Homeຂ່າວເຫດການທຳລາຍສິນຄ້າເກືອດຫ້າມ ແລະ ໝົດອາຍຸເປັນຈໍານວນຫລາຍ ມູນຄ່າຫຼາຍກວ່າ 47 ລ້ານກີບ

ທຳລາຍສິນຄ້າເກືອດຫ້າມ ແລະ ໝົດອາຍຸເປັນຈໍານວນຫລາຍ ມູນຄ່າຫຼາຍກວ່າ 47 ລ້ານກີບ

Published on

ຫວ່າງບໍ່ດົນມານີ້, ພະແນກອຸດສາຫະກໍາ ແລະ ການຄ້າ ຫນະຄອນຫລວງວຽງຈັນ, ໄດ້ນໍາສິນຄ້າເກືອດຫ້າມ ເຊັ່ນ: ໝາກກະໂພກ, ດອກໄມ້ໄຟ, ບັ້ງພຸ ແລະ ວັດຖຸທີ່ເຮັດໃຫ້ມີສຽງແຕກຫລາຍກວ່າ 995 ກິໂລ ແລະ ສິນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸຫລາຍລາຍການລວມມີມູນຄ່າຫລາຍກວ່າ 47 ລ້ານກີບ ທີ່ຢຶດໄດ້ຈາກຮ້ານມີນິມາກ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍ ແລະ ຕະຫລາດຕ່າງໆໃນໄລຍະສອງເດືອນຜ່ານມາໄປທໍາລາຍຖີ້ມຕາມແຈ້ງການຂອງເຈົ້າຄອງນະຄອນຫລວງວຽງຈັນກ່ຽວກັບໃຫ້ເອົາໃຈໃສ່ກວດກາ, ສຶກສາອົບຮົມ, ສະກັດກັ້ນ, ແກ້ໄຂການນຳເຂົ້າ, ຢຸດຕິການວາງຂາຍ, ການຈູດ ວັດຖຸ ທີ່ເຮັດໃຫ້ມີສຽງແຕກເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງສັງຄົມ ແລະ ຄຳສັ່ງຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ກ່ຽວກັບການຕິດສະຫລາກສິນຄ້າເປັນພາສາລາວ. ເພື່ອແນໃສ່ສະກັດກັ້ນ ແລະ ບໍ່ໃຫ້ເປັນຊ່ອງຫວ່າງຂອງກຸ່ມຄົນບໍ່ດີສວຍໂອກາດກໍຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ເປັນການປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ ແລະ ບໍ່ເປັນອັນຕະລາຍຕໍ່ສຸຂະພາບ.
ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...