spot_img
Homeຂ່າວພາຍ​ໃນຮອງນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດຝຣັ່ງ

ຮອງນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດຝຣັ່ງ

Published on

ໃນຕອນບ່າຍ ຂອງວັນທີ 15 ທັນວາ 2016 ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ Claudine LEDOUX ເອກອັກຄະລັດຖະທູດ ແຫ່ງ ປະເທດຝຣັ່ງ ປະຈຳ ສປປ ລາວ.

15-12-2016-02

ໃນໂອກາດດັ່ງກ່າວ, ຮອງນາຍົກດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ ແລະ ຝຣັ່ງ ໃນໄລຍະຜ່ານມາ ເຫັນວ່າ ມີບາດກ້າວເຕີບໃຫຍ່ຂະຫຍາຍຕົວເປັນແຕ່ລະໄລຍະ, ມີການພົວພັນຮ່ວມມືກັນ ໃນຫຼາຍຂົງເຂດວຽກງານ, ມີການໄປມາຫາສູ່ເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ, ມີການແລກປ່ຽນບົດຮຽນເຊິ່ງກັນ ໃນດ້ານຕ່າງໆ. ພ້ອມກັນນັ້ນ, ຮອງນາຍົກ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະໜູນ ຂອງຝ່າຍຝຣັ່ງ ໃນໄລຍະທີ່ຜ່ານມາ ເປັນຕົ້ນ ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ການພົວພັນຮ່ວມມື ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ນອກນີ້ ຮອງນາຍົກ ຍັງໄດ້ນຳສະເໜີ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນ ດ້ານພົ້ນເດັ່ນທີ່ຕັ້ງໜ້າ ແລະ ບາງຂໍ້ຈຳກັດໃນການພັດທະນາ ທີ່ຍັງຕ້ອງໄດ້ຖອດຖອນບົດຮຽນຈາກບັນດາປະເທດທີ່ກ້າວໜ້າໃນໂລກ ຕື່ມອີກ.

ໃນໂອກາດດຽວກັນ, ທ່ານ ນາງ Claudine LEDOUX ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຂອງ ຮອງນາຍົກ ໃນຄັ້ງນີ້, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະສຸມຄວາມສາມາດ ແລະ ສະຕິປັນຍາ ປະກອບສ່ວນເສີມສ້າງ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ຝຣັ່ງ ແລະ ລາວ ໃຫ້ນັບມື້ມີໝາກມີຜົນຫຼາຍຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້, ທ່ານຍັງໄດ້ນຳສະເໜີ ໃຫ້ຮູ້ບົດຮຽນບາງດ້ານ ໃນການພັດທະນາປະເທດຝຣັ່ງ ເປັນຕົ້ນ ການຄຸ້ມຄອງການສັນຈອນ ກໍ່ຄື ການບໍລິການສັງຄົມ ດ້ວຍລະບົບສາທາລະນະ, ການສ້າງໂອກາດທາງທຸລະກິດ  ແລະ ອື່ນໆ

ແຫລ່ງຂ່າວ: ກົມປະຊາສຳພັນ ຫສນຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...