Homeຂ່າວເຫດການຜູ້ນຳພັກ-ລັດ ຮ່ວມໃສ່ບາດບຸນມະຫາສາມັກຄີ ອຸທິດກຸສົນແດ່ອະດີດການນຳ

ຜູ້ນຳພັກ-ລັດ ຮ່ວມໃສ່ບາດບຸນມະຫາສາມັກຄີ ອຸທິດກຸສົນແດ່ອະດີດການນຳ

Published on

ໃນຕອນເຊົ້າວັນທີ 16 ທັນວາ 2016 ນີ້ ເນື່ອງໃນໂອກາດຄົບຮອບ 41 ປີ ແຫ່ງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2/12/1975-2/12/2016), ຢູ່ຫໍທຳມະສະພາ ວັດພະທາດຫລວງວຽງຈັນ, ການນຳພັກ-ລັດ ນຳໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ , ມີບັນດາຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍຊາວພຸດສາຊະນິກະຊົນ ຮ່ວມຕັກບາດ ຖວາຍສັງຄະທານແດ່ພະສົງ 108 ອົງ ໃນງານບຸນມະຫາສາມັກຄີ ອຸທິດບຸນກຸສົນແດ່ອະດິດການນຳພັກ-ລັດ ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.

ໃນການຈັດງານບຸນ ແລະ ຮ່ວມຕັກບາດດັ່ງກ່າວ, ກໍເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ອະດີດການນຳພັກ-ລັດ, ພະນັກງານ, ທະຫານ-ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ ຜູ້ທີ່ມີຄຸນງາມຄວາມດີ ເສຍສະຫລະຊີວິດ, ເລືອດເນື້ອ ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປານາ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສິ້ນເຊິງ, ທັນເປັນການເຮັດໃຫ້ປວງຊົນລາວທັງຊາດ ໄດ້ຮັບຮູ້ວ່າ ຍ້ອນມີພວກເພີ່ນໃນວັນນັ້ນ ຈຶ່ງມີພວກເຮົາໃນວັນນີ້

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...