spot_img
Homeຂ່າວພາຍ​ໃນຮອງປະທານສະພາ ລົງກວດກາໂຄງການກໍ່ສ້າງເຂື່ອນໄຟຟ້າ

ຮອງປະທານສະພາ ລົງກວດກາໂຄງການກໍ່ສ້າງເຂື່ອນໄຟຟ້າ

Published on

ໃນລະຫວ່າງວັນທີ 12-13 ທັນວາ 2016 ຜ່ານມາ ທ່ານບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດພ້ອມດ້ວຍຄະນະ ຈາກສະພາແຫ່ງຊາດ, ກະຊວງພະລັງງານ ແລະບໍ່ແຮ່ ແລະກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ໄດ້ລົງຕິດຕາມກວດກາ ແລະເກັບກຳຂໍ້ມູນໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເທີນ 1, ນໍ້າງຽບ 1 ແລະໂຄງການພັດທະນາຈຳນວນໜຶ່ງຢູ່ແຂວງບໍລິຄຳໄຊ

ການເຄື່ອນໄຫວຄັ້ງນີ້ ທາງຄະນະກໍໄດ້ເຮັດວຽກກັບຄະນະຮັບຜິດຊອບ ໂຄງການເຂື່ອນໄຟຟ້ານໍ້າເທີນ 1​ ແລະນໍ້າງຽບ 1 ເຊິ່ງໄດ້ຮັບຟັງການລາຍງານຫຍໍ້ຄວາມຄືບໜ້າການພັດທະນາໂຄງກນ, ການຍົກຍ້າຍຈັດສັນປະຊາຊົນທີ່ຖືກຜົນກະທົບ, ວຽກງານສັງຄົມ ແລະສິ່ງແວດລ້ອມຂອງໂຄງກນ ແລະຮັບຟັງຂໍ້ສະເໜີຈຳນວນໜຶ່ງຈາກຄະນະຮັບຜິດຊອບໂຄງການຂອງທັງສອງເຂື່ອນ

ທ່ານ ບຸນປອນ ລັດຕະນະວົງ ໄດ້ໂອ້ລົມຕໍ່ສອງໂຄງການ ເຊິ່ງທ່ານໄດ້ເປັນຫ່ວງຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ຫຼັງຈາກທີ່ຍົກຍ້າຍໄປຢູ່ບ້ານຈັດສັນ ໂດຍສະເພາະການຜະລິດຂອງປະຊາຊົນໃຫ້ກຸ້ມຢູ່ກຸ້ມກິນ ແລະຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ທ່ານຍັງສະເໜີໃຫ້ທາງແຂວງ ແລະທາງກະຊວງກ່ຽວຂ້ອງສ້າງແຫຼ່ງທ່ອງທ່ຽວໃຫ້ປະຊາຊົນມີສ່ວນຮ່ວມ, ຕ້ອງມີການວາງແຜນລະອຽດ, ການປົກປັກຮັກສາ ແລະໃຫ້ໄປຕາມທິດຍືນຍົງ

ໃນໂອກາດໄດ້ໄປຢ້ຽມຢາມບ້ານທີ່ຖືກຜົນກະທົບ ແລະບ້ານຈັດສັນ, ຮອງປະທານສະພາແຫ່ງຊາດ ໄດ້ປຸກລະດົມໃຫ້ປະຊາຊົນມີຄວາມທຸ່ນທ່ຽງ ເຊື່ອໝັ້ນຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະເຂົ້າຮ່ວມໂຄງການພັດທະນາດັ່ງກ່າວ

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...