Homeຂ່າວການພັດທະນາກະຊວງພະລັງງານຯເຜີຍ ປະເທດເຮົາສຳເລັດກໍ່ສ້າງໂຄງການໄຟຟ້າ 42 ແຫ່ງ ກຳລັງຕິດຕັ້ງ 6,300 ເມກາວັດ

ກະຊວງພະລັງງານຯເຜີຍ ປະເທດເຮົາສຳເລັດກໍ່ສ້າງໂຄງການໄຟຟ້າ 42 ແຫ່ງ ກຳລັງຕິດຕັ້ງ 6,300 ເມກາວັດ

Published on

​ປັດຈຸບັນ ​ສປປ ລາວ ໄດ້​ສຳ​​ເລັດການກໍ່ສ້າງ ​ໂຄງການ​ໄຟຟ້າ​ພະລັງ​ນ້ຳ ​ແລະ ພະລັງຄວາມ​ຮ້ອນ ທັງໝົດ 42 ​ໂຄງການ, ມີ​ກຳລັງ​ຕິດ​ຕັ້ງ​ທັງໝົດ 6.300 ​ເມ​ກາວັດ, ສາມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 35 ພັນ​ລ້ານ​ກິ​ໂລ​ວັດ​ໂມງ. ສຳ​ລັບ​ການ​ພັດທະນາ ໂຄງການ​​ໄຟຟ້າ ທີ່​ກຳລັງ​ກະກຽມ ​ແລະ ດຳ​ເນີນ​ການກໍ່ສ້າງ​ ມີທັງໝົດ 53 ​ໂຄງການ, ຄາດ​ວ່າ​ຈະ​ສຳ​ເລັດ​ພາຍ​ໃນ​ປີ 2020.

ທ່ານ ຄຳ​ມະນີ ອິນ​ທິລາດ ລັດຖະມົນຕີ​ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​​ແຈ້ງໃຫ້​ຮູ້​ວ່າ: ສະ​ເພາະ​ປີ 2016 ​ແມ່ນ​ຈະ​ສຳ​ເລັດ 7 ​ໂຄງການ, ມີ​ກຳລັງ​ຕິດ​ຕັ້ງ 634 ​ເມ​ກາ​ວັດ, ປີ 2017-2018 ສຳ​ເລັດ 9 ໂຄງການ, ປີ 2019 ມີ 14 ​ໂຄງການ ​ແລະ ປີ 2020 ສຳ​ເລັດ 13 ​ໂຄງການ ​ເຊິ່ງຈະ​ມີ​ກຳລັງ​ຕິດ​ຕັ້ງທັງໝົດ ປະມານ 8.000 ​ເມ​ກາ​ວັດ, ຮອດ​ປີ 2020 ສປປ ລາວ ຈະ​ມີ​ໂຄງການ​ໄຟຟ້າ 90 ກວ່າ​ແຫ່ງຢູ່​ໃນ​ການ​ຄຸ້ມ​ຄອງ, ມີ​ກຳລັງ​ຕິດ​ຕັ້ງ​​ເກືອບ 14 ພັນ​ເມ​ກາ​ວັດ. ພ້ອມ​ກັບການ​ພັດທະນາ​ຂະ​ແໜງ​ໄຟຟ້າ​ແລ້ວ ຍັງ​ມີ​ການ​ຂະຫຍາຍ​ສາຍ​ສົ່ງ​ໄຟຟ້າ ​ເຊິ່ງມີ 3 ລະດັບ​ຄື: ​ແຮງ​ສູງ 500 ກິ​ໂລ​ໂວ​ນ, ​ແຮງ​ກາງ 230 ກິ​ໂລ​ໂວ​ນ ​ແລະ ​ແຮງ​ຕ່ຳ 115 ກິ​ໂລ​ໂວ​ນ, ຍາວ​ເກືອບ7.000 ກິ​ໂລ​ແມັດ. ​ສຳລັບ​ແຮງ​ສູງ 500 ກິ​ໂລ​ໂວ​ນ ຂະຫຍາຍ​ໄດ້​ເກືອບ 200 ກິ​ໂລ​ແມັດ ຮອດ​ປີ 2018 ຈະ​ສຳ​ເລັດ​ຕື່ມ​ອີກປະມານ 90 ກິ​ໂລ​ແມັດ ລວມກວ່າ 100 ກິ​ໂລ​ແມັດ, ​ສາຍ​ສົ່ງ 500 ກິ​ໂລ​ໂວ​ນນີ້ ມີ​ຄວາມ​ສຳຄັນ​ທີ່​ສຸດ ​ເພາະ​ຈະ​ໄດ້​ສະໜອງ​ໄຟຟ້າ​ໃຫ້​ແຂວງ​ພາກ​ເໜືອ, ພາກ​ກາງ ​ແລະ ພາກ​ໃຕ້ ຮັບປະກັນ​ການ​ເຊື່ອມ​ໂຍງ​ໄຟຟ້າ ​​ໃຫ້​ເປັນ​ລະບົບ​ໃນ​ທົ່ວ​ປະ​ເທດ, ພ້ອມ​ນັ້ນ ຍັງ​ເປັນ​ລະບົບ​ທີ່​ເຊື່ອມ​ໂຍງ​ກັບປະ​​ເທດ​ເພື່ອນ​ມິດ​ອ້ອມ​ຂ້າງ ​ເຊັ່ນ: ​ໄທ, ຫວຽດນາມ, ກຳປູ​ເຈຍ ແລະ ມຽນມາ, ພ້ອມ​​ມີ​ແຜນ​ຈະ​​ເຊື່ອມ​ໂຍງ​ໄປ​ຍັງ​ປະ​ເທດ​ມາ​ເລ​ເຊຍ​ ໃນຕໍ່ໜ້າ.

ສ່ວນ​ສາຍ​ສົ່ງ​ລະບົບ 230 ​ແລະ 115 ກິ​ໂລ​ໂວ​ນ ກໍ​ມີ​ການ​ເຊື່ອມ​ໂຍງ​ໃນ​ທົ່ວ​ປະ​ເທດ ເພື່ອ​ສະໜອງ​ໃຫ້​ປະຊາຊົນ​​ ໄດ້​ຊົມ​ໃຊ້ຢ່າງ​ທົ່ວ​ເຖິງ ເຊິ່ງປັດຈຸບັນ​ກວມ 85% ຂອງ​ຈຳນວນບ້ານທັງໝົດ ​ແລະ 92% ຂອງ​ຈຳນວນ​ຄອບຄົວ​ທັງໝົດ. ໃນ​ໄລະ 5 ປີ ຜ່ານມາ ​ໄດ້​ມີ​ການ​ຊີ້​ນຳ​ ນຳພາ​ຈັດ​ຕັ້ງ​ປະຕິບັດ​ ວຽກງານ​ພະລັງງານ ​ແລະ ບໍ່​ແຮ່ ລວມຍອດການຜະລິດຕະພັນ ທັງໝົດປະມານ 95 ພັນ​ຕື້​ກວ່າ​ກີບ, ​ໃນ​ນັ້ນ ຂະ​ແໜງ​ໄຟຟ້າ 27 ພັນ​​ຕື້​ກີບ, ຂະ​ແໜງບໍ່​ແຮ່ 68 ພັນ​ຕື້​ກີບ ​ເຊິ່ງ​ເປັນ​ມູນ​ຄ່າ​ມະຫາສານ​ເພື່ອ​ປະກອບສ່ວນ​ພັດທະນາ ​ເສດຖະກິດ–ສັງຄົມ​ຂອງ​ປະ​ເທດ.

ຢ່າງ​ໃດ​ກໍ​ຕາມ ​ທ່ານລັດຖະມົນຕີ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ເຫັນ​ວ່າ​ ຂະ​ແໜງ​ໄຟຟ້າ​ໄດ້​ຂະຫຍາຍຕົວ​ລະດັບ 15% ​ໃນ​ແຕ່ລະ​ປີ ​ແຕ່​ຂະ​ແໜງບໍ່​ແຮ່​ຫລຸດ​ລົງ ສະ​ເລ່ຍປະມານ 6% ​ເນື່ອງຈາກ​ລາຄາ​ແຮ່​ຄຳ, ​ທອງ​ເງິນ, ເຫລັກ ​ແລະ ​ແຮ່​ທາດ​ຕ່າງໆ​ ໃນ​ຕະຫລາດ​ໂລກ​ຫລຸດ​ລົງ ​ແຕ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ອີກ​ຮອບ​ ໃນ​ປີ 2017.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...