Homeຂ່າວເຫດການວັນທີ 16-18 ທັນວາ 2016 ນີ້ສະພາບອາກາດຈະເຢັນລົງ 4-6 ອົງສາ

ວັນທີ 16-18 ທັນວາ 2016 ນີ້ສະພາບອາກາດຈະເຢັນລົງ 4-6 ອົງສາ

Published on

ຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 16-18 ທັນວານີ້, ມວນອາກາດເຢັນຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງແຮງ, ເຊິ່ງຈະເຮັດໃຫ້ສະພາບອາກາດເຢັນລົງ 4-6 ອົງສາ, ໃນແຕ່ລະພາກ, ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ໃນນັ້ນ ພາກເໜືອດ້ານເວັນອອກ: ອາກາດຈະເຢັນຫລາຍ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຊຽງຂວາງ, ອຸນຫະພູມຕ່ຳສຸດ 4-6 ອົງສາ ແລະ ສູງສຸດ 18-20 ອົງສາ, ສະເພາະເຂດຈອມພູ, ພູສູງ, ເນີນພູ ແລະ ຮ່ອມພູ ອາກາດຈະໜາວເຢັນຫລາຍ, ຊຶ່ງອຸນຫະພູມອາດເຖິງຈຸດລະດັບນ້ຳກ້າມ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ, ອຸນຫະພູມຕ່ຳສຸດ 1-3 ອົງສາ; ສ່ວນພາກເໜືອດ້ານຕາເວັນຕົກ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 4-6 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫລວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 24-26 ອົງສາ, ສະເພາະຢູ່ເຂດຈອມພູ, ພູສູງ ອາກາດຈະໜາວເຢັນຫລາຍ ອຸນຫະພູມຕ່ຳສຸດ 2-4 ອົງສາ; ສຳລັບນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 3-5 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ, ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 27-29 ອົງສາ; ພາກກາງ: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 4-6 ອົງສາ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຄຳມ່ວນ, ບໍລິຄຳໄຊ ແລະ ແຂວງວຽງຈັນ, ອຸນຫະພູມຕ່ຳສຸດ 11-13 ອົງສາ ແລະ ສູງສຸດ 26-28 ອົງສາ. ສຳລັບແຂວງໄຊສົມບູນ ອາກາດຈະໜາວຫລາຍ, ພ້ອມມີໝອກໜາປົກຫຸ້ມໃນຕອນກາງຄືນຫາຕອນເຊົ້າ, ອຸນຫະພູມຕ່ຳສຸດ 1-3 ອົງສາ ແລະ ພາກໃຕ້: ອຸນຫະພູມອາກາດຈະໜາວເຢັນລົງຕື່ມ 2-4 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງເຊກອງ, ຈຳປາສັກ ແລະ ອັດຕະປື, ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 28-30 ອົງສາ, ສຳລັບເຂດພູພຽງບໍລະເວນ ແລະ ເຂດເມືອງດາກຈິງ ອາກາດຈະໜາວເຢັນຫລາຍ ພ້ອມມີຝົນຕົກໃນລະດັບຄ່ອຍ, ອຸນຫະພູມຕ່ຳສຸດ 2-4 ອົງສາ.

ດັ່ງນັ້ນ ຈຶ່ງເຕືອນໃຫ້ປະຊາຊົນໂດຍສະເພາະຜູ້ຢູ່ບັນດາແຂວງພາກເໜືອຄື: ແຂວງໄຊສົມບູນ, ເມືອງດາກຈຶງ ແລະ ເຂດພູພຽງບໍລະເວນອາກາດຈະໜາວເຢັນຫລາຍ ຈົ່ງມີສະຕິ, ຮັກສາສຸຂະພາບ ແລະ ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ນອກຈາກນີ້ ຕ້ອງມີສະຕິລະມັດລະວັງກ່ຽວກັບສະພາບໝອກໜາ, ຊຶ່ງອາດກໍໃຫ້ເກີດອຸປະຕິເຫດໃນການເດີນທາງໄດ້ງ່າຍ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...