Homeນານາສາລະ5 ສະໝຸນໄພ ຊ່ວຍປິ່ນປົວພະຍາດກະເພາະອາຫານ

5 ສະໝຸນໄພ ຊ່ວຍປິ່ນປົວພະຍາດກະເພາະອາຫານ

Published on

 

  1. ຂີ້ມິ້ນ
  • ວິທີການໃຊ້ຂີ້ມິ້ນປິ່ນປົວພະຍາດກະເພາະ: ໂດຍການນໍາເອົາເຫງົ້າແກ້ສົດ ລ້າງໃຫ້ສະອາດ ບໍ່ຕ້ອງປອກເປືອກ ຕັດເປັນຕ່ອນບາງໆ ແລ້ວເອົາໄປຕາກແດດຮ້ອນໆ 1-2 ມື້ ຫຼັງຕາກແຫ້ງແລ້ວເອົາມາບົດໃຫ້ລະອຽດປະສົມກັບນໍ້າເຜີ້ງ ແລ້ວໃສ່ແກ້ວທີ່ມີຝາປິດ ດື່ມຄັ້ງລະ 500 ມິນລີກະຣາມ, ມື້ລະ 4 ຄັ້ງຫຼັງອາຫານ ແລະກ່ອນນອນ ( ຖ້າຫາກກິນແລ້ວມີອາການຄື ປວກຮາກ, ທຽວທ້ອງ, ເຈັບຫົວນອນບໍ່ຫຼັບ ໃຫ້ເຊົາກິນ )
  1. ໝາກກ້ວຍນໍ້າ
  • ວິທີໃຊ້ໝາກກ້ວຍນໍ້າປິ່ນປົວ: ເອົາໝາກກ້ວຍນໍ້າດິບມາຕັດເປັນຕ່ອມມົນຕາກແດດປະມານ 2 ມື້ ຫຼືອົບໃຫ້ແຫ້ງດ້ວຍອຸນຫພູມ 50 ອົງສາ ແລະບົດໃຫ້ລະອຽດ
  • ວິທີກິນໂດຍການນໍາເອົາໝາກກ້ວຍທີ່ບົດໄວ້ນັ້ນປະມານເຄິ່ງໜ່ວຍ ຊົງນໍ້າ ຫຼືປະສົມກັບນໍ້າເຜີ້ງ 1 ບ່ວງ ກິນມື້ລະ 4 ຄັ້ງກ່ອນອາຫານ ແລະກ່ອນນອນ.
  1. ວານຫາງແຂ້
  • ເອົາໃບສົດທີ່ຫາກະເດັດມາຈາກຕົ້ນ ລ້າງໃຫ້ສະອາດ ປອກເປືອກສ່ວນທີ່ເປັນສີຂຽວອອກໃຫ້ໝົດເຫຼືອແຕ່ວຸ້ນ ຫາກມີສີເຫຼືອງຕິດວຸ້ນໃຫ້ໄປລ້າງອອກ ແລ້ວຕັດເປັນຕ່ອນນ້ອຍ ຂະໜາດປະມານ 3 ນີ້ວ ລ້າງອີກເທື່ອໜຶ່ງ ກິນມື້ລະ 2 ເວລາກ່ອນອາຫານເຊົ້າ ແລະອາຫານແລງ.
  1. ໝາກກະຈຽບຂຽວ
  • ວິທີໃຊ້ໝາກກະຈຽບຂຽວ: ລວກກັບ ທຸກມື້ຕິດຕໍ່ກັນເປັນເວລາຢ່າງໜ້ອຍ 15 ມື້
  1. ໝາກປີ
  • ວິທີໃຊ້ໝາກປີປິ່ນປົວ: ເອົາໝາກປີກ້ວຍນໍ້າມາເຜົາໄຟ ແລ້ວບີບເອົາແຕ່ນໍ້າ ໄດ້ປະມານເຄິ່ງຈອກ ດື່ມກ່ອນອາຫານຕິດຕໍ່ກັນປະມານ 3 ມື້.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...