spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນໜັກ ປີ 2017 ການເບີກຈ່າຍເງິນເດືອນພະນັກງານບໍ່ໃຫ້ມີຄ້າງອີກຕໍ່ໄປ

ນາຍົກ ເນັ້ນໜັກ ປີ 2017 ການເບີກຈ່າຍເງິນເດືອນພະນັກງານບໍ່ໃຫ້ມີຄ້າງອີກຕໍ່ໄປ

Published on

ກອງປະຊຸມ ລັດຖະບານ ປະຈຳສົກປີ 2015-2016 ໄດ້ດໍາເນີນມາເປັນເວລາ 2​ ວັນ ຄືວັນທີ 13-14 ທັນວາ 2016 ຜ່ານມາ ດ້ວຍບັນຍາກາດແຫ່ງຄວາມຮັບຜິດຊອບສູງ ຂອງບັນດາສະມາຊິກ ລັດຖະບານ, ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ ແລະບັນດາທ່ານຫົວໜ້າອົງການພັກ-ລັດ ທີ່ເຂົ້າຮ່ວມ

ກອງປະຊຸມ ໄດ້ຮັບຟັງການລາຍງານ ປະກອບຄຳຄິດ ຄຳເຫັນ ແລະຕົກລົງຫຼາຍບັນຫາທີ່ສຳຄັນ ໃນນັ້ນແມ່ນໃຫ້ເອົາໃຈໃສ່ ແກ້ໄຂບັນຫາການເບີກ-ຈ່າຍ ເງິນເດືອນພະນັກງານ ໃຫ້ສຳເລັດພາຍໃນປີ 201ຕ ນີ້ ໂດຍບໍ່ໃຫ້ມີການເບີກຈ່າຍຄ້າງອີກ, ຖ້າມີບັນຫາກໍໃຫ້ຮີບຮ້ອນສະເໜີຫາລັດຖະບານ ເພື່ອຫາວິທີການແກ້ໄຂ, ໃນນີ້ ປີ 2017 ຕ້ອງໃຫ້ການເບີກຈ່າຍເງິນເດືອນໄປຕາມລະບົບ, ວ່ອງໄວ ແລະທົ່ວເຖິງໃນທົ່ວປະເທດ

  • ມອບໃຫ້ກະຊວງການເງິນ ສົມທົບກັບທະນາຄານ ແລະກະຊວງພາຍໃນ ປະສານງານໃກ້ຊິດ ເພື່ອແກ້ໄຂບັນຫານີ້
  • ມອບໃຫ້ບັນດາແຂວງ ຊີ້ນຳຂັ້ນເທິງຢ່າງໃກ້ຊິດ, ລວມທັງເງິນອຸດໜູນຕ່າງໆ ເພາະໄດ້ມີການຕົກລົງໄວ້ແລ້ວ
  • ໃຫ້ກະຊວງພາຍໃນ ສົມທົບກັບບັນດາກະຊວງ- ອົງການ ແລະອົງການທ້ອງຖິ່ນ ຮີບຮ້ອນ ກວດກາບັນຊີພະນັກງານ-ລັດຖະກອນໃຫ້ລະອຽດ ແລະຫັນການຄຸ້ມຄອງພະນັກງານ-ລັດຖະກອນ ໃຫ້ເຂົ້າສູ່ລະບົບທັນສະໄໝ ແລະວ່ອງໄວ

ແຫຼ່ງຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...