Homeນານາສາລະເຫດຜົນ ທີ່ນອນຕອນແລງຊ່ວງຕາເວັນຕົກ ມັກເຈັບຫົວ

ເຫດຜົນ ທີ່ນອນຕອນແລງຊ່ວງຕາເວັນຕົກ ມັກເຈັບຫົວ

Published on

ການນອນຫຼັບໃນຊ່ວງຕາເວັນຕົກຄື ເວລາປະມານ 17:30-18:30 ໂມງ ເປັນການນອນທີ່ຜິດເວລາ ເກີດຄວາມບໍ່ກົງກັບຄວາມຊິນເຄີຍ ມີຜົນຕໍ່ການເຮັດວຽກຂອງສະໝອງ ແລະຮ່າງກາຍ, ຈາກການໄດ້ຮັບແສງຈາກພາຍນອກ. ເມື່ອເວລາທີ່ເຮົານອນຫຼັບໃນຕອນແລງ ພໍເຮົາຕື່ນຂຶ້ນມາແລ້ວ ໄດ້ຮັບແສງໜ້ອຍເກີນໄປ ປະກອບກັບເວລາຕອນຄໍ່າ ເປັນຊ່ວງທີ່ເລືອດໄຫຼມາຢູ່ຂາຫຼາຍກວ່າ. ດັ່ງນັ້ນ ຫາກເຮົານອນຕອນແລງ ຈະເຮັດໃຫ້ເລືອດໄຫຼໄປຢູ່ຫົວ ເລີຍເຮັດໃຫ້ເກີດອາການເຈັບຫົວ

ການນອນໃນຊ່ວງເວລາປະມານ 17:00-20:00 ໂມງ ເປັນຊ່ວງທີ່ມີການປ່ຽນເວລາ ຈາກເວລາຕອນກາງເວັນ ໄປສູ່ເວລາກາງຄືນ ເຊິ່ງອຸນຫະພູມອາກາດມີການປ່ຽນແປງຈາກຮ້ອນ ເປັນອຸນຫະພູມຕໍ່າລົງ ເຮັດໃຫ້ຮ່າງກາຍປັບໂຕບໍ່ທັນ, ການນອນຫຼັບໃນຊ່ວງເວລານີ້ ຈະເຮັດໃຫ້ລຸກບໍ່ຂຶ້ນ ຫຼືເອີ້ນວ່າ “ຜີອຳ” ໂດຍມີອາການອ່ອນເພຍ, ເມື່ອຍ ແລະເຈັບຫົວ ທັງທີ່ຫາກໍ່ຕື່ນນອນມາ ແລະອາດເຮັດໃຫ້ນອນກາງຄືນມານອນບໍ່ຫຼັບ ແລະບາງຄົນອາດບໍ່ສະບາຍ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...