Homeຂ່າວພາຍ​ໃນປກສ ເມືອງວຽງທອງ ໄລ່ສະກັດວີໂກ 2 ຄັນ ພົບກັນຊາເກືອບ 900 ກິໂລ ຄົນຮ້າຍຫລົບໜີ ຕຳຫລວດເລັ່ງນຳຈັບກຸມ

ປກສ ເມືອງວຽງທອງ ໄລ່ສະກັດວີໂກ 2 ຄັນ ພົບກັນຊາເກືອບ 900 ກິໂລ ຄົນຮ້າຍຫລົບໜີ ຕຳຫລວດເລັ່ງນຳຈັບກຸມ

Published on

ເຈົ້າໜ້າທີ່ ປກສ ເມືອງວຽງທອງ ແຂວງບໍລິຄໍາໄຊ ພວມຈັດກໍາລັງລົງຕິດຕາມ ຂະບວນການຄ້າຢາເສບຕິດລາຍໃຫຍ່ ມາດໍາເນີນຄະດີໃຫ້ໄດ້ໂດຍໄວ, ຫລັງຈາກໃນເວລາປະມານ 11:30 ໂມງ ຂອງວັນທີ 11 ທັນວານີ້, ເຈົ້າໜ້າທີ່ເມືອງດັ່ງກ່າວ ໄດ້ຕັ້ງດ່ານກວດກາຕາມເສັ້ນທາງເຂົ້າ-ອອກເມືອງ ແລະ ມີລົດກະບະວີໂກ້ສອງຄັນ ໝາຍເລກທະບຽນ ກພ 7754 ກໍາແພງນະຄອນ ແລະ ອີກຄັນແມ່ນບໍ່ມີປ້າຍທະບຽນ ແລ່ນອອກຈາກຕົວເມືອງວຽງທອງ ດ້ວຍຄວາມໄວ ເພື່ອມຸ່ງໜ້າໄປເສັ້ນທາງເລກ 8B ເມືອງຄໍາເກີດ, ເຈົ້າໜ້າທີ່ຈຶ່ງໄດ້ໃຫ້ສັນຍານຢຸດລົດແຕ່ບໍ່ຈອດ, ຈຶ່ງໄດ້ໄລ່ຕິດຕາມໄປປະມານ 3 ກິໂລແມັດ ຈຶ່ງເຫັນລົດສອງຄັນຈອດຢູ່ແຄມທາງ ແລະ ບໍ່ພົບເຫັນຄົນຂັບ, ຈຶ່ງໄດ້ກວດຄົ້ນໃນລົດ ແລະ ພົບວ່າມີກັນຊາຊຸກເຊື່ອງຢູ່ໃນລົດທັງສອງຄັນ ລວມມີນໍ້າໜັກທັງໝົດ 888 ກິໂລ. ຈຶ່ງໄດ້ຢືດກັນຊາດັ່ງກ່າວ ແລະ ລົດໄວ້ເປັນຫລັກຖານດໍາເນີນຄະດີ, ປັດຈຸບັນເຈົ້າໜ້າທີ່ໄດ້ຈັດວາງກໍາລັງ ລົງຕິດຕາມຫາຄົນຂັບລົດດັ່ງກ່າວເພື່ອນໍາຈັບຕົວມາດໍາເນີນຄະດີໂດຍໄວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...