີ, ສິງກະໂປ ແລະ ປະເທດ ບູຖານ ກ່ຽວກັບ ວຽກງານປະຊາກອນ ແລະ ການພັດທະນາ ລວມທັງ ການສ້າງນະໂຍບາຍດ້ານປະ ຊາກອນຂອງບັນດາປະເທດເຫລົ່ານີ້ ແລະ ຍັງຈະໄດ້ຮັບຟັງການສະເໜີພາບລວມກ່ຽວກັບສະຖານະພາບປະຊາກອນ ແລະ ການຈັດຕັ້ງປະຕິບັດນະໂຍບາຍປະຊາກອນຂອງ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງມີການສົນທະນາ ຈາກບັນດາຜູ້ວາງນະໂຍບາຍກ່ຽວກັບປະຊາກອນຂອງບັນດາກະຊວງ ແລະ ຂະ  ແໜງການ  ເພື່ອເປັນບ່ອນອີງໃຫ້ພວກເຮົາໃນການພັດທະນາປະຊາກອນລາວລວມທັງການປັບປຸງນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາຂອງ ສປປ ລາວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...