spot_img
Homeຂ່າວພາຍ​ໃນປະກາດແຕ່ງຕັ້ງຫົວໜ້າອົງການກວດສອບປະຈໍາພາກກາງ

ປະກາດແຕ່ງຕັ້ງຫົວໜ້າອົງການກວດສອບປະຈໍາພາກກາງ

Published on

ໃນວັນທີ 14 ທັນວາ 2016 ອົງການກວດສອບແຫ່ງລັດ ໄດ້ຈັດພິທີປະກາດແຕ່ງຕັ້ງຫົວໜ້າອົງການກວດສອບປະຈໍາພາກກາງ ( ຜູ້ໃໝ່ ) ຂຶ້ນ, ເຂົ້າຮ່ວມໂດຍ ທ່ານ ນາງ ວຽງທອງ ສີພັນດອນ ກໍາມະການສູນກາງພັກ ປະທານ ອົງການກວດສອບແຫ່ງລັດ, ມີບັນດາແຂກຖືກເຊີນ ພ້ອມດ້ວຍຄະນະ ນໍາອົງການກວດສອບພາກກາງ, ຫ້ອງການ, ບັນດາກົມ, ສູນຝຶກອົບຮົມຂອງອົງການກວດສອບແຫ່ງລັດເຂົ້າຮ່ວມ.

ໃນພິທີ, ທ່ານ ວຽນທອງ ສິງຄໍາພັນ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຂອງສະພາແຫ່ງຊາດ ສະບັບເລກທີ 0144/ຄປຈ ລົງວັນທີ 28 ກັນຍາ 2016 ວ່າດ້ວຍການແຕ່ງຕັ້ງຫົວໜ້າອົງ ການກວດສອບປະຈໍາພາກກາງ ໂດຍຕົກລົງ ແຕ່ງຕັ້ງທ່ານ ອໍາໄພວັນ ພັນທະວົງ ເປັນຫົວໜ້າອົງການກວດສອບປະຈໍາພາກກາງແທນ ທ່ານ ຄໍາຫລ້າ ອຸມາລີ ຫົວໜ້າອົງການກວດສອບປະຈໍາພາກກາງ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ ຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 393/ຄຈສພ ລົງວັນທີ 22 ພະຈິກ 2016 ເລື່ອງ ການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ໃໝ່.

ໂອກາດດຽວກັນ, ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ເນັ້ນໃຫ້ຫົວໜ້າອົງການກວດສອບປະຈໍາພາກກາງຄົນໃໝ່ ພ້ອມຄະນະ ຈົ່ງເອົາໃຈໃສ່ປະສານສົມທົບກັບການຈັດຕັ້ງທຸກພາກສ່ວນ ເພື່ອພ້ອມກັນປຶກສາຫາລືກັບບັນດາເປົ້າໝາຍກວດສອບ, ບັນດາສະຫາຍຕ້ອງຢຶດໝັ້ນຫລັກການປະຕິບັດລະບອບການລາຍງານ ເພື່ອຂໍທິດຊີ້ນໍານໍາຂັ້ນເທິງຢ່າງເປັນປົກກະຕິ; ສືບຕໍ່ກໍ່ສ້າງພະນັກງານ-ລັດຖະກອນຂອງອົງການກວດສອບປະຈໍາພາກກາງ ຫັນເປັນມືອາຊີບ ເທື່ອລະກ້າວ; ຍົກລະດັບຂີດຄວາມສາມາດໃນການຊີ້ນໍາ-ນໍາພາວຽກງານກວດສອບແຕ່ລະດ້ານ ໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ແລະ ຫັນເປັນທັນສະໄໝຕາມທິດລວມຂອງອົງການກວດສອບແຫ່ງລັດ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...